ສສກ-ອົດສະຕຣາລີ ຍົກລະດັບຄູຝຶກຂັ້ນແຂວງ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜອ ໂຮງຮຽນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ກ່ຽວກັບວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຜູ້ອໍານວຍການ (ຜອ) ໂຮງຮຽນປະຖົມສຶກສາ ເມື່ອວັນທີ 4 ມັງກອນ 2024 ທີ່ວິທະຍາໄລຄູ ສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ອຳພອນ ຂາວເພ້ຍສຸພົມ ຮອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ທ່ານ ເຈບ ພິວກຣາມ ຜູ້ຈັດການດ້ານການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຜູ້ປະສານງານ, ວິທະຍາກອນ, ສໍາມະນາກອນຈາກວິທະຍາໄລຄູສະຫວັນນະເຂດ ແລະ ຈາກ 11 ຕົວເມືອງຂອງແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນເຂົ້າຮ່ວມ.
ກອງປະຊຸມຝຶກອົບຮົມດັ່ງກ່າວ, ເປັນສ່ວນໜຶ່ງຂອງຍຸດທະສາດຂອງແຜນງານບີຄວາ ໄລຍະ 2 ທີ່ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາ ຊຶ່ງແນໃສ່ການແບ່ງຂັ້ນຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສະໜອງໂອກາດໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນໃຫ້ຫຼາຍຂຶ້ນ ໂດຍຜ່ານການສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນແຕ່ລະເມືອງ ຊຶ່ງທີມດັ່ງກ່າວປະກອບມີ ຄູ, ຮອງຜູ້ອໍານວຍການໂຮງຮຽນ ແລະ ຜູ້ອໍານວຍການໂຮງຮຽນ ໂດຍຍຸດທະສາດຂອງແຜນງານບີຄວາ ໄລຍະ 2 ແມ່ນພະຍາຍາມເພື່ອຮັບປະກັນການວາງແຜນ ແລະ ການຈັດຕັ້ງປະຕິບັດກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ມີປະສິດທິຜົນ.
ກອງປະຊຸມແມ່ນດໍາເນີນໄປເປັນເວລາ 5 ວັນ ໂດຍໄດ້ນຳສະເໜີຫົວຂໍ້ຕ່າງໆທີ່ມີຄວາມສຳຄັນ ເປັນຕົ້ນແມ່ນຄວາມເຂົ້າໃຈກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຫຼັກສູດຊັ້ນປະຖົມສຶກສາ, ພາລະບົດບາດຂອງຜູ້ອຳນວຍການ ແລະ ຄວາມຮັບຜິດຊອບຂອງຄູທີ່ກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ພ້ອມທັງເນັ້ນໃສ່ການສ້າງຄວາມເຂົ້າໃຈລະຫວ່າງຜູ້ອຳນວຍການ ແລະ ຄູສອນ, ຊຸກຍູ້ການເຮັດວຽກເປັນທີມໃຫ້ມີປະສິດທິຜົນ, ນຳໃຊ້ເຕັກນິກການຮຽນຮູ້ດ້ວຍການປະຕິບັດຕົວຈິງ ແລະ ຄົ້ນຄວ້າຍຸດທະສາດການປະເມີນຜົນ.
ພາຍຫຼັງສຳເລັດການຝຶກອົບຮົມ, ຜູ້ອໍານວຍການຈະນໍາໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນຮູ້ໃໝ່ ເພື່ອສ້າງສະພາບແວດລ້ອມທີ່ເໝາະສົມສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູໃນໂຮງຮຽນ ເພື່ອສະໜັບສະໜູນຄູປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ມີປະສິດຕິຜົນ ເພາະການວາງແຜນພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ ແມ່ນມີຄວາມສຳຄັນຫຼາຍ. ອີງຕາມແຜນວຽກ ຈະມີການຈັດກອງປະຊຸມຝຶກອົບຮົມເປັນເວລາເຄິ່ງວັນໃນສົກຮຽນ 2023-2024 ທີ່ບັນດາຜູ້ອໍານວຍການໂຮງຮຽນ ຈະໄດ້ມີໂອກາດຮຽນຮູ້ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການສ້າງສະພາບແວດລ້ອມທີ່ເໝາະສົມເພື່ອການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ສຳລັບກອງປະຊຸມດັ່ງກ່າວນີ້ ແມ່ນໄດ້ຈັດຂຶ້ນຢູ່ພາຍໃນ 3 ແຂວງ ຄື: ແຂວງສະຫວັນນະເຂດ, ຊຽງຂວາງ ແລະ ແຂວງຫຼວງນໍ້າທາ.
ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID, ໄດ້ສົ່ງເສີມວັດທະນະທໍາການຮຽນຮູ້ຢ່າງຕໍ່ເນື່ອງໃນລະດັບໂຮງຮຽນ ເພື່ອໃຫ້ຄູໄດ້ຮັບໂອກາດປັບປຸງຄຸນນະພາບການສອນທີ່ເທົ່າທຽບກັນ ແລະ ຄຳນຶງເຖິງການສຶກສາຮຽນຮ່ວມໃນດ້ານການຮຽນການສອນ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ