ສສກ ປະກາດແຕ່ງຕັ້ງ ຜອ ສູນສົ່ງເສີມການສຶກສາຮຽນຮ່ວມຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ປະເພດ III ຂອງສູນສົ່ງເສີມການສຶກສາຮຽນຮ່ວມ ເມື່ອວັນທີ 25 ທັນວາ 2023 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຫ້ອງການ, ກົມ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ວຽງທອງ ພົມທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງ ສສກ ສະບັບເລກທີ 5350 /ສສກ ລົງວັນທີ 28 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງສູນສົ່ງເສີມການສຶກສາຮຽນຮ່ວມ ຊຶ່ງທ່ານ ລັດຖະມົນຕີ ກະຊວງ ສສກ ຕົກລົງ ແຕ່ງຕັ້ງທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຜູ້ອຳນວຍການ ສູນສົ່ງເສີມການສຶກສາຮຽນຮ່ວມ ເປັນຜູ້ອຳນວຍການ ສູນສົ່ງເສີມການສຶກສາຮຽນຮ່ວມ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີ ກະຊວງ ສສກ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ການຮັບໜ້າທີ່ໃໝ່ຂອງທ່ານ ຜູ້ອຳນວຍການສູນຄົນໃໝ່ ພ້ອມທັງໄດ້ເນັ້ນໃຫ້ທ່ານ ຜູ້ອຳນວຍການ ກໍຄືພະນັກງານທຸກທ່ານພາຍໃນສູນ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຜົນງານ ແລະ ສຸມສະຕິປັນຍາ ຄວາມຮູ້ ຄວາມສາມາດຂອງຕົນເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ຊຶ່ງວຽກງານການສຶກສາຮຽນຮ່ວມ ມີຫຼາຍບັນຫາສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງພັດທະນາຢ່າງຈິງຈັງ ແລະ ສະແດງຄວາມເຊື້ອໝັ້ນວ່າ ດ້ວຍຄວາມຮູ້ ປະສົບການ ແລະ ການປະສານສົມທົບກັບຫຼາຍພາກສ່ວນກ່ຽວຂ້ອງ ຈະເຮັດໃຫ້ການປະຕິບັດໜ້າທີ່ອັນມີກຽດ ແລະ ຫຍຸ້ງຍາກສັບສົນ ຈະບັນລຸເປົ້າໝາຍດ້ວຍຜົນສຳເລັດອັນຈົບງາມ ຕາມການມອບໝາຍຂອງຂັ້ນເທິງຢ່າງສຸດກົ້ນສຸດປາຍ ແລະ ມີຜົນງານອັນໃໝ່ ສາມາດແກ້ໄຂບັນຫາຕ່າງໆຢ່າງມີໝາກຜົນ.
ພ້ອມກັນນີ້, ທ່ານ ຫຸມພັນ ແກ້ວອຸນຄຳ ໄດ້ກ່າວຂອບໃຈຕໍ່ຄະນະນຳຂອງກະຊວງ ກໍຄື ການນຳພັກ-ລັດ ທີ່ໃຫ້ຄວາມໄວ້ວາງໃຈ ມອບໜ້າທີ່ອັນມີກຽດ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມທຸກກຳລັງຄວາມຮູ້ ຄວາມສາມາດ ປະສົບປະການທີ່ມີ ເຂົ້າສູ່ໜ້າທີ່ຮັບຜິດຊອບ ພ້ອມກັບຄະນະນຳຂອງສູນ ພະນັກງານທຸກທົ່ວໜ້າ ຈະພ້ອມກັນສຸມທຸກກໍາລັງທີ່ມີ ເພື່ອພັດທະນາສູນ ກໍຄືໜ້າທີ່ວິຊາສະເພາະທີ່ຮັບຜິດຊອບ ພ້ອມຮຽກຮ້ອງໃຫ້ຂັ້ນເທິງຈົ່ງສືບຕໍ່ເອົາໃຈໃສ່ໃກ້ຊິດຕິດ ແທດ ຊີ້ທິດເຍື່ອງທາງ ເພື່ອໃຫ້ສູນພວກເຮົາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ.
ຂ່າວທີ່ກ່ຽວຂ້ອງ