Skip to main content

Author: Chanthakhard Inthadalin

ຄູ-ນັກສຶກສາ ວຕລຢ ເກືອບ 500 ຄົນ ຮຽນຮູ້ວິທີປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ

ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຮຽນຮູ້ວິທີການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ໃນປັດຈຸບັນ ເປັນຕົ້ນແມ່ນ ການປຸ້ນຈີ້, ຊີງຊັບ, ລັກຊັບ ແລະ ຄາດຕະກຳ ເພື່ອໃຫ້ມີສະຕິລະວັງຕົວ ແລະ ມີຄວາມຮູ້-ບົດຮຽນໃນການປ້ອງກັນ, ຕ້ານ ແລະ ວິທີການຮັບມືກັບປະກົດການຫຍໍ້ຕ່າງໆທີ່ເກີດຂຶ້ນ. ໃນວັນທີ 19 ມັງກອນ 2024, ພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ...

Continue reading

ບໍລິຄໍາໄຊ ເປີດງານກິລາ-ສິລະປະນັກຮຽນ ທົ່ວແຂວງ ຄັ້ງທີ VI ເລືອກເຟັ້ນນັກກິລາດີເດັ່ນ

ງານມະຫະກໍາກິລາ ແລະ ສິລະປະນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄຳໄຊ ຄັ້ງທີ VI ຢູ່ເມືອງວຽງທອງ ເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 26 ມັງກອນ 2024 ທີ່ເດີ່ນຫ້ອງວ່າການເມືອງວຽງທອງ ພາຍໃຕ້ການການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ຄຳແພນ ວີລື້ທຳ ເຈົ້າເມືອງວຽງທອງ, ມີແຂກຖືກເຊີນ ພ້ອມດ້ວຍຄະນະກຳມະການຮັບຜິດຊອບກິລາ-ສິລະປະ ແລະ ນັກກິລາ-ສິລະປະ 7 ເມືອງພາຍໃນແຂວງ ເຂົ້າຮ່ວມ. ງານມະຫະກໍາກິລາ – ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງ...

Continue reading

ແລ່ນ-ລານຄົນພິການລາວ ຮ່ວມກັບ ສະມາຄົມມັງກອນທອງ ມອບເຄື່ອງ-ອຸປະກອນກິລາຫຼາຍລາຍການ ໃຫ້ທະຫານແຂວງອຸດົມໄຊ

ສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດ ແລະ ຈິດອາສາສະມາຄົມມັງກອນທອງ ມອບອຸປະກອບກິລາ ແລະ ເຄື່ອງກິລາ ຫຼາຍລາຍການ ລວມມູນຄ່າ 25 ລ້ານກີບ ໃຫ້ກອງພົນທະຫານລາບ ທີ 3 ກອງບັນຊາການທະຫານແຂວງອຸດົມໄຊ ເພື່ອນຳໄປໃຊ້ໃນການເຄື່ອນໄຫວພັດທະນາວຽກງານກິລາ ກໍຄື ນັກກິລາພາຍໃນກົມກອງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຄຸນນະພາບ ເພື່ອກຽມຄວາມພ້ອມສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພາຍໃນແຂວງ, ລະດັບກະຊວງ ແລະ ລະດັບຊາດ ໃນຕໍ່ໜ້າ. ພິທີມອບເຄື່ອງກິລາດັ່ງກ່າວ ຈັດຂຶ້ນ ໃນວັນທີ 24 ມັງກອນ 2024 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປັນການກ່າວມອບໂດຍ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດລາວ...

Continue reading

ວິທະຍຸໂທລະພາບສູນກາງຈີນ ມອບປຶ້ມສອນໃຈໄວເດັກ 314 ຊຸດ ໃຫ້ 6 ພາກສ່ວນ

ວິທະຍຸໂທລະພາບສູນກາງຈີນ ປະຈໍາ ສປປ ລາວ ໄດ້ນໍາປຶ້ມສອນໃຈໄວເດັກ ຈໍານວນ 314 ຊຸດ (1 ຊຸດມີ 3 ເຫຼັ້ມ) ໃຫ້ 6 ພາກສ່ວນ ເມື່ອວັນທີ 23 ມັງກອນ 2024 ທີ່ໂຮງຮຽນ ມສ ຫຼຽວໂຕ້ ນະຄອນຫຼວງວຽງຈັນ ໃຫ້ກຽດຕາງໜ້າມອບຂອງ ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ ແລະ ຮັບແມ່ນຕາງໜ້າຈາກ 6 ພາກສ່ວນ, ມີ ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ຖວທ, ທ່ານ ສະໝານ ບົວຜາວົງ ຮອງຜູ້ອໍານວຍການຝ່າຍພາສາຈີນ ໂຮງຮຽນ ມສ ຫຼຽວໂຕ້ ພ້ອມດ້ວຍຜູ້ຕາງໜ້າພະແນກ ຂະແໜງການ ຄູ-ອາຈານ ແລະ...

Continue reading

ຊາວໜຸ່ມ ສລດ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມເລືອກຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ແລະ ຕີລາຄາວຽກງານຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ແລະ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ມີສະຫາຍ ນາງ ທຸມມະລີ ບຸນຈະເລີນ ຫົວໜ້າຈຸພັກຮາກຖານ ສລດ, ຮອງຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຫາຍ ນາງ ບຸນມາລີ ຈັນບຸນມີ ເລຂາ ຄຊປປລ...

Continue reading

ເປີດສາກຢ່າງຟົດຟື້ນ ການແຂ່ງຂັນກິລາ ຄອບຄົວ ເບຍລາວ ປະຈຳປີ 2024 ສະຫຼອງປີທ່ອງທ່ຽວລາວ

ເປີດສາກຂຶ້ນຢ່າງເປັນທາງການ ຂະບວນການເຄື່ອນໄຫວການແຂ່ງຂັນກິລາ ປະຈຳປີ 2024 ຂອງຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ໂດຍການຮ່ວມກັນຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ກັບ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ ທີ່ຫາກໍຜ່ານພົ້ນມາ ແລະ ປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ ຂະນະທີ່ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ...

Continue reading

ຊາວໜຸ່ມວິທະຍາໄລອ້ອມຂ້າງ ຄອງແຊ໋ມເຕະບານຊາຍ ແລະ ດຶງເຊືອກຍິງ ຊີງຂັນເລຂາຊາວໜຸ່ມ ສສກ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ວິທະຍາໄລອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ (ສສກ) ສາມາດຄອງແຊ໋ມກິລາ 2 ປະເພດ ກໍຄື ກິລາເຕະບານຊາຍ 8 ຮັບ 1 ແລະ ກິລາດຶງເຊືອກຍິງ ລາຍການ ຊາວໜຸ່ມ 4 ຮາກຖານ ອ້ອມຂ້າງ ສສກ ຊີງຂັນສະຫາຍເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2024 ໄປຄອງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າສະເພາະແມ່ນຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະພັກແຕ່ລະຂັ້ນຂອງກະຊວງສຶກສາທິການ ແລະ...

Continue reading

ເປີດສາກແລ້ວ ການແຂ່ງຂັນມວຍລາວ ຊີງແຊ໋ມສາຍແອວກຽດຕິຄຸນທ່ານນາຍົກ ເຟັ້ນຫານັກກິລາດາວເດັ່ນລະດັບຊາດໜຶ່ງດຽວ

ເປີດສາກລະເບີດຄວາມມັນຢ່າງເປັນທາງການແລ້ວ ການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ຊີງແຊ໋ມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ແລະຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024. ຂະນະທີ່ ນ້ອງໂອ ວິທະຍາຄານ ວສປ ແລະ ລຳນ້ຳຂອງ ຂວັນໃຈສີໂຄດ ຜ່ານຮອບທຳອິດແບບບໍ່ມີບັນຫາ ໃນຮຸ່ນ 65...

Continue reading