Skip to main content

ຊາວໜຸ່ມ-ແມ່ຍິງ ອວຍພອນກຳມະບານຮາກຖານ ສວສ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ

06/02/2024

ຄະນະບໍລິຫານງານຊາວໜຸ່ມ ແລະ ແມ່ຍິງ ອວຍພອນຄະນະກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (ວັນທີ 1 ກຸມພາ 1956-ວັນທີ 1 ກຸມພາ 2024) ເມື່ອວັນທີ 1 ມັງກອນ 2024 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍຕາງໜ້າມອບກະຕ່າຂອງຂວັນ ແລະ ອວຍພອນ ຂອງສະຫາຍ ດອນບັນດິດ ບຽນທະນົງ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ແລະ ສະຫາຍ ຜູ້ຕາງໜ້າສະຫະພັນແມ່ຍິງ ຮາກຖານ ສວສ ຊຶ່ງໃຫ້ກຽດຮັບຂອງສະຫາຍ ສຸກສາຄອນ ສີປະເສີດ ປະທານກຳມະບານຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທັງເປັນເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ອານຸລົມວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສວສ ທັງເປັນປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະພັກຮາກຖານ ສວສ, ພ້ອມດ້ວຍຄະນະໜ່ວຍ, ຫົວໜ້າຈຸ ແລະ ສະມະຊິກ 3 ອົງການຈັດຕັ້ງມະຫາຊົນພາຍໃນ ສວສ.

ໃນພິທີ, ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີນຕໍ່ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ ຮາກຖານ ສວສ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ໃກ້ຊິດຕິດແທດອົງການຈັດຕັ້ງພາຄີຕະຫຼອດມາ, ພ້ອມກັນຄຽງບ່າຄຽງໄຫຼ່ຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງມະຫາຊົນຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃນໄລຍະຜ່ານມາໄດ້ຮັບຜົນສຳເລັດເປັນກ້າວໆ.

ນອກຈາກນັ້ນ, ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຍັງໄດ້ຕີລາຄາສູງຕໍ່ການອວຍພອນຄັ້ງນີ້ ເພາະຍັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກ ຮາກຖານ, ໜ່ວຍພັກຮາກຖານ, 3 ອົງການຈັດຕັ້ງມະຫາຊົນ ແລະ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະມີຂຶ້ນໃນມໍ່ໆນີ້ ພ້ອມທັງເນັ້ນໜັກໃຫ້ 3 ອົງການຈັດຕັ້ງມະຫາຊົນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍຄວາມສາມັກຄີ, ໃກ້ຊິດຕິດແທດ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ກຳແໜ້ນແນວທາງນະໂຍບາຍ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງບັນດາອົງການຈັດຕັ້ງວາງອອກໃຫ້ປະກົດຜົນເປັນຈິງ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ