Skip to main content

ສວສ ປະເມີນລັດຖະກອນ ປະຈໍາປີ 2023 ພ້ອມຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີ ສສກ

03/01/2024

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປະເມີນລັດຖະກອນ ປະຈໍາປີ 2023 ແລະ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເມື່ອວັນທີ 28 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຮສ.ປອ ອະນຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ວຽງທອງ ພົມມະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະອໍານວຍການສະຖາບັນ, ຄະນະອໍານວຍການສູນ, ພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ໜ່ວຍງານ ແລະ ພະນັກງານວິຊາການພາຍໃນສະຖາບັນເຂົ້າຮ່ວມ.

ການປະເມີນລັດຖະກອນ ປະຈໍາປີ 2023 ແມ່ນໄດ້ປະເມີນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຜົນສໍາເລັດໃນການປະຕິບັດວຽກງານ ເພື່ອເປັນການຕີລາຄາ ໃຫ້ເພື່ອນຮ່ວມງານພາຍໃນສູນຕາມໜ້າວຽກ ແລະ  ຄວາມຮັບຜິດຊອບ.              ຂະນະທີ່ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແມ່ນເພື່ອເລືອກເຟັ້ນຕຳແໜ່ງ ແລະ ກຸ່ມຕໍາແໜ່ງພະນັກງານນຳພາ-ຄຸ້ມຄອງ ໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທັງເປັນການສ້າງແຜນກຳນົດ, ກໍ່ສ້າງ, ບໍາລຸງ, ຕີລາຄາ, ສັບຊ້ອນ, ຈັດວາງ, ແຕ່ງຕັ້ງພະນັກງານເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ ແລະ ກະຕຸກຊຸກຍູ້ໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ.

ໃນຕອນບ່າຍຂອງວັັນດຽວກັນ,  ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມສະຫຼຸບແຜນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023  ແລະ  ວາງແຜນການ ປະຈໍາປີ 2024 ພ້ອມທັງຈັດພິທີອໍາລາໜ້າທີ່ເພື່ອເຂົ້າຮັບນະໂຍບາຍບໍານານຢ່າງເປັນທາງການຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ  (ຜູ້ເກົ່າ) ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນໍາວຽກງານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ສສກ ໄດ້ເນັ້ນໜັກໃຫ້ເພີ່ມການຊີ້ນຳ ນໍາພາວຽກງານການເມືອງແນວຄິດຂອງພະນັກງານ, ຄະນະນໍາແຕ່ລະຂັ້ນ ໃນການປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ເຮັດວຽກເປັນໝູ່ຄະນະ ແລະ ມີການແບ່ງງານຢ່າງຈະແຈ້ງ, ສິ່ງສຳຄັນແມ່ນໃຫ້ເນັ້ນໃສ່ຄວາມເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຍິ່ງຂຶ້ນ ເພື່ອເປັນເສນາທິການຫຼັກໃຫ້ແກ່ກະຊວງ ໃນການປັບປູງຫຼັກສູດ, ຜະລີດສື່ການຮຽນການສອນ, ຄົ້ນຄວ້າພາສາລາວ, ສົ່ງເສີມພາສາຕ່າງປະເທດ, ໂຄສະນາຂ່າວສານ ແລະ ຄົ້ນຄວ້າປະເມີນຜົນໃຫ້ມີປະສິດຕິພາບສູງ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ