Skip to main content

ຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສວສ ຕີລາຄາຄືນວຽກງານ ພ້ອມເລືຶອກຄະນະຊຸດໃໝ່

20/12/2023

ໜ່ວຍຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 8 ທັນວາ 2023 ທີ່ຫ້ອງປະຊຸມສູນສົ່ງເສີມພາສາຕ່າງປະເທດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ຮອງເລຂາຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ສະຫາຍ ນາງ ຈະເລີນສັກ ຄຳສັກປະສິດ ປະທານກວດກາໜ່ວຍພັກຂອງສູນຄົ້ນຄວ້າ-ປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ, ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ ສວສ ແລະ ຜູ້ແທນເຂົ້າຮ່ວມ.

 

ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າດ້ວຍການອະນຸມັດໜ່ວຍຊາວໜຸ່ມສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ເປີດກອງປະຊຸມໃຫຍ່, ຜ່ານບົດລາຍງານການເມືອງຂອງຄະນະຂອງໜ່ວຍຊາວໜຸ່ມສູນສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ, ຜ່ານບົດສໍາຫຼວດນໍາພາລວມ, ຄະນະຊຸດເກົ່າກ່າວອໍາລາຕໍາແໜ່ງ ແລະ ຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່. ກອງປະຊຸມປະຖົມມະລຶກໄດ້ເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ຊຸດໃໝ່ ຈໍານວນ 3 ສະຫາຍ ຄື: ສະຫາຍ ຄອນສະຫວັນ ຈັນທະວິໄຊ ເປັນເລຂາ, ສະຫາຍ ວັນທອງ ໄຊເຢ່ຍຕູ້ ເປັນຮອງເລຂາ ແລະ ສະຫາຍ ແກ້ວສັກສິດ ໄຊຍະວົງ ເປັນປະທານກວດກາ.

ໂອກາດນີ້, ສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ໄດ້ສະແດງຄວາມຍ້ອງຍໍຊົຍເຊີຍມາຍັງຄະນະບໍລິຫານງານໜ່ວຍຊາວໜຸ່ມ ສູນຄົ້ນຄວ້າປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ ໂດຍສະເພາະແມ່ນຜົນສໍາເລັດທີ່ສະແດງອອກໃນບົດລາຍງານການເມືອງ ແລະ ຍັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ