Skip to main content

ຊາວໜຸ່ມ ສວສ ຮັບທຸງໄຊນາມມະຍົດ 4 ບຸກ ພ້ອມທັງທາບທາມຄະນະຊຸດໃໝ່

09/01/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິບັດລາວ (ຄຊປປລ) ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ຫຼື ສວສ ໄດ້ຮັບທຸງໄຊນາມມະຍົດ 4 ບຸກ ພ້ອມທັງຈັດພິທີຍ້ອງຍໍສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ປະຈໍາປີ 2022 ແລະ ໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຮອບເປີດກວ້າງຄັ້ງປະຖົມມະເລີກ ເພື່ອທາບທາມບຸກຄະລາກອນລົງສະມັກເປັນຄະນະຊາວໜຸ່ມຮາກຖານ ສວສ ຊຸດໃໝ່.

ພິທີມອບ-ຮັບ ທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງ ຄຊປປລ ຮາກຖານ ສວສ ດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ສວສ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ຈັນທະວົງ ປັນຍາສິຣິ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ  ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ສະຫາຍ ອຸທິດ ທິບມະນີ ຮອງເລຂາຄະນະພັກຮາກຖານ ສວສ ແລະ ສະຫາຍ ດອນບັນດິດ ບຽນທະນົງ ເລຂາ ຄຊປປລ ຮາກຖານ ສວສ, ມີຕາງໜ້າສະຫະພັນກຳມະບານຮາກຖານ ສວສ, ສະຫະພັນແມ່ຍິງຮາກຖານ ສວສ,  ຄະນະຊາວໜຸ່ມຮາກຖານ ສວສ, ຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບ ແລະ ບັນດາສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ດອນບັນດິດ ບຽນທະນົງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄລຍະປີ 2020-2022 ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ຄຊປປລ ຮາກຖານ ສວສ ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ ຊຶ່ງສະມາຊິກຊາວໜຸ່ມທັງໝົດເປັນພະນັກງານ-ລັດຖະກອນ ມີໜ້າທີ່ຕົ້ນຕໍໃນການຄົ້ນຄວ້າພັດທະນາຫຼັກສູດ, ພັດທະນາສື່ການຮຽນການສອນ, ຄົ້ນຄວ້າ ແລະ ປະເມີນຜົນການສຶກສາ, ໂຄສະນາຂ່າວສານການສຶກສາ ແລະ ກິລາ, ສົ່ງເສີມພາສາຕ່າງປະເທດ, ວຽກງານບໍລິຫານ ແລະ ບໍລິການຫ້ອງສະໝຸດ. ປັດຈຸບັນປະກອບມີ 5 ໜ່ວຍຂຶ້ນກັບ ມີສະມາຊິກຊາວໜຸ່ມທັງໝົດ 58 ສະຫາຍ, ຍິງ 27 ສະຫາຍ, ມີຄະນະບໍລິຫານງານ 5 ສະຫາຍ, ຍິງ 2 ສະຫາຍ, ເປັນສະມາຊິກພັກສໍາຮອງ 10 ສະຫາຍ, ຍິງ 4 ສະຫາຍ, ສະມາຊິກພັກສົມບູນ 21 ສະຫາຍ, ຍິງ 9 ສະຫາຍ, ມະຫາຊົນກ້າວໜ້າ 4 ສະຫາຍ, ຍິງ 1 ສະຫາຍ. ຄຊປປລ ຮາກຖານ ສວສ ມີພາລະບົດບາດໃນການສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດໃຫ້ແກ່ບັນດາສະມາຊິກຊາວໜຸ່ມ, ປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີ, ເປັນເຈົ້າການໃນການນໍາພາຈັດຕັ້ງເຄື່ອນໄຫວວຽກງານຊາວໜຸ່ມເພື່ອສົ່ງເສີມ, ເສີມສ້າງ ແລະ ປົກປັກຮັກສາວັດທະນະທໍາ, ຮີດຄອງປະພີ ແລະ ມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາການສຶກສາສາຍສາມັນສຶກສາໃນຂອບເຂດທົ່ວປະເທດທີ່ຕິດພັນກັບສາມລັກສະນະ ແລະ 5 ຫຼັກມູນຂອງການສຶກສາ.

ສະຫາຍ ເລຂາ ຄຊປປລ ຮາກຖານ ສວສ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ຜົນ​ຂອງ​ການ​ເຄື່ອນ​ໄຫ​ວປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ກໍຄື ບຸກດ້ານ​ແນວ​ຄິດ, ບຸກດ້ານ​ການ​ຝຶກຝົນຫຼໍ່ຫຼອມ-​ຮໍ່າຮຽນ, ບຸກດ້ານ​ວຽກງານການຈັດ​ຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ (ບຸກດ້ານວຽກງານວິຊາສະເພາະ) ສາມາດຈັດ​ຕັ້ງ​ປະຕິບັດ​ໄດ້ 9 ມາດຕະຖານ ແລະ ຜົນສຳເລັດຫຼາຍໆດ້ານ ໂດຍສະເພາະບຸກດ້ານ​ແນວ​ຄິດ ຜົນ​ຂອງ​ການ​ປະ​ເມີນ 95,97%, ບຸກ​ດ້ານ​ການ​ຝຶກ​ຝົນຫຼໍ່ຫຼອມ, ​ຮໍ່າຮຽນ ຜົນ​ຂອງ​ການ​ປະ​ເມີນ 95,09%, ບຸກ​ດ້ານ​ວຽກງານການຈັດ​ຕັ້ງ ຜົນ​ຂອງ​ການ​ປະ​ເມີນ 95,28% ແລະ ບຸກດ້ານ​ວິຊາຊີບ-ສ້າງ​ວຽກ​ເຮັດ​ງານ​ທຳ (ວິຊາສະເພາະ) ຜົນ​ຂອງ​ການ​ປະ​ເມີນ 95,67% ຄະ​ແນນລວມ 382,01% ສາມາດ​ສະ​ເລ່ຍໄດ້ທັງໝົດ 95,50%.

ສຳລັບທິດ​ທາງ ​ແລະ ​ແຜນການຄາດໝາຍ​ສູ້​ຊົນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກໃນຕໍ່ໜ້າ ແມ່ນຈະສືບຕໍ່ບຸກ​ວຽກງານສຶກສາ​ອົບ​ທາງ​ດ້ານ​ແນວ​ຄິດ​ໃຫ້​ໄດ້ຢ່າງໜ້ອຍ 95% ຂຶ້ນໄປ, ສືບຕໍ່ບຸກ​ວຽກງານທາງດ້ານ​ການ​ຝຶກ​ຝົນຫຼໍ່ຫຼອມ, ​ຮໍ່າຮຽນໃຫ້​ໄດ້ຢ່າງໜ້ອຍ 95% ຂຶ້ນໄປ, ສືບຕໍ່ບຸກ​ວຽກງານທາງ​ດ້ານການຈັດ​ຕັ້ງໃຫ້​ໄດ້ຢ່າງໜ້ອຍ 95% ຂຶ້ນໄປ, ສືບຕໍ່​ບຸກທາງ​ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ ​ເພື່ອພັດທະນາວຽກງານການສຶກສາ, ຍົກ​ລະດັບ, ສົ່ງ​ເສີມ​ທາງ​ດ້ານ​ວຽກ​ງານ​ການ​ປະກອບ​ອາຊີ​ບ ​ແລະ ອື່ນໆ ​ ໃຫ້​ໄດ້ຢ່າງໜ້ອຍ 95% ຂຶ້ນໄປ, ສືບຕໍ່ຈັດ​ການເຜີຍແຜ່ເອກະສານ, ​ເລົ່າຄືນ​ບັນດາ​ມູນ​ເຊື້ອ​ໃນວັນສໍາຄັນ​ໃຫ້​ສະມາຊິກ​ຊາວ​ໜຸ່ມ ​ເພື່ອ​​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ຄວາມ​ໝາຍ ​ແລະ​ ຄວາມ​ສຳຄັນ​ຂອງ​ມູນ​ເຊື້ອ​ອັນດີງາມຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ, ສືບຕໍ່​ວຽກ​ງານ​ຂະ​ບວນການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ ​ເປັນ​ຕົ້ນແມ່ນ​ຈັດການ​ແຂ່ງຂັນ​ກິລາ, ຝຶກຊ້ອມສິລະປະ-ວັນນະຄະດີ​ໃຫ້​ໄດ້ຢ່າງໜ້ອຍ 5 ຄັ້ງ​ຕໍ່​ປີ, ຈັດການ​ອອກ​ແຮງ​ງານ​ລວມວັນ​ເສົາ​ແດງ ແລະ ວັນສໍາຄັນຂອງຊາດ​ໃຫ້​ໄດ້ຢ່າງໜ້ອຍ 5 ຄັ້ງ​ຕໍ່​ປີ, ຈັດການ​ປ້ອງ​ກັນ​ເວນ​ຍາມ​ຂອບ​ເຂດ​ສະຖາບັນ​ໃຫ້​ປອດ​ໄພ 100%, ສືບຕໍ່ລະດົມທຶນ ເພື່ອປະກອບສ່ວນໃນການຊ່ວຍເຫຼືອສັງຄົມໃນຮູບແບບຕ່າງໆໃຫ້ໄດ້ຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ສືບຕໍ່ສົ່ງເສີມສະມາຊິກຊາວໜຸ່ມຜູ້ທີ່ມີເງື່ອນໄຂລົງເຮັດວຽກກໍ່ສ້າງຮາກຖານ ເພື່ອລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານຢູ່ທ້ອງຖິ່ນຕົວຈິງ.

 

ພ້ອມກັນນີ້, ຍັງຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອໃຫ້ໄດ້​ຮັບ​ການ​ຢັ້ງຢືນ 4 ບຸກໃນຕໍ່ໜ້າ, ສືບຕໍ່ຈັດ​ຕັ້ງ​ຂະ​ບວນການ​ສົ່ງ​ເສິມ​ວິຊາ​ການ, ອົບຮົມ​ກໍ່ສ້າງ, ຍົກ​ລະດັບ​ວຽກ​ງານວິຊາສະເພາະ ແລະ ເຄື່ອນໄຫວວຽກງານ​ຊາວ​ໜຸ່ມໃຫ້ແຂງແຮງຂຶ້ນກວ່າເກົ່າ, ສືບຕໍ່ສ້າງຂະບວນການ​ເຄື່ອນ​ໄຫວຕ່າງໆໃຫ້​ເປັນ​ປົກກະຕິ ແລະ ເປັນ​ຂະ​ບວນການ​ຟົດ​ຟື້ນ, ສືບຕໍ່ສະຫຼຸ​ບສັງລວມສະຖິຕິ ​ແລະ ສົ່ງ​ເງິນ​ບຳລຸງ​ໃຫ້ຂັ້ນ​ເທິງຕາມ​ກົດ​ລະບຽບ​ການໃຫ້​ໄດ້ 100%, ສືບຕໍ່ປະກອບສ່ວນລະດົມທຶນ​ຊ່ວຍ​ເຫຼືອ​ສັງຄົມໃນຮູບແບບຕ່າງໆຕາມຄວາມສາມາດຕົວຈິງ ແລະ ສືບຕໍ່ປະກອບສ່ວນເຂົ້າໃນວຽກ​ງານ​ປົກ​ປ້ອງ​ຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານປ້ອງກັນຊາວໜຸ່ມຢ່າງ​ເປັນ​ປົກກະຕິ ​ແລະ ຕໍ່​ເນື່ອງ.​

ຫຼັງຈາກນັ້ນ, ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ຮອງເລຂາຊາວໜຸ່ມຮາກຖານ ສວສ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ ຄຊປປລ ຮາກຖານ ສວສ ໂດຍໃຫ້ກຽດມອບຢ່າງສົມກຽດແມ່ນສະຫາຍ ປອ ຈັນທະວົງ ປັນຍາສິຣິ ກ່ອນສະຫາຍ ບຸນໄໜ ຍຸດຕິທໍາ ຄະນະຊາວໜຸ່ມຮາກຖານ ສວສ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍບຸກຄົນດີເດັ່ນຂອງ ຄຊປປລ ຮາກຖານ ສວສ ແລະ ຂອງເລຂາຊາວໜຸ່ມວິທະຍາໄລອ້ອມຂ້າງ ສສກ. ນອກຈາກນີ້, ໃນຕອນທ້າຍກອງປະຊຸມຍັງມີການທາບທາມບຸກຄະລາກອນລົງສະມັກເປັນຄະນະຊາວໜຸ່ມຮາກຖານ ສວສ ຊຸດໃໝ່ ຮອບເປີດກວ້າງ ເປັນຄັ້ງປະຖົມມະເລີກອີກດ້ວຍ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ