Skip to main content

Author: Chanthakhard Inthadalin

ເຢຍລະມັນ ແຊງຊະນະ ໂປແລນ 2-1 ຄູ່ ຄວ້າແຊ໋ມເທັນນິດ ທີມປະສົມ ຊີງແຊ໋ມໂລກ 2024

ການແຂ່ງຂັນເທັນນິດທີມປະສົມຊີງແຊ໋ມໂລກ ປະຈຳປີ 2024 ລາຍການ ຢູໄນເຕັດ ຄັບ 2024 ທີ່ນະຄອນເພີດ ແລະ ຊິດນີ ປະເທດອົດສະຕຣາລີ ເມື່ອທ້າຍອາທິດຜ່ານມາ ເປັນການແຂ່ງຂັນຄູ່ຊິງຊະນະເລີດ ລະຫວ່າງ ທີມຊາດໂປໂລຍ ຫຼື ໂປແລນ ທີ່ນຳໂດຍ ອີກາ ສະເວຍເຕັກ ມື 1 ຂອງໂລກ ທີ່ຜົນງານເດັ່ນສຸດໃນຮອບຜ່ານໆມາ ຄວ້າໄຊ 8 ຄູ່ລວດ ພົບກັບ ທີມຊາເເຢຍລະມັນ ທີ່ນຳໂດຍ ອາເລັກຊານເດີ ຊະເວເຣບ ມື 6 ຂອງໂລກ. ຄູ່ທຳອິດປະເພດຍິງດ່ຽວ ອີກາ ສະເວຍເຕັກ ເອົາຊະນະ ແອັງເຈລິກ ແກເບີ ອາດີດມື 1 ຂອງໂລກ 2-0 ເຊັດ 6-3 ແລະ 6-0 ຄະແນນ ຊ່ວຍໃຫ້ ໂປໂລຍ...

Continue reading

ຢູ-12 ວຽງຈັນ ເອັບທີ ຄອງແຊ໋ມເຕະບານ 7 ຄົນ ລາຍການ ເຄເອັມທີ ເອັບຊີ ຄັບ 2023

ສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ບຽດຊະນະ ສະໂມສອນ ເອັບຊີ ຕາລັນຕ້າ ໄປແບບຫວຸດຫວິດ 1-0 ປະຕູ ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸ 12 ປີ ຫຼື ຢູ-12 ລາຍການ ເຄເອັມທີ ເອັບຊີ ຄັບ 2023 ຄັ້ງທີ 1 ໄປຄອງຢ່າງສົມສັກສີ. ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 6 ມັງກອນ 2024 ທີ່ເດີ່ນບານຫຍ້າທ່ຽມ ເຄເອັມທີ ເອັບຊີ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ນາງ ບົວເງິນ ກໍ່າກາຊົມພູ ຮອງປະທານສະໂມສອນ ເຄເອັມທີ ເອັບຊີ ທັງເປັນຮອງປະທານຈັດງານ, ມີທ່ານ ບຸນມີ ສີລິແສງ ປະທານສະໂມສອນ ເອັບຊີ ຕາລັນຕ້າ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ...

Continue reading

ຖອດຖອນບົດຮຽນວຽກງານການສຶກສາກ່ອນໄວຮຽນ 2023 ພ້ອມວາງແຜນຈຸດສຸມ ປີ 2024

ກົມ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງ​ປະ​ຊຸມຖອດ​ຖອນ​ບົດ​ຮຽນກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ປະ​ຈຳ​ປີ 2023 ແລະ ວາງແຜນ​ວຽກ​ຈຸດ​ສຸມ ປະ​ຈຳ​ປີ 2024 ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນກິດຈະກຳທີ່ສະໜັບສະໜູນໃຫ້ແກ່ການຂະຫຍາຍໂອກາດການເຂົ້າເຖິງການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ການເບິ່ງແຍງລ້ຽງດູ ແລະ ການກຽມຄວາມພ້ອມທາງດ້ານການຮຽນຂອງເດັກກ່ອນໄວຮຽນໃຫ້ທົ່ວເຖິງ. ...

Continue reading

ສສກ-ອົດສະຕຣາລີ ຍົກລະດັບຄູຝຶກຂັ້ນແຂວງ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜອ ໂຮງຮຽນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ກ່ຽວກັບວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຜູ້ອໍານວຍການ (ຜອ) ໂຮງຮຽນປະຖົມສຶກສາ ເມື່ອວັນທີ 4 ມັງກອນ 2024 ທີ່ວິທະຍາໄລຄູ ສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ  ອຳພອນ ຂາວເພ້ຍສຸພົມ ຮອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ທ່ານ ເຈບ ພິວກຣາມ ຜູ້ຈັດການດ້ານການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຜູ້ປະສານງານ, ວິທະຍາກອນ, ສໍາມະນາກອນຈາກວິທະຍາໄລຄູສະຫວັນນະເຂດ ແລະ ຈາກ 11...

Continue reading

ສສກ ຍ້ອງຍໍຜົນງານໂດດເດັ່ນ ດັບເບິນຢູໄອຈີ ນາຄາ ພ້ອມມອບເງິນ 10 ລ້ານກີບ ກຽມທີມຮ່ວມແຂ່ງຂັນທີ່ ບາເຊໂລນ່າ

ກະຊວງສຶກສາທິການ ແລະ ກິລາ (ສສກ) ມອບໃບຍ້ອງຍໍ ແລະ ເງິນໂບນັດ ຈໍານວນ 10 ລ້ານກີບໃຫ້ແກ່ຫຼານນ້ອຍນັກກິລາ ສະໂມສອນ ດັບເບິນໄອຈີ ນາຄາ ຫຼື WIG NAGA ທີ່ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ດ້ວຍການຄອງແຊ໋ມເຕະບານ 6 ຄົນ ຮັບ 1 ຄົນ ລາຍການ TAR Asia Qualifiers ຈາກໂຮງຮຽນ Oscar International School ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ກາຍເປັນຕົວແທນໃຫ້ແກ່ ສປປ ລາວ ແລະ ປະເທດໃນຂົງເຂດອາຊີ ກຽມສືບຕໍ່ເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍຂອງລາຍການ ທີ່ຫຼາຍສະໂມສອນໃນທົ່ວໂລກໄຝຝັນຢາກຈະໄປເມືອງນີ້ ເມືອງບາເຊໂລນ່າ ປະເທດແອັດສະປາຍ ຈະຈັດຂຶ້ນໃນເດືອນເມສາ 2024 ນີ້. ...

Continue reading

ສວສ ປະເມີນລັດຖະກອນ ປະຈໍາປີ 2023 ພ້ອມຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີ ສສກ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປະເມີນລັດຖະກອນ ປະຈໍາປີ 2023 ແລະ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເມື່ອວັນທີ 28 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຮສ.ປອ ອະນຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ວຽງທອງ ພົມມະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະອໍານວຍການສະຖາບັນ, ຄະນະອໍານວຍການສູນ, ພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ໜ່ວຍງານ ແລະ ພະນັກງານວິຊາການພາຍໃນສະຖາບັນເຂົ້າຮ່ວມ. ...

Continue reading

ໄອເອັມຊີ ຢູໄນເຕັດ ຄອງແຊ໋ມເຕະບານ ເຟຣມຊິບ ຄັບ ກຸ່ມນໍ້າໃຈລາວ 2023 ຕ້ອນຮັບປີໃໝ່ 2024

ທີມເຕະບານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ໄອເອັມຊີ ຢູໄນເຕັດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ສາມາດຄອງຂັນຊະນະເລີດ ການແຂ່ງຂັນກິລາເຕະບານ 8 ຄົນ ຫຼື ເຕະ 7 ຮັບ 1 ຮຸ່ນອາຍຸ 40 ປີ ຂຶ້ນໄປ ໃນລາຍການ ເຟຣມຊິບ ຄັບ ກຸ່ມນໍ້າໃຈລາວ 2023 ຄັ້ງທີ I ປະຈໍາປີ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຸ່ມນໍ້າໃຈລາວ ຄົບຮອບ 10 ປີ ເນື່ອງໃນໂອກາດສະຫຼອງສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024. ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 30 ທັນວາ 2023 ທີ່ີສະໜາມບານເຕະຫຍ້າທ່ຽມ ຊ້າງ ເອັບຊີ (ເດີ່ນ 3)...

Continue reading

ປະທານ ສະໂມສອນ ອິນທະສອນ ແຊ໋ມບານສົ່ງຊີງຂັນ ເບຍລາວ 2023 ພ້ອມສືບຕໍ່ພັດທະນາທີມສູ່ເວທີສາກົນ

ປະທານ ສະໂມສອນບານສົ່ງ ອິນທະສອນ ວີຊີ (INTHASONE VOLLEYBALL CLUP) ສະແດງຄວາມພູມໃຈຕໍ່ທີມ ກໍຄື ນັກກິລາທຸກຄົນ ທີ່ພ້ອມກັນສ້າງປະຫວັດສາດຄອງແຊ໋ມການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ ລະດັບຊາດ ຫຼື ລາຍການ Beerlao Volleyball Championship 2023 ຫຼັງຈາກພິກແຊງເອົາຊະນະ ສະໂມສອນ ກອງທັບ ຮອງແຊ໋ມເກົ່າ 3-2 ເຊັດ ພ້ອມທັງຢືນຢັນຈະສືບຕໍ່ພັດທະນາ ແລະ ສົ່ງທີມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆຢ່າງຕໍ່ເນື່ອງ ເພື່ອສົ່ງເສີມນັກກິລາກ້າວສູ່ເວທີລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ. ຜົນງານຂອງສະໂມສອນ ອິນທະສອນ ວີຊີ ລົງສະໜາມໃນນັດຊີງຊະນະເລີດ ພົບກັບ ກອງທັບ ທີ່ມີ 18 ຄະແນນເທົ່າກັນ ຈາກຜົນງານຊະນະຕິດຕໍ່ກັນ 6 ນັດ ປະກົດວ່າ ເປັນຄູ່ຊີງຊະນະເລີດທີ່ສູສີທີ່ສຸດ...

Continue reading