Skip to main content

ຊາວໜຸ່ມ ກົມແຜນການ ສສກ ຮັບທຸງໄຊນາມມະຍົດ 4 ບຸກ 3 ປີ  

06/03/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 2023) ຄັ້ງທີ I ພ້ອມທັງມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ບັນດາສະມາຊິກຊາວໜຸ່ມຜູ້ທີ່ສ້າງຜົນງານດີເດັ່ນໃນໄລຍະຜ່ານມາ​.

ພິທີມອບ-ຮັບ ທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 203) ຄັ້ງທີ I ຂອງ ຄຊປປລ ຮາກຖານ ກົມແຜນການ ກະຊວງ ສສກ ໄດ້ມີຂຶ້ນ ເມື່ອວັນທີ 29 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ບຸນປັນ ໄຊມຸນຕຣີ  ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມແຜນການ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາ ຄຊປປລ ສສກ, ຄະນະພັກກະຊວງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ບຸນຂົງ ຈັກວົງສາ ຄະນະບໍລິຫານງານ ຊປປລ ສສກ, ເລຂາ ຄຊປປລ ສໍານັກ ສສກ ແລະ ສະຫາຍ ພິຊິດໄຊ ສຸລິນທອນ ຄະນະບໍລິຫານງານ ຊປປລ ສສກ, ຄະນະບໍລິຫານງານ ຊປປລ ສໍານັກ ສສກ ທັງເປັນເລຂາ ຄຊປປລ ຮາກຖານກົມແຜນການ, ມີບັນດາປະທານສະຫະພັນ​ກຳ​ມະ​ບານ, ປະທານສະຫະພັນແມ່​ຍິງ,  ຄະນະບໍລິຫານງານຊາວໜຸ່ມຮາກຖານຂອງກົມແຜນການ, ເລຂາ-ຮອງເລຂາ, ຄະນະບໍລິຫານງານໜ່ວຍຊາວໜຸ່ມຮາກຖານຈາກບັນດາກົມ, ສະຖາບັນ, ສູນຕ່າງໆທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມສໍານັກ ສສກ ແລະ ສະມາຊິກຊາວໜຸ່ມພາຍໃນກົມເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ອຸດົມ ກົງແສງດາລາ ຮອງຄະນະບໍລິຫານງານຊາວໜຸ່ມຮາກຖານກົມແຜນການ  ລາຍງານໃຫ້ຮູ້ວ່າ: ຄະນະບໍລິຫານ ຊປປລ ໜ່ວຍຮາກຖານກົມແຜນການ ມີ 3 ສະຫາຍ, ຍິງ 1 ສະຫາຍ, ລວມມີ 4 ຈຸຊາວໜຸ່ມ (ຕາມການແບ່ງຈຸຂອງສາຍພັກ) ແລະ ມີສະມາຊິກທັງໝົດ 41 ສະຫາຍ, ຍິງ 19 ສະຫາຍ. ປັດຈຸບັນ ຂະບວນການປັບປຸງໂຄງຮ່າງການຈັດຕັ້ງໄດ້ສໍາເລັດ ໂດຍສະເພາະໄດ້ຍົກຖານະບົດບາດຂອງ ຄຊປປລ ຮາກຖານສໍານັກກະຊວງ ໃຫ້ຍົກຂຶ້ນເປັນ ຄຊປປລ ສໍານັກກະຊວງ ຊຶ່ງມີຮາກຖານ ແລະ ໜ່ວຍຮາກຖານຊາວໜຸ່ມຂຶ້ນກັບຫຼາຍກວ່າ 23 ໜ່ວຍຮາກຖານ ຊຶ່ງໃນນີ້ ຄຊປປລ ໜ່ວຍກົມແຜນການ ກໍໄດ້ຖືກຍົກບົດບາດຂຶ້້ນເປັນ ຄຊປປລ ໜ່ວຍຮາກຖານຊາວໜຸ່ມກົມແຜນການ ແລະ ໄດ້ຮັບການອະນຸມັດໃຫ້ມີຕາປະທັບ ນໍາໃຊ້ຢ່າງເປັນທາງການນັບແຕ່ວັນທີ 4 ເມສາ 2022 ເປັນຕົ້ນມາ ຂຶ້ນກັບ ຄຊປປລ ສໍານັກ ສສກ.

ຜົນສຳເລັດໃນການຈັດຕັ້ງວຽກງານ 4 ບຸກ ໂດຍສະເພາະວຽກງານວິຊາສະເພາະ ແມ່ນໄດ້ສຳເລັດໜ້າທີ່ຮັບຜິດຊອບວຽກ​ງານ​ການ​ສ້າງແຜນການພັດທະນາການສຶກສາ ແລະ ກິລາໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ລວມທັງ​ກຳນົດ ​ແລະ ຄຸ້ມ​ຄອງແຜນການລົງທຶນຂອງ​ລັດເຂົ້າໃນແຜນການພັດທະນາຂອງ​ຂະ​ແໜງ​ການ, ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ລວມທັງແຜນການລົງທຶນຂອງທຸກພາກສ່ວນໃນຂະແໜງການສຶກສາ ແລະ ກິລາ ແຕ່​ສູນ​ກາງຮອດທ້ອງ​ຖິ່ນ, ເປັນຈຸດໃຈກາງໃນການຄຸ້ມ​ຄອງ​ແລະ ປະສານ​ງານ​ກັບ​ບັນດາ​ແຜນ​ງານ, ໂຄງການ ​ແລະ ບັນດາ​ຄູ່​ຮ່ວມພັດທະນາ ເພື່ອສັງ​ລວມຂໍ້​ມູນ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ທາງ​ການ​ເພື່ອ​ການ​ພັດທະນາ, ຄຸ້ມຄອງລະບົບຂໍ້ມູນຂ່າວສານການສຶກສາ ​ແລະ ກິລາ ທຸກລະດັບ​ລວມທັງພາກລັດ ແລະ ເອກະຊົນ, ເປັນເສນາທິການໃຫ້ຄະນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ການ​ພັດທະນາ​ຊັບພະຍາກອນ​ມະນຸດໃນການສ້າງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ເປັນເຈົ້າການໃນການກວດກາ, ຕິດຕາມ, ປະເມີນຜົນ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດໂຄງການຕາມ​ເປົ້າ​ໝາຍ, ຈຸດປະສົງ, ຕົວຊີ້ບອກ ແລະ ແຜນງົບປະມານທີ່ໄດ້ກຳນົດໄວ້ໃນເອກະສານ​ໂຄງການ, ຮັບຜິດຊອບເປັນຂົວຕໍ່ລະຫວ່າງຄະນະຮັບຜິດຊອບໂຄງການກັບຜູ້ໃຫ້ທຶນ, ຂະແໜງການ ແລະ ອຳນາດກາ­ນປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດ ​ແລະ ປະສານ​ງານໂຄງການ ແລະ ສະມາຊິກຊາວໜຸ່ມກົມແຜນການ ສາມາດສອບເສັງໄປສຶກສາຕໍ່ໃນລະດັບປະລິນຍາຕີ 2 ສະຫາຍ, ປະລິນຍາໂທ ທຶນພາຍໃນ 2 ສະຫາຍ, ໄປສຶກສາຕໍ່ປະລິນຍາໂທຢູ່ ສສ ຫວຽດນາມ 4 ສະຫາຍ, ໄປຕໍ່ໂທຢູ່ປະເທດອົດສະຕຣາລີ 2 ສະຫາຍ ແລະ ກໍາລັງກຽມສອບເສັງທຶນຍີ່ປຸ່ນ 1 ສະຫາຍ, ໄປຮຽນຕໍ່ປະລິນຍາເອກຢູ່ປະເທດອິນໂດເນເຊຍ 1 ສະຫາຍ.

ໂອກາດດຽວກັນ, ສະຫາຍ ພິຊິດໄຊ ສຸລິນທອນ ກ່າວວ່າ: ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024, ຄຊປປລ ຮາກຖານ ກົມແຜນການ ຈະສືບຕໍ່ຊຸກຍູ້ບັນດາໜ່ວຍໃຫ້ເຄື່ອນໄຫວສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກເປັນປົກກະຕິ, ຕິດຕາມການຈັດກອງປະຊຸມຂໍ້ແຂ່ງຂັນ 4 ບຸກ ຊາວໜຸ່ມຂອງບັນດາໜ່ວຍໃຫ້ສຳເລັດພາຍໃນປີ 2020, ປັບປຸງສະຖິຕິຊາວໜຸ່ມຮາກຖານສາມັນໃຫ້ຊັດເຈນ ແລະ ຖືກຕ້ອງ ເພື່ອເປັນບ່ອນອີງໃຫ້ແກ່ວຽກງານດ້ານວິຊາສະເພາະຕ່າງໆ, ຕິດຕາມ ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມລາວຂອງບັນດາໜ່ວຍທີ່ຂຶ້ນກັບຮາກຖານໃຫ້ສຳເລັດ 85% ຂຶ້ນໄປໃນການເປີດຂໍ້ແຂ່ງຂັນ. ພ້ອມດຽວກັນນັ້ນ, ກະກຽມປະເມີນຂໍ້ແຂ່ງຂັນດັ່ງກ່າວ, ສືບຕໍ່ຕິດຕາມ ຊຸກຍູ້ການຂະຫຍາຍສະມາຊິກຊາວໜຸ່ມຂອງທຸກໜ່ວຍ ເພື່ອຮຽນສະໜັບສະໜູນ ແລະ ເຂົ້າເປັນສະມາຊິກພັກໃນຕໍ່ໜ້າ, ຊຸກຍູ້ຂະບວນການເຍົາວະຊົນຢູ່ໂຮງຮຽນອະນຸບານສຶກສາໃຫ້ໄດ້ຮັບການເຄື່ອນໄຫວດີຂຶ້ນກວ່າເກົ່າ, ກະກຽມເຂົ້າຮ່ວມເຕະບານ 4 ມ່ວນຊືນ ຊີງຂັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໃນເດືອນພຶດສະພາ, ວັນກຳມະກອນ, ສ້າງຂະບວນການຄໍານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມລາວ ຄົບຮອບ 65 ປີ ດ້ວຍເງື່ອນໄຂທີ່ເໝາະສົມ, ສ້າງແຜນໄປທັດສະນະສຶກສາສະຖານທີ່ສໍາຄັນປະຫວັດສາດ, ສະຖານທີ່ພົ້ນເດັ່ນຕ່າງໆຢູ່ພາຍໃນປະເທດ ເພື່ອໃຫ້ສະມາຊິກລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີຂອງການນຳລຸ້ນເກົ່າ.

ນອກຈາກນັ້ນ, ວຽກງານພົວພັນຕ່າງປະເທດ ຈະສືບຕໍ່ປະກອບສ່ວນວຽກງານພົວພັນສາກົນ ແລະ ບັນດາເພື່ອນມິດທີ່ດີຈາກພາກສ່ວນກະຊວງອ້ອມຂ້າງ, ວິທະຍາໄລເຕັກນິກການສຶກສາ, ໂຮງຮຽນມັດທະຍົມ ແລະ ປະຖົມສຶກສາຕ່າງໆທີ່ຢູ່ປະເທດອ້ອມຂ້າງ ພ້ອມທັງສືບຕໍ່ປະກອບສ່ວນປ້ອງກັນເວນຍາມຫ້ອງການໃນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ຢ່າງເປັນຂະບວນ, ສືບຕໍ່ເກັບ ແລະ ມອບເງິນບຳລຸງ ປະຈຳ 6 ເດືອນຕົ້ນປີ 2024 ໃຫ້ສໍາເລັດ, ສະຫຼຸບລາຍຮັບ-ລາຍຈ່າຍເງິນເປັນປົກກະຕິ ແລະ ແຈ້ງເສດຖະກິດເປີດເຜີຍໃນວາລະສະຫຼຸບປະຈໍາໄຕມາດ, ຈະສ້າງແຜນການເຄື່ອນໄຫວວຽກງານກວດກາໃຫ້ສໍາເລັດ, ຕິດຕາມກວດກາ ການເຄື່ອນໄຫວວຽກງານຊາວໜຸ່ມ, ຊຸກຍູ້ການເປີດກອງປະຊຸມ 4 ບຸກ ແລະ ອື່ນໆ ແລະ ສ້າງແຜນກວດກາ ແລະ ຕິດຕາມກວດກາ ການປະເມີນຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍ.

ຂະນະດຽວກັນນີ້, ໃນກອງປະຊຸມຍັງໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການຢັ້ງຢືນ ແລະ ຮັບຮອງຊາວໜຸ່ມ 4 ບຸກ ປະຈໍາປີ 2023  ພ້ອມທັງມອບໃບຍ້ອງຍໍຊາວໜຸ່ມ 4 ບຸກ ໃຫ້ໜ່ວຍຊາວໜຸ່ມຮາກຖານກົມແຜນການ ອີກດ້ວຍ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ