ວຕລຢ ຮ່ວມມືກັບ 5 ບໍລິສັດ ຍົກສູງຄຸນນະພາບອາຊີບສີມືແຮງງານລາວ ກ້າວທັນສາກົນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຫຼື ວຕລຢ ຮ່ວມມືກັບບໍລິສັດ ເສີດ ການໄຟຟ້າ ຈຳກັດ, ບໍລິສັດ ເອເຊຍ ການໄຟຟ້າ ຈຳກັດ, ບໍລິສັດ ບອສ໌ເທັກ ເອັນຈິເນຍຣິງ ຈຳກັດ, ບໍລິສັດ 3S ການໄຟຟ້າ ແລະ ບໍລິສັດ ລາວທານີກົນຈັກໜັກ ຈໍາກັດ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນໃນສາຂາຊ່າງໄຟຟ້າ, ລົດຍົນ ແລະ ກົນຈັກໜັກໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານລາວ ສາມາດກ້າວທັນກັບລະດັບພາກພື້ນ ແລະ ສາກົນ.
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງດ້ານວິຊາການ ລະຫວ່າງ ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສີປະເສີດ ສຸກກະເສີມ ຜູ້ອຳນວຍການ ບໍລິສັດ ເສີດ ການໄຟຟ້າ ຈຳກັດ, ທ່ານ ພຸດຕະພົງ ໄຊຍະລາດ ປະທານ ບໍລິສັດ ເອເຊຍ ການໄຟຟ້າ ຈຳກັດ, ທ່ານ ວາລະກອນ ສີພອນພັດ ຜູ້ອຳນວຍການ ບໍລິສັດ ບອສ໌ເທັກ ເອັນຈິເນຍຣິງ ຈຳກັດ, ທ່ານ ຄຳປະສົງ ແກ້ວມະຫາວົງ ຮອງປະທານບໍລິສັດ 3S ການໄຟຟ້າ ແລະ ທ່ານ ທິດສະຫວັດ ລືເດດມູນສອນ ຜູ້ຈັດການເຕັກນິກວິສະວະກຳ ບໍລິສັດ ລາວທານີກົນຈັກໜັກ ຈໍາກັດ ໄດ້ມີຂຶ້ນ ເມື່ອວັນທີ 9 ມັງກອນ ຜ່ານມາ ທີ່ຫ້ອງການ ວຕລຢ, ມີບັນດາຄະນະອຳນວຍການ, ຄະນະນຳ, ຄະນະຮັບຜິດຊອບ ແລະ ວິຊາການຈາກບໍລິສັດ, ວິທະຍາໄລ ແລະ ນັກສຶກສາ ສາຂາວິຊາທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ຄຳປະສົງ ແກ້ວມະຫາວົງ ກ່າວວ່າ: ການຮ່ວມມືກັນໃນຄັ້ງນີ້, ພວກເຮົາໄດ້ມີການວາງແຜນຮ່ວມກັນພັດທະນາບຸກຄະລາກອນ ແລະ ວິຊາຊີບໃຫ້ສອດຄ່ອງກັບຍຸດທະສາດລັດຖະບານ ເພື່ອດຶງເອົານັກລົງທຶນເຂົ້າມາມີສ່ວນຮ່ວມ ເພື່ອສົ່ງເສີມໃຫ້ວິຊາຊີບລາວເຮົາມີຄຸນນະພາບ ມີໜ້າທີ່ການງານທີ່ດີ, ມີວິຊາຊີບ ແລະ ມີິລາຍໄດ້ ເພື່ອສ້າງໃຫ້ບຸກຄະລາກອນຂອງລາວມີການພັດທະນາ ແລະ ມີຊີວິດການເປັນຢູ່ດີຂຶ້ນ ເວົ້າລວມ, ເວົ້າສະເພາະແມ່ນຈະໄດ້ຍາດແຍ່ງເອົາທຶນຈາກ ເອດີບີ ເພື່ອມາຮ່ວມພັດທະນາວິຊາຊີບແບບຄວບຄູ່, ທາງບໍລິສັດ ໄດ້ມີສ່ວນຮ່ວມແຕ່ຕົ້ນມາແລ້ວ ແລະ ຮ່ວມກັນຈັດຕັ້ງປະຕິບັດມາແຕ່ກ່ອນພະຍາດໂຄວິດ-19 ຈະເຂົ້າມາໃນ ສປປ ລາວ ຊຶ່ງສາມາດເວົ້າໄດ້ວ່າ ບໍລິສັດພວກເຮົາກັບວິທະຍາໄລດັ່ງກ່າວ ໄດ້ຮ່ວມກັນສ້າງບຸກຄະລາກອນມາຫຼາຍໆລຸ້ນແລ້ວ ຈົນກ້າວເປັນອາຊີບ ສາມາດໄປຮັບໃຊ້ໃນງານຕ່າງໆທີ່ເພີ່ນຕ້ອງການ ສົ່ງເສີມໃຫ້ບຸກຄະລາກອນສາມາດສ້າງເປັນທຸລະກິດຂອງຕົນເອງ ແລະ ສ້າງເສດຖະກິດໃຫ້ຄອບຄົວດີຂຶ້ນຕາມລຳດັບ. ຜົນງານດັ່ງກ່າວ ແມ່ນເປັນສິ່ງທີ່ກະຕຸ້ນໃຫ້ຄົນຮຸ່ນຫຼັງ ກໍຄື ນັກສຶກສາໄດ້ມີຄວາມສົນໃຈ ແລະ ມີສ່ວນຮ່ວມໃນໂຄງການນີ້ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ໂດຍສະເພາະ ຜົນສຳເລັດຂອງບໍລິສັດພວກເຮົາກໍໄດ້ໝາກຜົນນັ້ນມາເຊັ່ນກັນ ເປັນຕົ້ນແມ່ນໂຄງການກໍ່ສ້າງບັນດາໂຮງງານ, ໂຄກ, ຊີພີ, ທີໂກອາສະຟານ, ໂຮງຈັກ, ໂຮງໝໍ ແລະ ຕຶກອາຄານຂອງເຊັນພິຣາ ທີ່ຮັບຈັດງານດອງ ແລະ ງານອື່ນໆ ທີ່ໄດ້ເຮັດສຳເລັດໄປແລ້ວ. ແນວໃດກໍດີ, ໃນປັດຈຸບັນທາງບໍລິສັດພວກເຮົາເພີ່ມການດຳເນີນໂຄງການໃຫຍ່ດຶງໄຟຟ້າເຂົ້າ 13 ໝູ່ບ້ານເຂດພາກເໜືອ.
ສຳລັບບົດບັນທຶກການຮ່ວມມືດັ່ງກ່າວ ແມ່ນມີອາຍຸການ 3 ປີ ພາຍໃຕ້ຈຸດປະສົງການ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນໃນສາຂາຊ່າງໄຟຟ້າ, ລົດຍົນ ແລະ ກົນຈັກໜັກໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເຮັດໃຫ້ນັກສຶກສາເຂົ້າເຖິງການຜະລິດ ແລະ ການບໍລິການແບບອຸດສາຫະກຳຫຼາຍຂຶ້ນ; ຍົກລະດັບຄວາມຮູ້, ທັກສະຂອງຄູ ແລະ ພະນັກງານ ໂດຍການແລກປ່ຽນບົດຮຽນ, ຈັດຕັ້ງການຝຶກອົບຮົມ ແລະ ການຈັດຕັ້ງການຮຽນການສອນອາຊີວະສຶກສາແບບຄວບຄູ່ (DCT).
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ