Skip to main content

Author: Chanthakhard Inthadalin

ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກຽມຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ

ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດຄັ້ງທີ VII ໃນຕອນເຊົ້າວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບເຂົ້າຮ່ວມ 50...

Continue reading

ສາລະວັນ ພ້ອມແລ້ວ ຈະເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທ້າຍປີ 2024

ແຂວງສາລະວັນ ພ້ອມແລ້ວຈະເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ພ້ອມກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ້ ແລະ ຊ້າງ ເປັນສັດນຳໂຊກ. ພິທີຖະແຫຼງຂ່າວການກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມວິທະຍາໄລຄູສາລະວັນ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ...

Continue reading

ກາງເດືອນນີ້ ສສກ ເລີ່ມສຶກສາວິໄຈການຮຽນການສອນ ໄລຍະ 3 ປີ ຢູ່ບັນດາເມືອງເປົ້າໝາຍ

ນັບຕັ້ງແຕ່ກາງເດືອນກຸມພາ 2024, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຈະເດີນທາງໄປໂຮງຮຽນຊັ້ນປະຖົມສຶກສາໃນ 30 ເມືອງເປົ້າໝາຍ ເພື່ອເກັບກໍາຂໍ້ມູນທຽບຖານສໍາລັບກໍລະນີສຶກສາຄົ້ນຄວ້າການຮຽນການສອນແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ ເລີ່ມແຕ່ປີ 2024-2026. ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 14 ກຸມພາ 2024 ໃຫ້ຊາບວ່າ: ໃນລະຫວ່າງເດືອນກຸມພາ ແລະ ເດືອນມີນາຂອງທຸກປີ, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ ຈະດໍາເນີນການຄົ້ນຄວ້າກໍລະນີສຶກສາແບບປະລິມານ ໂດຍການສໍາພາດກຸ່ມເປົ້າໝາຍ 21 ໂຮງຮຽນ. ຫຼັງຈາກນັ້ນ, ໃນເດືອນເມສາ...

Continue reading

ສກມ ສີໂຄດຕະບອງ ຈັດສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກ 2023-2024

ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ສອບເສັງນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມສຶກສາ ປະຈຳສົກຮຽນ 2023-2024 ເມື່ອວັນທີ 9 ກຸມພາ 2024 ທີ່ໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮຈິມິນ ໂດຍການເປັນປະທານຂອງທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີຜູ້ບໍລິຫານການສຶກສາຂັ້ນເມືອງ, ຄະນະກຳມະການສອບເສັງ, ຄູອາຈານນຳພາ ແລະ ນ້ອງນັກສອບເສັງເຂົ້າຮ່ວມ. ໃນພິທີ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ກ່າວໃຫ້ຮູ້ວ່າ: ການຈັດສອບເສັງໃນຄັ້ງນີ້...

Continue reading

ຄຣິດສະເຕຍໂນ ໂຣນັນໂດ ເປັນນັກກິລາລາຍໄດ້ສູງສຸດ ປີ 2023

Sportico ເວັບໄຊທຸລະກິດກິລາ ເປີດເຜີຍການຈັດອັນດັບນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດປະຈໍາປີ 2023 ຊຶ່ງຖືເປັນປີທີ 3 ທີ່ພວກເຂົາເປີດເຜີຍລາຍຊື່ນີ້. ຜົນປາກົດວ່າໃນປີ 2023 ຄຣິດສະເຕຍໂນ ໂຣນັນໂດ ດາວຍິງຫົວໜ້າທີມຊາດປອກຕຸຍການຂອງ ອັນ ນາເຊີ ເປັນນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດເຖິງ 275 ລ້ານໂດລາສະຫະລັດ ໂດຍເປັນເງິນເດືອນກັບເງິນລາງວັນສູງເຖິງ 215 ລ້ານໂດລາສະຫະລັດ ແລະ ເປັນນັກກິລາທີ່ມີລາຍໄດ້ຫຼາຍທີ່ສຸດຈາກພາກນີ້ ຂະນະທີ່ລາຍໄດ້ຈາກຜູ້ສະໜັບສະໜູນຢູ່ທີ່ 60 ລ້ານໂດລາສະຫະລັດ. ຂະນະທີ່ ອັນດັບ 2 ຄື: ຈອນ ຣາມ ນັກກ໊ອບຊາວແອັດສະປາຍກັບລາຍໄດ້ລວມ 203 ລ້ານໂດລາສະຫະລັດ...

Continue reading

ຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບ

ຄະນະຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ໃນວັນ 8 ກຸມພາ 2024 ທີີ່ຫໍພິພິທະພັນດັ່ງກ່າວ ໂດຍໃຫ້ກຽດນໍາຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີອະດີດຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກ, ຜູ້ອໍານວຍການບໍລິສັດລັດວິສາຫະກິດ, ມະຫາວິທະຍາໄລ, ວິທະຍາໄລ, ສະມາຄົມການສຶກສາພາກເອກະຊົນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຢ້ຽມຊົມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023...

Continue reading

ກັກຕົວຊາວຈີນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ທີ່ເມືອງຕົ້ນເຜິ້ງ

ໃນວັນທີ 6 ກຸມພາ 2024 ເວລາປະມານ 4:11 ໂມງ ທີ່ຈຸດກວດການໍ້າເກິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຜູ້ຊາຍ 1 ຄົນ ຂີ່ລົດໂດຍສານມາແຕ່ ເມືອງຕົ້ນເຜິ້ງ ເພື່ອທີ່ຈະເດີນທາງເຂົ້າເມືອງຫ້ວຍຊາຍ ໂດຍຜ່ານຈຸດກວດການ້ຳເກິງ, ເຈົ້າໜ້າທີ່ຈຶ່ງໄດ້ສັນຍານໃຫ້ຈອດລົດ ເພື່ອກວດກາເອກະສານລົດ ແລະ ຕົວຕົນຜູ້ໂດຍສານ. ຜ່ານການກວດຄົ້ນ ພົບເຫັນຢາເສບຕິດຢູ່ໃນກະເປົາຂອງທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ ເຊື້ອຊາດຈີນ, ສັນຊາດຈີນ, ປັດຈຸບັນຢູ່ບ້ານຫ່າງປ້າງ ເມືອງມົງໂປຊຽນ ແຂວງເມິງໂປ...

Continue reading

ສກຂ ສະຫວັນນະເຂດ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ 2 ວັນສໍາຄັນຂອງພັກ-ຂອງຊາດ ແລະ ຄໍາແນະນໍາ ກໍຄື ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ຄໍາແນະນໍາກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາແຕ່ລະຂັ້ນ ສະບັບເລກທີ 003/ຄກພຂ, ລົງວັນທີ 3 ມັງກອນ 2024 ແລະ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 9 ກຸມພາ 2024 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ປອ ສຸກສົມພອນ ອະໂນໄທ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພິມມະສອນ ວໍລະຍຸດ, ທ່ານ ອະນຸສອນ ສຸດທິວົງ...

Continue reading