ວຕລຢ ຮ່ວມມືກັບ 5 ບໍລິສັດ ຍົກສູງຄຸນນະພາບອາຊີບສີມືແຮງງານລາວ ກ້າວທັນສາກົນ
ວິທະຍາໄລເຕັກນິກລາວ-ເຢຍລະມັນ ຫຼື ວຕລຢ ຮ່ວມມືກັບບໍລິສັດ ເສີດ ການໄຟຟ້າ ຈຳກັດ, ບໍລິສັດ ເອເຊຍ ການໄຟຟ້າ ຈຳກັດ, ບໍລິສັດ ບອສ໌ເທັກ ເອັນຈິເນຍຣິງ ຈຳກັດ, ບໍລິສັດ 3S ການໄຟຟ້າ ແລະ ບໍລິສັດ ລາວທານີກົນຈັກໜັກ ຈໍາກັດ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນໃນສາຂາຊ່າງໄຟຟ້າ, ລົດຍົນ ແລະ ກົນຈັກໜັກໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານລາວ ສາມາດກ້າວທັນກັບລະດັບພາກພື້ນ ແລະ ສາກົນ.
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງດ້ານວິຊາການ ລະຫວ່າງ ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສີປະເສີດ ສຸກກະເສີມ...








