Skip to main content

ວິທະຍຸໂທລະພາບສູນກາງຈີນ ມອບປຶ້ມສອນໃຈໄວເດັກ 314 ຊຸດ ໃຫ້ 6 ພາກສ່ວນ

25/01/2024

ວິທະຍຸໂທລະພາບສູນກາງຈີນ ປະຈໍາ ສປປ ລາວ ໄດ້ນໍາປຶ້ມສອນໃຈໄວເດັກ ຈໍານວນ 314 ຊຸດ (1 ຊຸດມີ 3 ເຫຼັ້ມ) ໃຫ້ 6 ພາກສ່ວນ ເມື່ອວັນທີ 23 ມັງກອນ 2024 ທີ່ໂຮງຮຽນ ມສ ຫຼຽວໂຕ້ ນະຄອນຫຼວງວຽງຈັນ ໃຫ້ກຽດຕາງໜ້າມອບຂອງ ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ ແລະ ຮັບແມ່ນຕາງໜ້າຈາກ 6 ພາກສ່ວນ, ມີ ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ຖວທ, ທ່ານ ສະໝານ ບົວຜາວົງ ຮອງຜູ້ອໍານວຍການຝ່າຍພາສາຈີນ ໂຮງຮຽນ ມສ ຫຼຽວໂຕ້ ພ້ອມດ້ວຍຜູ້ຕາງໜ້າພະແນກ ຂະແໜງການ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.


ສຳລັບ 6 ພາກສ່ວນທີ່ໄດ້ຮັບປື້ມໃນຄັ້ງນີ້ ປະກອບມີ ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງ ຖວທ 10 ຊຸດ, ຫໍສະໝຸດແຫ່ງຊາດ 50 ຊຸດ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ 10 ຊຸດ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ 10 ຊຸດ, ໂຮງຮຽນ ມສ ຫຼຽວໂຕ້ 50 ຊຸດ ແລະ ໂຮງຮຽນປະຖົມໜອງປີງ 20 ຊຸດ. ພ້ອມນີ້ ກໍໄດ້ມອບໃຫ້ຜູ້ປົກຄອງ ແລະ ນັກຮຽນຫຼຽວໂຕ້ທີ່ເຂົ້າຮ່ວມງານ 100 ຊຸດ, ສື່ມວນຊົນ 14 ຊຸດ ແລະ ແຂກຖືກເຊີນ 50 ຊຸດ.

ໃນໂອກາດນີ້, ທ່ານ ນາງ ແສງແກ້ວ ໄດ້ກ່າວວ່າ: ເດັກນ້ອຍຈະເປັນຜູ້ສືບທອດພາລະກິດຂອງປະເທດຊາດໃນຕໍ່ໜ້າໄດ້ດີ ຕ້ອງພຽບພ້ອມໄປດ້ວຍຄວາມຮູ້ ຄວາມສາມາດ ມີສະຕິປັນຍາທີ່ສະຫຼາດມອງກວ້າງໄກ ແລະ ມີສຸຂະພາບທີ່ແຂງແຮງ ແລະ ມີພະລານາໄມທີ່ສົມບູນ ວິທະຍຸໂທລະພາບສູນກາງຈີນ ຈຶ່ງມີລາຍການ ສອນໃຈໄວເດັກ ໃນວິທະຍຸ FM93 ໃນປີຜ່ານມາ ແຕ່ເພື່ອໃຫ້ຜູ້ປົກຄອງເດັກ ແລະ ເດັກນ້ອຍ ທີ່ໄດ້ຟັງລາຍການນີ້ແລ້ວ ຫຼື ບໍ່ມີເວລາໄດ້ຟັງທຸກລາຍການແບບສຸດກົກສຸດປາຍ ພວກເຮົາຈຶ່ງຮີບໂຮມ ແລະ ຮຽບຮຽງຄືນໃໝ່ ຈັດພິມເປັນປຶ້ມ 3 ເຫຼັ້ມ ໃຫ້ຜູ້ອ່ານໄດ້ອ່ານຢ່າງລະອຽດຕື່ມ ປະກອບມີ 3 ເຫຼັ້ມຄື: ເຫຼັ້ມທີ 1 ແມ່ນປຶ້ມ ນິທານກ່ອມນິດທາ ຫຼື ນິທານກ່ອມນອນ ໝາຍວ່າອ່ານໃຫ້ເດັກຟັງກ່ອນຈະຫຼັບນອນ ປຶ້ມຫົວນີ້ ໄດ້ຮວບຮວມເອົານິທານເດັກ 30 ເລື່ອງ ລວມມີນິທານສອນໃຈອຳມະຕະຂອງຈີນ ທີ່ໄດ້ສືບທອດມາຍາວນານກວ່າພັນປີ ລວມທັງນິທານເດັກຍຸກປັດຈຸບັນ ອ່ານແລ້ວ ນອກຈາກໄດ້ຄວາມມວ່ນຊື່ນ ຍັງມີຂໍ້ຄິດທີ່ມີປະໂຫຍດສຳລັບເດັກນ້ອຍ ໃນດ້ານການຊ່ວຍໃຫ້ເດັກຮູ້ຄວາມ ມີນິດໃສດີ ມັກຮຽນ ແລະ ອື່ນໆ ເຫຼັ້ມທີ 2 ແມ່ນປຶ້ມ ຮູ້ທົ່ວທິດ ປຶ້ມຫົວນີ້ປະກອບມີ 6 ຫົວຂໍ້ໃຫຍ່ ທີ່ເວົ້າເລື່ອງສັດ ວິທະຍາສາດ, ຮ່າງກາຍຂອງຄົນເຮົາ, ຊີວິດຄົນເຮົາ, ວັດທະນະທຳ ແລະ ທຳມະຊາດ ແລະ ເຫຼັ້ມທີ 3 ແມ່ນປຶ້ມເດັກວັນນີ້ ໃນປຶ້ມໄດ້ຮວບຮວມເອົາ 22 ຫົວຂໍ້ ທີ່ສຳຄັນ ທີ່ເປັນຄວາມຮູ້ໃນດ້ານການເບິ່ງແຍງລ້ຽງດູ ແລະ ສິດສອນເດັກນ້ອຍ ພິເສດໃນປຶ້ມຫົວນີ້ມີຮູບແຕ້ມທີ່ໜ້າຮັກ ມາປະກອບໃສ່ບົດ ເພື່ອດຶງດູດຜູ້ອ່ານ ແລະ ເດັກນ້ອຍ ໂດຍແມ່ນຜົນງານການແຕ້ມ ຂອງນັກຈິດຕະກອນຈີນ.

ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ