Skip to main content

ຊາວໜຸ່ມ ສລດ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມເລືອກຄະນະບໍລິຫານງານຊຸດໃໝ່

24/01/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ແລະ ຕີລາຄາວຽກງານຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ແລະ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ.
ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ມີສະຫາຍ ນາງ ທຸມມະລີ ບຸນຈະເລີນ ຫົວໜ້າຈຸພັກຮາກຖານ ສລດ, ຮອງຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຫາຍ ນາງ ບຸນມາລີ ຈັນບຸນມີ ເລຂາ ຄຊປປລ ຮາກຖານ ສລດ ພ້ອມດ້ວຍຕາງໜ້າສະຫະພັນກຳມະບານຮາກຖານ ສລດ, ສະຫະພັນແມ່ຍິງຮາກຖານ ສລດ, ແຂກຖືກເຊີນ ແລະ ບັນດາສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.


ໂອກາດນີ້, ສະຫາຍ ນາງ ບຸນມາລີ ຈັນບຸນມີ ໄດ້ຜ່ານບົດລາຍງານການເມືອງກອງປະຊຸມໃຫຍ່ທັງ 2 ພາກ ແລະ ບົດສຳຫຼວດການນຳພາລວມ ຂອງ ຄຊປປລ ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ມີສະມາຊິກຊາວໜຸ່ມມີ ທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ, ມີຄະນະບໍລິຫານງານ 2 ສະຫາຍ, ຍິງ 1 ສະຫາຍ, ເປັນມະຫາຊົນກ້າວໜ້າ 4 ສະຫາຍ, ຍິງ 3 ສະຫາຍ ຊຶ່ງຜົນໄດ້ຮັບຜົນງານຂອງການເຄື່ອນໄຫວວຽກງານຕົວຈິງ ແລະ ສົມທຽບໃສ່ມາດຖານຂອງການປະຕິບັດຂໍ້ແຂ່ງຂັນ 4 ບຸກ ກໍຄື ໄດ້ບຸກດ້ານແນວຄິດ 92%, ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮໍ່າຮຽນ 92%, ບຸກດ້ານວຽກງານການຈັດຕັ້ງ 92% ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ (ບຸກດ້ານວຽກງານວິຊາສະເພາະ) 93% ຄະແນນສະເລ່ຍລວມທັງ 4 ດ້ານ 92% ແລະ ຜົນສຳເລັດຫຼາຍໆດ້ານ ສະຫຼຸບລວມເຫັນໄດ້ວ່າແຕ່ລະສະຫາຍມີຄະແນນສະເລ່ຍ 93% ຂຶ້ນໄປ ແລະ ຈັດຢູ່ໃນປະເພດແຂງ 03 ປີຊ້ອນ (2020, 2021 ແລະ 2022).

ສ່ວນທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອໃຫ້ໄດ້ຮັບການຢັ້ງຢືນ 4 ບຸກໃນຕໍ່ໜ້າ, ສືບຕໍ່ຈັດຕັ້ງຂະບວນການສົ່ງເສິມວິຊາການ, ອົບຮົມກໍ່ສ້າງ, ຍົກລະດັບວຽກງານວິຊາສະເພາະ ແລະ ເຄື່ອນໄຫວວຽກງານຊາວໜຸ່ມໃຫ້ແຂງແຮງຂຶ້ນກວ່າເກົ່າ, ສືບຕໍ່ສ້າງຂະບວນການເຄື່ອນໄຫວຕ່າງໆໃຫ້ເປັນປົກກະຕິ ແລະ ເປັນຂະບວນການຟົດຟື້ນ, ສືບຕໍ່ສະຫຼຸບສັງລວມສະຖິຕິ ແລະ ສົ່ງເງິນບຳລຸງໃຫ້ຂັ້ນເທິງຕາມກົດລະບຽບການໃຫ້ໄດ້ 100%, ສືບຕໍ່ປະກອບສ່ວນລະດົມທຶນຊ່ວຍເຫຼືອສັງຄົມໃນຮູບແບບຕ່າງໆຕາມຄວາມສາມາດຕົວຈິງ ແລະ ສືບຕໍ່ປະກອບສ່ວນເຂົ້າໃນວຽກງານປົກປ້ອງຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານປ້ອງກັນຊາວໜຸ່ມຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ນອກນັ້ນ, ພາຍໃນພິທີ ຄຊປປລ ຮາກຖານ ສລດ ຍັງໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ມອບໃບຍ້ອງຍໍ ປະຈຳປີ 2022 ແລະ ປະຈຳປີ 2023 ໃຫ້ແກ່ບຸກຄົນດີເດັ່ນຂອງ ຄຊປປລ ຮາກຖານ ສລດ. ຈາກນັ້ນ, ກໍໄດ້ມີການປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ເພື່ອສືບຕໍ່ຊີ້ນຳນຳພາວຽກງານຊາວໜຸ່ມພາຍໃນສູນໃຫ້ກ້າວໜ້າຂຶ້ນເທື່ອລະກ້າວ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ