Skip to main content

Author: Chanthakhard Inthadalin

ລັດຖະມົນຕີ ສສກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ-ກິລາ ທີ່ແຂວງຜົ້ງສາລີ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານສຶກສາ, ວິທະຍາສາດ ແລະ ກິລາ ທີ່ແຂວງຜົ້ງສາລີ ເພື່ອເປັນການຕິດຕາມ-ຮັບຮູ້ເຖິງສະພາບການ, ຂໍ້ສະດວກ, ຫຍຸ້ງຍາກ ພ້ອມກັນຫາທາງແກ້ໄຂ ແລະ ຜ່ານຜ່າ ຕໍ່ສະພາບຄວາມຫຍຸ້ງຍາກດັ່ງກ່າວ ໄປສູ້ຜົນສໍາເລັດສູງສຸດ. ພິທີຕ້ອນຮັບ-ພົບປະໂອລົມຂອງທ່ານ ລັດຖະມົນຕີ ສສກ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຕ້ອນຮັບຂອງທ່ານ ພອນໄຊ...

Continue reading

ອີສະປອດ ລາວ ຊີງແຊ໋ມແຫ່ງຊາດ 2023 ຍົກລະດັບນັກກິລາລາວກ້າວສູ່ສາກົນ

ສະຫະພັນກິລາອີສະປອດແຫ່ງຊາດລາວ ຈັດການແຂ່ງຂັນກິລາອີສະປອດ ຊີງແຊ໋ມປະເທດລາວ ປະຈຳປີ 2023 ຫຼື Lao Esports National championship 2023 ໃນລະຫວ່າງວັນທີ 16-17 ທັນວາ ຜ່ານມາ ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,  ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ແລະ ທ່ານ ໂຈນາທານ ສີຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ພະແນກສຶກສາ, ຕົວແທນຈາກມະຫາວິທະຍາໄລ, ວິທະຍາໄລ, ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ, ນັກກິລາ ແລະ...

Continue reading

ສະມາຄົມການສຶກສາພາກເອກະຊົນ ຕີລາຄາຄືນຜົນງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ VI ສະໄໝທີ V ເພື່ອເປັນການສະຫຼຸບ ຕີລາຄາຄືນວຽກງານໃນໄລຍະ 5 ປີຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ແນໃສ່ສືບຕໍ່ຊີ້ນໍາ ນໍາພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງສຸດ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນ ເມື່ອວັນທີ 22 ທັນວາ 2023 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ສູນ ITCT) ຫຼັກ 5 ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ...

Continue reading

ສສກ ປະກາດແຕ່ງຕັ້ງ ຜອ ສູນສົ່ງເສີມການສຶກສາຮຽນຮ່ວມຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ປະເພດ III ຂອງສູນສົ່ງເສີມການສຶກສາຮຽນຮ່ວມ ເມື່ອວັນທີ 25 ທັນວາ 2023 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຫ້ອງການ, ກົມ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ວຽງທອງ ພົມທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງ...

Continue reading

ຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ຕີລາຄາວຽກງານ ປະຈຳປີ 2023

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ປະຈຳປີ 2023 ເມື່ອວັນທີ 21 ທັນວາ 2023 ທີ່ສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມອ້ອມຂ້າງກະຊວງ ສສກ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າພະແນກສຶກສາ ແລະ ກິລາ ແຂວງ-ນະຄອນຫຼວງ, ຜູ້ອຳນວຍການ-ຮອງອໍານວຍການສະຖາບັນ, ຜູ້ອໍານວຍການສະຖານອາຊີວະສຶກສາ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ...

Continue reading

ສື່ມວນຊົນລາວ ຮ່ວມແລກປ່ຽນບົດຮຽນຜົນຮ້າຍຢາສູບໄຟຟ້າ ທີ່ປະເທດໄທ

ສື່ມວນຊົນລາວ ທຸກຂະແໜງການ ຊຶ່ງປະກອບມີໜັງສືພິມ, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່ຕ່າງໆລວມ 24 ທ່ານ ນຳພາໂດຍທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ໄດ້ເຂົ້າຮ່ວມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານການຄວບຄຸມຢາສູບຮ່ວມກັບມູນນິທິ ເພື່ອສັງຄົມອາຊຽນປອດຢາສູບ ແລະ ມູນນິທິລົນນະລົງ ເພື່ອການບໍ່ສູບຢາ ແຂວງອຸດອນທານີ ປະເທດໄທ ລະຫວ່າງວັນທີ 19-20 ທັນວາ 2023. ການສໍາມະນາໃນຄັ້ງນີ້, ແມ່ນຈັດໂດຍ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະມາພັນຄວບຄຸມຢາສູບອາຊຽນ (Southeast Asia...

Continue reading

ຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VI ມີນັກຮຽນເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ພ້ອມເປີດຫຼັກສູດ Happy Math

ສູນຄະນິດຄິດໄວ ສະມາດແມ໊ດ (Smart math) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ້ມວຽງຈັນ ຄັ້ງທີ VI ມີນັກຮຽນຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ໂດຍແບ່ງອອກເປັນ 3 ລະດັບ. ພ້ອມກັນນີ້, ຍັງຖືໂອກາດເປີດຕົວຫຼັກສູດ Happy Math ຢ່າງເປັນທາງການ. ການແຂ່ງຂັນດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຄະນິດຄິດໄວ ສະມາດແມ໊ດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດແມ໊ດ, ພ້ອມດ້ວຍຄະນະຮັບຜິດຊອບ, ແຂກທີ່ຖືກເຊີນ...

Continue reading

ຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສວສ ຕີລາຄາຄືນວຽກງານ ພ້ອມເລືຶອກຄະນະຊຸດໃໝ່

ໜ່ວຍຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 8 ທັນວາ 2023 ທີ່ຫ້ອງປະຊຸມສູນສົ່ງເສີມພາສາຕ່າງປະເທດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ຮອງເລຂາຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ສະຫາຍ ນາງ ຈະເລີນສັກ ຄຳສັກປະສິດ ປະທານກວດກາໜ່ວຍພັກຂອງສູນຄົ້ນຄວ້າ-ປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ, ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ ສວສ ແລະ ຜູ້ແທນເຂົ້າຮ່ວມ.   ໃນກອງປະຊຸມ,...

Continue reading