ສະໜາມບິນສາກົນບໍ່ແກ້ວ ເປີດເປັນທາງການ ສາມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ

ສະໜາມບິນສາກົນແຫ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ເຈົ້າເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ພ້ອມດ້ວຍບັນດາຄະນະນໍາຂັ້ນສູງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.
ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວວ່າ: ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ ອໍານວຍຄວາມສະດວກໃນການລົງທຶນ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ອື່ນໆ.
ສະໜາມບິນສາກົນບໍ່ແກ້ວ ໄດ້ລົງມືກໍ່ສ້າງເປັນເວລາ 3 ປີນັບແຕ່ປີ 2020 ຊຶ່ງໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ມີມູນຄ່າປະມານ 225 ລ້ານກວ່າໂດລາສະຫະລັດ, ສາມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ ແລະ ເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ.
ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜຶ່ງໃນກິດຈະການທີ່ໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄຳ ສະບັບປີ 2007 ແລະ ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ສະບັບປັບປຸງ 2014. ໂຄງການດັ່ງກ່າວ, ເປັນການລົງທຶນຂອງບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວວລົບເມັ່ນ ຈຳກັດ 100% ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ແລະ ໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ວັນທີ 20 ກັນຍາ 2020 ເປັນຕົ້ນມາ.
ການສ້າງສະໜາມບິນສາກົນບໍ່ແກ້ວ ເປັນການຍົກລະດັບມາດຕະຖານໃນການບໍລິການທາງອາກາດໃຫ້ທຽບເທົ່າສາກົນ, ເປັນການສ້າງລາຍຮັບແກ່ພາກລັດທາງກົງ ແລະ ທາງອ້ອມ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ນອກຈາກນັ້ນ, ຍັງຈະເປັນການຫຼຸດຜ່ອນການລົງທຶນຂອງພາກລັດເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ. ໂຄງການກໍ່ສ້າງສະໜາມບິນດັ່ງກ່າວ, ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເສີມສ້າງການຄົມມະນາຄົມຂົນສົ່ງໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ເຂົ້າກັບສາກົນ ອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.
ສະໜາມບິນດັ່ງກ່າວນີ້, ນໍາໃຊ້ເນື້ອທີ່ດິນໃນການກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັດ A320 ແລະ ໂບອິ້ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ.
ຫຼັງຈາກໝົດກຳນົດອາຍຸສໍາປະທານແລ້ວ ຈະໄດ້ມອບໂອນໂຄງການຄືນໃຫ້ລັດຖະບານ ຕາມອາຍຸສໍາປະທານຂອງການລົງທຶນ ລວມທັງເນື້ອທີ່ດິນ. ສຳລັບເນື້ອທີ່ດິນດັ່ງກ່າວ, ແມ່ນໄດ້ຕິດພັນ ແລະ ເປັນສ່ວນໜຶ່ງຂອງເນື້ອທີ່ພັດທະນາໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ສະບັບປັບປຸງ 2014 ໂດຍທາງນິຕິກຳແລ້ວ ເນື້ອທີ່ດິນດັ່ງກ່າວ ຈະຍັງຢູ່ໃນໄລຍະການພັດທະນາ. ສະນັ້ນ, ຈຶ່ງຄວນມີການຈັດຫາເນື້ອທີ່ດິນທົດແທນ ເພື່ອນຳໃຊ້ໃນການພັດທະນາ ຄບຕາມອາຍຸສັນຍາທີ່ຍັງເຫຼືອ.
ປີທ່ອງທ່ຽວລາວ 2024, ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕັ້ງເປົ້າໝາຍໄວ້ວ່າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 7 ແສນຄົນ. ສະນັ້ນ, ສະໜາມບິນສາກົນແຫ່ງໃໝ່ແຂວງບໍ່ແກ້ວນີ້ຈະກາຍເປັນບ່ອນຮອງຮັບໜຶ່ງໃນສູນກາງທາງຜ່ານ ແລະ ປາຍທາງການທ່ອງທ່ຽວສໍາລັບແຂກພາຍໃນ-ຕ່າງປະເທດ.
ໂດຍ: ວຽງຈັນທາມ
ຂ່າວທີ່ກ່ຽວຂ້ອງ