Skip to main content

ກາງເດືອນນີ້ ສສກ ເລີ່ມສຶກສາວິໄຈການຮຽນການສອນ ໄລຍະ 3 ປີ ຢູ່ບັນດາເມືອງເປົ້າໝາຍ

14/02/2024

ນັບຕັ້ງແຕ່ກາງເດືອນກຸມພາ 2024, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຈະເດີນທາງໄປໂຮງຮຽນຊັ້ນປະຖົມສຶກສາໃນ 30 ເມືອງເປົ້າໝາຍ ເພື່ອເກັບກໍາຂໍ້ມູນທຽບຖານສໍາລັບກໍລະນີສຶກສາຄົ້ນຄວ້າການຮຽນການສອນແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ ເລີ່ມແຕ່ປີ 2024-2026.

ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 14 ກຸມພາ 2024 ໃຫ້ຊາບວ່າ: ໃນລະຫວ່າງເດືອນກຸມພາ ແລະ ເດືອນມີນາຂອງທຸກປີ, ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູຂອງກະຊວງສຶກສາທິການ ແລະ ກິລາ ຈະດໍາເນີນການຄົ້ນຄວ້າກໍລະນີສຶກສາແບບປະລິມານ ໂດຍການສໍາພາດກຸ່ມເປົ້າໝາຍ 21 ໂຮງຮຽນ. ຫຼັງຈາກນັ້ນ, ໃນເດືອນເມສາ ຈະດໍາເນີນການປະເມີນຜົນການຮຽນກັບນັກຮຽນຂັ້ນ ປ.1 ໃນ 120 ໂຮງຮຽນ. ການສຶກສາຄົ້ນຄວ້າດັ່ງກ່າວ, ແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ໂດຍຜ່ານແຜນງານບີຄວາ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກົມສ້າງຄູໄດ້ຊີ້ນໍາການອອກແບບການສຶກສາວິໄຈການສອນທີ່ເໝາະສົມສຳລັບເດັກທຸກຄົນ ແລະ ວິທີການສະໜັບສະໜູນນັກເກັບຂໍ້ມູນຈະລົງໄປປະເມີນທີ່ໂຮງຮຽນ ແລະ ວິທີທີ່ຈະອໍານວຍຄວາມສະດວກໃຫ້ແກ່ການສົນທະນາກ່ຽວກັບຂໍ້ມູນທີ່ເກັບໄດ້ໃນເບື້ອງຕົ້ນ”.

ການສຶກສາຄົ້ນຄວ້າ ຈະລວບລວມເອົາຂໍ້ມູນດ້ານການປ່ຽນແປງ ແລະ ການປັບປຸງການປະຕິບັດການສິດສອນຂອງຄູ ຂັ້ນ ປ.1, ປ.2 ແລະ ປ.3 ພ້ອມທັງສຶກສາວ່າ ການປະຕິບັດເຫຼົ່ານັ້ນ ແມ່ນມີຜົນກະທົບແນວໃດຕໍ່ກັບການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ. ການສຶກສາຈະກໍານົດຍຸດທະສາດທີ່ມີປະສິດທິພາບໃນການສ້າງວັດທະນະທໍາສຳລັບການສອນການຮຽນແບບທີ່ເໝາະສົມສຳລັບເດັກທຸກຄົນ ໃນໄລຍະ 3 ປີ ເພື່ອຄົ້ນຫາວິທີການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການປະຕິບັດການສິດສອນທີ່ຕອບສະໜອງຄວາມຕ້ອງການຂອງນັກຮຽນ ແລະ ປະກອບສ່ວນເຂົ້າໃນການຮຽນການສອນ.

ການສຶກສາຮຽນຮ່ວມ ໝາຍເຖິງນັກຮຽນທຸກຄົນສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບທີ່ຕອບສະໜອງຄວາມຕ້ອງການຫຼາກຫຼາຍຂອງເຂົາເຈົ້າຢ່າງມີປະສິດທິພາບ ໃນສະພາບແວດລ້ອມທີ່ພວກເຂົາເຈົ້າສາມາດປະກອບຄຳເຫັນ, ໄດ້ຮັບການຍອມຮັບ, ໄດ້ຮັບການເຄົາລົບ ແລະ ໄດ້ຮັບການຊ່ວຍເຫຼືອ. ການສຶກສາທີ່ລວມເອົາການສຶກສາຮຽນຮ່ວມ ແມ່ນເກີດຂຶ້ນໄດ້ເມື່ອມີການກຳນົດການສຶກສາແບບລັກສະນະແລກປ່ຽນ ເຊັ່ນ: ນັກຮຽນທີ່ມາຈາກພຶ້ນຖານທີ່ແຕກຕ່າງກັນ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ໄດ້ຮັບການຊ່ວຍເຫຼືອ ເພື່ອໃຫ້ສາມາດເອົາຊະນະອຸປະສັກທີ່ອາດເຮັດໃຫ້ເຂົາເຈົ້າບໍ່ໄດ້ມີສ່ວນຮ່ວມ.

ການສຶກສາດັ່ງກ່າວ, ຈະດຳເນີນໃນ 120 ໂຮງຮຽນ ໃນ 30 ເມືອງ 7 ແຂວງເປົ້າໝາຍ (ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ). ໂຮງຮຽນທີ່ຖືກຄັດເລືອກ ແມ່ນອີງໃສ່ດ້ານຄວາມຫຼາກຫຼາຍຂອງນັກຮຽນທີ່ມາຮຽນ ເຊັ່ນ: ໂຮງຮຽນທີ່ມີນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ ແລະ ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນທີ່ຕ້ອງໄດ້ຂາດຮຽນເພາະຈຳເປັນຕ້ອງໄດ້ຊ່ວຍວຽກຄອບຄົວ.

ທັງນີ້, ໂດຍໄດ້ຮັບການສະໜັບສະໜູນຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈະມີນັກຮຽນຂັ້ນ ປ.1 ປະມານ 1.000 ຄົນ ໃນ 120 ໂຮງຮຽນເຂົ້າຮ່ວມການທົດສອບວິຊາພາສາລາວໃນປີ 2024, 2025  ແລະ 2026. ສັງເກດການສອນຂອງຄູ 120 ທ່ານ ເປັນຈຳນວນ 720 ຄັ້ງ, ໃນລະຫວ່າງການສຶກສາຄົ້ນຄວ້ານີ້ ປີໜຶ່ງຈະໄດ້ສັງເກດການສອນ 2 ຄັ້ງຕໍ່ປີ. ການສໍາພາດແບບລົງເລິກຈະຈັດຂຶ້ນໃນ 21 ໂຮງຮຽນໃນແຕ່ລະປີ ເພື່ອສຳພາດກຸ່ມຕົວຢ່າງເປົ້າໝາຍ ທີ່ປະກອບມີ ນັກຮຽນຊັ້ນປະຖົມສຶກສາ, ພໍ່ແມ່ ຫຼື ຜູ້ປົກຄອງ, ຄູ, ຜູ້ອໍານວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດພາຍໃນ, ທີມງານວິຊາການຈາກວິທະຍາໄລຄູ ແລະ ຜູ້ໃຫ້ຂໍ້ມູນຫຼັກຈາກກະຊວງສຶກສາທິການ ແລະ ກິລາ.

ທ່ານ ເກດ ພັນລັກ ໄດ້ໃຫ້ຄຳເຫັນວ່າ: “ຜົນ​ຂອງ​ການ​ສຶກສາ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ປັບປຸງ​ລະບົບ​ການ​ພັດທະນາ​ວິຊາ​ຊີບ​ຂອງ​ຄູ​ແບບ​ຕໍ່​ເນື່ອງ. ພວກເຮົາຈະກໍານົດກໍລະນີຜົນສໍາເລັດໃນການປະຕິບັດໜ້າທີ່ການສິດສອນທີ່ນໍາໄປສູ່ການຮຽນຮູ້ຂອງນັກຮຽນທີ່ຄຳນຶງເຖິງການສຶກສາຮຽນຮ່ວມຢູ່ໃນໂຮງຮຽນຕົວຢ່າງ ແລະ ວິທີການພັດທະນາວິຊາຊີບຄູທີ່ຖືກນໍາໃຊ້. ວິທີການທີ່ດີເຫຼົ່ານັ້ນ, ຈະໄດ້ຮັບການເຜີຍແຜ່ໃນທົ່ວປະເທດ ເພື່ອຊຸກຍູ້ການປະຕິບັດໜ້າທີ່ ຂອງຄູ ແລະ ນັກຮຽນ”.

ໂດຍ ແຜນງານບີຄວາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ