Skip to main content

ໜ່ວຍພັກສູນຄົ້ນຄວ້າ-ປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ ສວສ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ

10/01/2024

ໜ່ວຍພັກໜ່ວຍພັກສູນຄົ້ນຄວ້າ-ປະເມີນຜົນການສຶກສາ ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ ຈໍານວນ 4 ສະຫາຍ ເມື່ອວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມ ສວສ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຕາງໜ້າເລຂາໜ່ວຍພັກຈາກ 5 ໜ່ວຍ, ຫົວໜ້າ-ຮອງຫົວໜ້າຈຸ, 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ຄະນະປະຈໍາພັກກະຊວງ ສສກ ຕົກລົງເຫັນດີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 4 ສະຫາຍ, ຍິງ 1 ສະຫາຍ ປະກອບມີ ສະຫາຍ ນາງ ວູນີ ແສງສຸລິນ, ສະຫາຍ ວັນທອງ ໃຊເຍ່ຍຕູ້, ສະຫາຍ ບຸນໄໝ ຍຸດຕິທໍາ ແລະ ສະຫາຍ ແກ້ວສັກສິດ ໄຊຍະວົງ.

ໂອກາດດັ່ງກ່າວ, ສະບາຍ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວມີຄໍາເຫັນຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກສົມບູນໃໝ່ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຈົ່ງພ້ອມກັນປະຕິບັດ ກໍາແໜ້ນກົດລະບຽບຂອງພັກ ເປັນຕົ້ນແມ່ນຫຼັກການ, ທິດນໍາ ແລະ ຂໍ້ຫ້າມຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຕາມອຸດົມການຂອງພັກ ແລະ ເຄື່ອນໄຫວຕາມແນວທາງນະໂຍບາຍຂອງພັກ, ມີຄວາມຕື່ນຕົວປົກປັກຮັກສາພັກ, ຕຳນິກໍ່ສ້າງສະມາຊິກພັກດ້ວຍເຫດ ແລະ ຜົນ, ທຸ້ມເທເຫື່ອແຮງໃນການພັດທະນາວຽກງານຂອງຕົນ ປະກອບສ່ວນສະຕິປັນຍາເຂົ້າໃນວຽກງານພາຍໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໃຫ້ມີຄວາມກ້າວໜ້າຂຶ້ນເລື່ອຍໆ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ