Skip to main content

ຄູ-ນັກສຶກສາ ວຕລຢ ເກືອບ 500 ຄົນ ຮຽນຮູ້ວິທີປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ

29/01/2024

ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຮຽນຮູ້ວິທີການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ໃນປັດຈຸບັນ ເປັນຕົ້ນແມ່ນ ການປຸ້ນຈີ້, ຊີງຊັບ, ລັກຊັບ ແລະ ຄາດຕະກຳ ເພື່ອໃຫ້ມີສະຕິລະວັງຕົວ ແລະ ມີຄວາມຮູ້-ບົດຮຽນໃນການປ້ອງກັນ, ຕ້ານ ແລະ ວິທີການຮັບມືກັບປະກົດການຫຍໍ້ຕ່າງໆທີ່ເກີດຂຶ້ນ.

ໃນວັນທີ 19 ມັງກອນ 2024, ພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ໄດ້ລົງເຜີຍແຜ່ໂຄສະນາການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ທີ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ພັນໂທ ໄພວັນ ໄຊປະເສີດ ຫົວໜ້າພະແນກສະກັດກັ້ນອາຍະກຳ ແລະ ຕ້ານການກໍ່ການຮ້າຍ ກົມຕຳຫຼວດ ສືບສວນ-ສອບສວນ, ມີທ່ານ ຄຳສະໄຫວ ຍອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສຸລິຍາ ປ່າໄຊ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ພັນໂທ ສຸລິນທອນ ບຸນເຮືອງໄຊ ຮອງຫົວໜ້າພະແນກຕ້ານການກໍ່ການຮ້າຍ ພ້ອມດ້ວຍບັນດາຫົວໜ້າພະແນກ, ພາກວິຊາ, ຄູພະນັກງານ ແລະ ນັກຮຽນ-ນັກສຶກສາ ຈຳນວນ 470 ຄົນ.

ການເຜີຍແຜ່ໂຄສະນາການສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ໃນຄັ້ງນີ້, ທ່ານ ພັນໂທ ໄພວັນ ໄຊປະເສີດ ໄດ້ຍົກໃຫ້ເຫັນກ່ຽວກັບການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນນັບມື້ແຜ່ລາມຫຼາຍໃນສັງຄົມ ໂດຍສະເພາະແມ່ນບັນຫາຂີ້ລັກງັດແງະ, ການປຸ້ນຈີ້ ຊີງຊັບ ແລະ ການຄາດຕະກຳຕ່າງໆ ເພື່ອເຮັດໃຫ້ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ມີສະຕິລະມັດລະວັງຕົວ ແລະ ມີຄວາມຮູ້-ບົດຮຽນໃນການປ້ອງກັນ, ຕ້ານສະກັດກັ້ນ ແລະ ມີວິທີການຮັບມືກັບປະກົດການຫຍໍ້ຕ່າງໆທີ່ເກີດຂຶ້ນ ແລະ ສາມາດແກ້ໄຂທວງທັນເຫດການຢ່າງປອດໄພ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ