ກຳມະບານ ສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ສວສ ຕີລາຄາຄືນຜົນງານ 5 ປີ

ໜ່ວຍກຳມະບານສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອສະຫຼຸບ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ ລະຫວ່າງ ປີ 2020-2024 ໂດຍສະເພາະແມ່ນວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ກໍຄື ວຽກງານພັດທະນາສື່ການຮຽນການສອນ ແລະ ຄົ້ນຄວ້າພາສາລາວ ໄດ້ມີຜົນສຳເລັດເປັນກ້າວໆ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນເມື່ອວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ສຸກສາຄອນ ສີປະເສີດ ປະທານກຳມະບານຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຫາຍ ນາງ ດວງມາລາ ນາກບຸນຕາ ຮັກສາການເລຂາໜ່ວຍພັກສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ, ມີສະຫາຍ ຄໍາຈັນ ລັດທະຍອດ ຄະນະພັກຮາກຖານ ສວສ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍປະທານໜ່ວຍກຳມະບານ, ແມ່ຍິງ ແລະ ຊາວໜຸ່ມສູນ, ປະທານໜ່ວຍກຳມະບານຈາກ 4 ສູນອ້ອມຂ້າງ, ຕະຫຼອດຮອດສະມາຊິກກຳມະບານພາຍໃນໜ່ວຍເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ວີແອັດ ແກ່ນພະຈັນ ເລຂາໜ່ວຍກໍາມະບານສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ໄດ້ຜ່ານບົດລາຍງານການເມືອງຂອງການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະ 5 ປີຜ່ານມາ ນັບແຕ່ ປີ 2020-2024 ໃຫ້ຮູ້ວ່າ: ຄະນະໜ່ວຍກໍາມະບານໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມະຊິກເປັນຫຼັກ, ເອົາໃຈໃສ່ວຽກງານບຳລຸງສ້າງພະນັກງານສະມະຊິກກຳມະບານ ໄດ້ຮຽນສະໜັບສະໜຸນ 2 ສະຫາຍ, ເອົາໃຈໃສ່ວຽກງານນະໂຍບາຍ ແລະ ປົກປ້ອງສິດຜົນປະໂຫຍດຂອງສະມະຊິກກຳມະບານພາຍໃນໜ່ວຍຢ່າງທົ່ວເຖິງ, ສະມະຊິກມິຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ, ເຂົ້າຮ່ວມກິດຈະກຳສ້າງຂະບວນການຕ່າງໆທີ່ອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນ, ເອົາໃຈໃສ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະວຽກງານພັດທະນາສື່ການຮຽນການສອນ ແລະ ຄົ້ນຄວ້າພາສາລາວ ໄດ້ມີຜົນສຳເລັດເປັນກ້າວໆ.
ໃນພິທີຍັງໄດ້ຮັບຟັງການລາຍງານບົດສຳຫຼວດນຳພາ-ຊີ້ນຳລວມຂອງໜ່ວຍກຳມະບານສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ແລະ ປ່ອນບັດເລືອກຕັ້ງຄະນະໜ່ວຍກຳມະບານຊຸດໃໝ່ ຊຶ່ງຜ່ານການເລືອກຕັ້ງສາມາດເລືອກໄດ້ ສະຫາຍ ຫິ່ນພັນ ພົນລຳເງິນ ເປັນປະທານ, ສະຫາຍ ສົມພູ ແກ້ວບົວຄຳ ເປັນຮອງປະທານ ແລະ ສະຫາຍ ນາງ ແກ້ວມະນີ ທອງປະເສີດ ເປັນປະທານກວດກາໜ່ວຍ.
ໃນໂອກາດດຽວກັນ, ສະຫາຍ ສຸກສາຄອນ ສີປະເສີດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ໜ່ວຍກຳມະບານສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງເອົາໃຈໃສ່ຊີ້ນຳນຳພາສະມະຊິກພາຍໃນໜ່ວຍຈັດຕັ້ງປະຕິບັດຜັນຂະຫຍາຍວຽກງານກຳມະບານ ໂດຍສະເພາະວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ປະຕິບັດຂະບວນການ 5 ເປັນເຈົ້າຂອງສະຫະພັນກຳມະບານລາວວາງອອກໃຫ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດຍິ່ງໆຂຶ້ນ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ