ສອງອ້າຍນ້ອງພັນທະຈັກ ນັກກິລາເຍົາວະຊົນລາວ ສ້າງຜົນງານຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ ລອຍນໍ້າຊີງແຊ໋ມລະດັບໂຮງຮຽນຂົງເຂດອາຊີ
ນາງ ວິພະດາ ພັນທະຈັກ ຫຼື ນ້ອງ ວິນນີ້ ອາຍຸ 7 ປີ ແລະ ທ້າວ ສຸກພະໄຊ ພັນທະຈັກ (ນ້ອງ ວິນເນີ້) ອາຍຸ 9 ປີ ສອງອ້າຍນ້ອງນັກກິລາລອຍນໍ້າ ຕົວແທນຂອງໂຮງຮຽນນານາຊາດ ຮິດຟິວ (HIS) ນະຄອນຫຼວງວຽງຈັນ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນ ຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ
ໃນການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີ ຫຼື ລາຍການ AITN Bangkok Asian Open International AQUATICE Championship 2024 ລະຫວ່າງວັນທີ 2-4 ກຸມພາ 2024 ທີ່ນະຄອນຫຼວງບາງກອກ ປະເທດໄທ.
ການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີໃນຄັ້ງນີ້ ມີນັກກິລາ 900 ກວ່າຄົນ ຈາກ 14 ປະເທດໃນຂົງເຂດອາຊີ...








