ຖອດຖອນບົດຮຽນວຽກງານການສຶກສາກ່ອນໄວຮຽນ 2023 ພ້ອມວາງແຜນຈຸດສຸມ ປີ 2024

ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກການສຶກສາກ່ອນໄວຮຽນ ປະຈຳປີ 2023 ແລະ ວາງແຜນວຽກຈຸດສຸມ ປະຈຳປີ 2024 ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນກິດຈະກຳທີ່ສະໜັບສະໜູນໃຫ້ແກ່ການຂະຫຍາຍໂອກາດການເຂົ້າເຖິງການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ການເບິ່ງແຍງລ້ຽງດູ ແລະ ການກຽມຄວາມພ້ອມທາງດ້ານການຮຽນຂອງເດັກກ່ອນໄວຮຽນໃຫ້ທົ່ວເຖິງ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກ ICT) ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍຜູ້ຕາງໜ້າກົມສ້າງຄູ, ກົມສາມັນສຶກສາ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ, ກົມການເງິນ, ກົມປະກັນຄຸນນະພາບ, ຜູ້ອຳນວຍການ/ຮອງອຳນວຍການສະຖາບັນ/ສູນ, ສຳນັກພິມສຶກສາ ແລະ ກິລາ, ຫ້ອງການສົ່ງເສີມການສຶກສາພາກເອກະຊົນ, ຫົວໜ້າ/ຮອງຫົວໜ້າພະແນກຈາກພາກສ່ວນຕ່າງໆຂອງກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ/ຮອງພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ (18 ແຂວງ), ຫົວໜ້າ ແລະ ວິຊາການຈາກຂະແໜງການສຶກສາກ່ອນໄວຮຽນ (18 ແຂວງ), ຮອງປະທານສະມາຄົມການສຶກສາພາກເອກະຊົນ, ຜູ້ອໍານວຍການໂຮງຮຽນອະນຸບານສຶກສາ, ສາທາ, ໂຮງຮຽນອະນຸບານດາຣາ, ຊະນະພົນ (ເອກະຊົນ), ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານຮອງລັດຖະມົນຕີ ສສກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການຖອດຖອນບົດຮຽນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນ ປະຈຳປີ 2023 ແລະ ວາງແຜນວຽກຈຸດສຸມ ປະຈຳປີ 2024 ຊຶ່ງເປັນກອງປະຊຸມທີ່ມີຄວາມສຳຄັນຢ່າງຍິ່ງ ທີ່ພວກເຮົາຈະໄດ້ພ້ອມກັນຮັບຮູ້ຜົນສຳເລັດ, ບັນຫາ ແລະ ສິ່ງທ້າທາຍ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນທີ່ຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂ ພ້ອມທັງປັບປຸງ ແລະ ສົ່ງເສີມວຽກງານການສຶກສາກ່ອນໄວຮຽນໃນຫຼາຍໆດ້ານ ເປັນຕົ້ນແມ່ນການຂະຫຍາຍໂອກາດໃຫ້ເດັກນ້ອຍກ່ອນໄວຮຽນຮັບການເບິ່ງແຍງ ດູແລ ແລະ ສົ່ງເສີມການຮຽນຮູ້ຂັ້ນຕົ້ນ ເພື່ອກຽມຄວາມພ້ອມດ້ານການຮຽນຮູ້ຢ່າງຮອບດ້ານ ກ່ອນເຂົ້າຮຽນຊັ້ນປະຖົມສຶກສາ.
ທ່ານຮອງລັດຖະມົນຕີ ສສກ ກ່າວອີກວ່າ: ເພື່ອໃຫ້ເດັກກ່ອນໄວຮຽນ ໄດ້ຮັບການດູແລ ເບິ່ງແຍງ ແລະ ກຽມຄວາມພ້ອມໃນການຮຽນຮູ້ຂັ້ນຕົ້ນໄດ້ດີ ແລະ ເພື່ອໃຫ້ຄາດໝາຍຕ່າງໆທີ່ຍັງບໍ່ບັນລຸ ສາມາດບັນລຸໄປຕາມແຜນທີ່ວາງໄວ້ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ທຸກລະດັບ ນັບແຕ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຂັ້ນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ທັງທີ່ຢູ່ໃນຫ້ອງປະຊຸມ ແລະ ທາງອອນລາຍ ຈົ່ງໃຫ້ຄວາມຮ່ວມມືໃນການປະກອບຄຳຄິດເຫັນ ແລະ ຂໍ້ສະເໜີແນະຕ່າງໆເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາກ່ອນໄວຮຽນໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ ເລັ່ງໃສ່ປັບປຸງກົນໄກ, ສ້າງລະບົບການຕິດຕາມ, ປະເມີນຜົນ ແລະ ວິທີການຈັດຕັ້ງປະຕິບັດ ໂດຍອີງໃສ່ບັນດາວຽກຈຸດສຸມຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍ ໃນປີ 2025 ເປັນຕົ້ນແມ່ນ ອັດຕາການເຂົ້າຮຽນຂອງນັກຮຽນ ອາຍຸ 5 ປີໃຫ້ບັນລຸ 86%, ອັດຕາການເຂົ້າຮຽນຂອງນັກຮຽນ ອາຍຸ 5 ປີ ໃນ 40 ເມືອງຈຸດສຸມໃຫ້ບັນລຸ 83% ແລະ ອັດຕາເຂົ້າຮຽນໃໝ່ຂອງນັກຮຽນຫ້ອງ ປ.1 ທີ່ໄດ້ຜ່ານຫ້ອງອະນຸບານ 3, ຫ້ອງກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນໃຫ້ບັນລຸ 75%. ພ້ອມດຽວກັນນີ້, ກໍຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ພ້ອມກັນຊອກຫາຊ່ອງທາງ ແລະ ປຶກສາຫາລື ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນມີຄຸນນະພາບ ໂດຍສະເພາະ ຜູ້ບໍລິຫານລະດັບພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ຊີ້ນຳ ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ເອົາໃຈໃສ່ປັບປຸງຄຸນນະພາບ, ປະສິດທິພາບ ປະສິດທິຜົນຂອງການຈັດການຮຽນການສອນ ສະຖານການສຶກສາກ່ອນໄວຮຽນ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໃຫ້ສອດຄ່ອງກັບພາລະບົດບາດໃນການຄຸ້ມຄອງບໍລິຫານຂອງຂະແໜງການ ແລະ ໜ່ວຍງານການສຶກສາກ່ອນໄວຮຽນ ໂດຍມີເປົ້າໝາຍເພື່ອສົ່ງເສີມໃຫ້ເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງລ້ຽງດູໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ, ສົ່ງເສີມໃຫ້ເດັກໄດ້ຮັບການພັດທະນາທາງດ້ານຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຖົມ ດ້ວຍຮູບແບບທີ່ສອດຄ່ອງກັບແຕ່ລະທ້ອງຖິ່ນ.
ນອກຈາກນີ້, ໃນກອງປະຊຸມຍັງໄດ້ມີການສະເໜີຜົນສຳເລັດການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນ ປະຈໍາປີ 2023 ແລະ ແຜນວຽກຈຸດສຸມ ປະຈໍາປີ 2024, ລາຍງານຜົນການຕິດຕາມການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນ, ລາຍງານການຈັດຕັ້ງປະຕິບັດແຜນງານການກຽມຄວາມພ້ອມທາງດ້ານການຮຽນສຳລັບເດັກກ່ອນໄວຮຽນ, ການອົບຮົມກ່ຽວກັບການນໍາໃຊ້ແຜນຈັດປະສົບການຫ້ອງກຽມປະຖົມສະບັບປັບປຸງໃໝ່, ການຈັດຕັ້ງປະຕິບັດການສອນຄວບອາຍຸເດັກ 3-5 ປີ, ການຈັດຕັ້ງປະຕິບັດກຸ່ມພັດທະນາເດັກໃນຊຸມຊົນ, ການຈັດຕັ້ງປະຕິບັດກຸ່ມຮຽນຜ່ານການຫຼິ້ນ, ການກວດກາຄວາມບົກຜ່ອງໜ້າທີ່ການ, ນໍາສະເໜີແນວຄວາມຄິດກ່ຽວກັບການສ້າງໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານຊຸມຊົນ. ນອກຈາກນັ້ນ, ຍັງມີການລາຍງານກ່ຽວກັບການຈັດພິມ ແລະ ແຈກຢາຍປື້ມ, ອຸປະກອນ ແລະ ເຄື່ອງຫຼິ້ນ ສຳລັບການສຶກສາກ່ອນໄວຮຽນ ແລະ ສັງລວມຜົນໄດ້ຮັບ ແລະ ຜ່ານຮ່າງມະຕິກອງປະຊຸມດັ່ງກ່າວອີກດ້ວຍ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ