Skip to main content

Author: Chanthakhard Inthadalin

ເປີດສາກແລ້ວ ເອີໂຣ 2024 ເຈົ້າພາບ ປະເດີມສະໜາມໄລ່ຖະຫຼົ່ມ ສະກອດແລນ 5-1 ເກັບ 3 ແຕ້ມທຳອິດສຳເລັດ

ເປີດສາກຂຶ້ນຢ່າງເປັນທາງການແລ້ວ ສຳລັບການແຂ່ງຂັນບານເຕະຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື “ເອີໂຣ 2024” ໃນຄ່ຳຄືນວັນທີ 14 ມິຖຸນາ 2024 ທີ່ສະໜາມ ອາລີອັນ ອາຣີນາ ຂອງສະໂມສອນ ບາເຢິນ ມິວນິກ ໂດຍເທື່ອນີ້ ເຢຍລະມັນ ຮັບໜ້າທີ່ເປັນເຈົ້າພາບ ຈັດການແຂ່ງຂັນ ໂດຍພິທີເປີດໄດ້ມີການລະນຶກເຖິງ ທ່ານ ຟຣານ ເບກເຄນບາວເອີ ຕຳນານນັກເຕະທີມຊາດເຢຍລະມັນ ທີ່ເສຍຊີວິດ ໃນໄວອາຍຸ 78 ປີ ເມື່ອຕົ້ນປີຜ່ານມາ. ຊຶ່ງຝ່າຍຈັດການແຂ່ງຂັນໄດ້ມີການເຊີນ ທ່ານ ນາງ...

Continue reading

“ອັກສອນສະຫວັນ” ໂຮງຮຽນເອກະຊົນລາວ ທີ່ເນັ້ນມາດຕະຖານສາກົນ ເປີດພຽງ 2 ປີ ສັງຄົມໃຫ້ການຍອມຮັບເປັນຢ່າງດີ

ວຽກງານການສຶກສາ ແມ່ນຂະບວນການຮຽນການສອນ ແລະ ການຮຽນຮູ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ຂະຫຍາຍຕົວຢ່າງຮອບດ້ານ ຊຶ່ງການພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ມີຄວາມຍືນຍົງນັ້ນ ແມ່ນເພື່ອແນໃສ່ພັດທະນາຄົນໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນິຊຳນານງານ, ມີສຸຂະພາບພະລານາໄມແຂງແຮງ, ຮູ້ຮັກສາ ແລະ ສົ່ງເສີມສິລະປະ-ວັດທະນະທຳ ແລະ ຮີດຄອງປະເພດນີອັນດີງາມຂອງຊາດ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ...

Continue reading

ສກຂ ບໍລິຄຳໄຊ ມີຜົນງານການປະຕິບັດ ແລະ ພັດທະນາວຽກງານການສຶກສາ-ກິລາພົ້ນເດັ່ນຫຼາຍດ້ານ

ໃນໄລຍະສົກຮຽນ 2022-2023 ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ບໍລິຄຳໄຊ ໄດ້ມີຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ໃນຈໍານວນ 15 ຄາດໝາຍຫຼັກ ສາມາດເຮັດສໍາເລັດໄດ້ 9 ຄາດໝາຍ, ມີຄວາມຄືບໜ້າ 5 ຄາດໝາຍ ແລະ ທົດຖອຍ 1 ຄາດໝາຍ (ອັດຕາເຂົ້າຮຽນໃໝ່ລວມ ມ.4 ຫຼຸດລົງຈາກສົກຮຽນຜ່ານມາ 64,3% ມາເປັນ 63,6% ຄາດໝາຍທີ່ກຳນົດແມ່ນ 65,2% ). ທ່ານ ລົມ ແພງສຸກ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສະພາບການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສຶກສາແຂວງ ທົ່ວແຂວງມີພະນັກງານ-ລັດຖະກອນສຶກສາ ແລະ ກິລາ ທັງໝົດ 3.305 ຄົນ, ຍິງ 1.828 ຄົນ,...

Continue reading

ມຊ ເປີດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພີ່ມຄວາມຮູ້ໃຫ້ຜູ້ຮັບຜິດຊອບດ້ານເຕັກນິກເຄືອຂ່າຍຄອມພິວເຕີ

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປີດຊຸດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພື່ອແນໃສ່ສ້າງຄວາມອາດສາມາດໃຫ້ແກ່ພະນັກວິຊາການທາງດ້ານເຕັກນິກເຄືອຂ່າຍຄອມພິວເຕີ ທີ່ມີໜ້າທີ່ຮັບຜິດຊອບໃນການອອກແບບ, ສ້າງລະບົບເຄືອຂ່າຍພາຍໃນອົງກອນ ພ້ອມທັງສ້າງການເຊື່ອມຕໍ່ກັບອົງກອນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ. ພິທີເປີດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ມິຖຸນາ 2024 ທີ່ຫ້ອງຝຶກອົບຮົມ T-Building ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ...

Continue reading

ຈີນ ຄອງແຊ໋ມໂລກ ທັງທີມຍິງ ແລະ ທີມຊາຍ ການແຂ່ງຂັນບານເຕະລະດັບນັກຮຽນ

ພິທີປິດການແຂ່ງຂັນກິລາບານເຕະລະດັບນັກຮຽນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງແຊ໋ມໂລກ 2024 ຫຼື ລາຍການ ໄອເອັດເອັບ ເວິນ ຄັບ 2024 (ISF Football World Cup 2024) ໄດ້ມີຂຶ້ນເມື່ອວັນທີ 26 ພຶດສະພາ 2024 ທີ່ສະໜາມກິລາ ຊຸນ ຢູວານ ເມືອງຕ້າຫຼຽນ ສາທາລະນະລັດປະຊາຊົນຈີນ, ໂດຍມີ ທ່ານ ຫວັງ ເຈຍອີ້ ຮອງລັດຖະມົນຕີ ກະຊວງສຶກສາທິການແຫ່ງ ສປ ຈີນ ທັງເປັນປະທານຈັດການແຂ່ງຂັນ ແລະ ທ່ານ ໂລຣ໊ອງ ເພທຣິງກາ ປະທານສະຫະພັນກິລາໂຮງຮຽນນານາຊາດ ຕະຫຼອດຮອດຄະນະນຳ, ຄູຝຶກ ແລະ...

Continue reading

ສປປ ລາວ ຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ຈົບພຽງທີ 3 ດອກປີກໄກ່ ຢູ-15 ແລະ ຢູ-17 ຊີງແຊ໋ມເຍົາວະຊົນອາຊຽນ 2024

ທັບນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ຍາດໄດ້ 4 ຫຼຽນເງິນ ແລະ 6 ຫຼຽນທອງ ຈົບພຽງອັນດັບທີ 3 ໃນການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 17 ປີ ຊີງແຊ໋ມອາຊຽນ 2024 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຫຼື “Badminton South east Asia Regional Junior Cham pionship 2024”. ຂະນະທີ່ ນັກກິລາດອກປີກໄກ່ເຍົາວະຊົນມຽນມາ ສ້າງຜົນງານໄດ້ຢ່າງໂດດເດັ່ນກວາດ 12 ຫຼຽນຄຳ, 4 ຫຼຽນເງິນ 1 ຫຼຽນທອງ ຄອງເຈົ້າຫຼຽນຄຳ. ການແຂ່ງຂັນງານດັ່ງກ່າວ ຈັດຂຶ້ນ ລະຫວ່າງວັນທີ 22-26 ພຶດສະພາ 2024...

Continue reading

ປັນຈັກສີລັດລາວ ພ້ອມແລ້ວ 100 ເປີເຊັນ ແລະ ຕັ້ງເປົ້າຢ່າງໜ້ອຍ 1 ຫຼຽນຄຳ ງານກິລານັກຮຽນອາຊຽນ 2024 ທີ່ສສ ຫວຽດນາມ

ທ່ານ ທອງຄູນ ຄຳສີສະຫວັດດີ ຄູຝຶກກິລາປັນຈັກສີລັດນັກຮຽນທີມຊາດລາວ ໃຫ້ສຳພາດວ່າ: ທັບນັກກິລາປັນຈັກສີລັດນັກຮຽນທີມຊາດລາວ ແມ່ນເລີ່ມເຂົ້າສູນເກັບຕົວຝຶກຊ້ອມແຕ່ເດືອນພະຈິກ 2023 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ເຫັນວ່ານັກກິລາພວກເຮົາທັງໝົດມີຄວາມພ້ອມທາງດ້ານເຕັກນິກ, ພະລະກຳລັງ, ຮ່າງກາຍ ແລະ ຈິດໃຈແລ້ວ 100% ເຫຼືອພຽງແຕ່ລໍຖ້າເດີນທາງ ແລະ ເຂົ້າຮ່ວມແຂ່ງຂັນຕົວຈິງກໍເທົ່ານັ້ນເອງ ໃນການເຂົ້າຮ່ວມງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 1-8 ມິຖຸນາ 2024. ທັງນີ້, ກິລາປັນຈັກສີລັດນັກຮຽນທີມຊາດລາວ...

Continue reading

ໂວວີນາມລາວ ຕັ້ງເປົ້າຢ່າງໜ້ອຍ 1 ຫຼຽນຄຳ ງານກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ສສ ຫວຽດນາມ ເປັນເຈົ້າພາບ

ທັບນັກກິລາໂວວີນາມນັກຮຽນທີມຊາດລາວ ມີຄວາມພ້ອມແລ້ວເກືອບ 100% ເຫຼືອພຽງລໍຖ້າແຕ່ເດີນທາງ ແລະ ລົງສະໜາມແຂ່ງຂັນ ໂດຍຈະສົ່ງຄະນະຄູຝຶກ 3 ທ່ານ ແລະ ນັກກິລາ 12 ຄົນ, ຍິງ 5 ຄົນ ເຂົ້າຮ່ວມຊີງໄຊ 10 ລາຍການ ໃນນີ້ແບ່ງເປັນປະເພດຕໍ່ສູ້ 4 ຮຸ່ນ ແລະ ປະເພດຟ້ອນ ຫຼື ສະແດງ 6 ລາຍການ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການເຂົ້າຮ່ວມງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 1-8 ມິຖຸນາ 2024. ທ່ານ ວຽງສຸກ ຮັງເງິນ...

Continue reading