Skip to main content

ສະມາຄົມການສຶກສາພາກເອກະຊົນ ຕີລາຄາຄືນຜົນງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

26/12/2023

ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ VI ສະໄໝທີ V ເພື່ອເປັນການສະຫຼຸບ ຕີລາຄາຄືນວຽກງານໃນໄລຍະ 5 ປີຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ແນໃສ່ສືບຕໍ່ຊີ້ນໍາ ນໍາພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງສຸດ.

ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນ ເມື່ອວັນທີ 22 ທັນວາ 2023 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ສູນ ITCT) ຫຼັກ 5 ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະມາຄົມການສຶກສາພາກເອກະຊົນ, ທ່ານ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະສະມາຄົມ, ມີບັນດາຫົວໜ້າກົມ, ຕາງໜ້າກົມ-ຮອງກົມ, ສະຖານທູດຕ່າງໆ, ຫົວໜ້າພະແນກການຂອງກະຊວງຕ່າງໆ ຕະຫຼອດຮອດຜູ້ປະກອບການ, ຜູ້ອຳນວຍການຂອງສະຖານການສຶກສາພາກເອກະຊົນທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ, ພາຍຫຼັງທ່ານ ປະທານສະມາຄົມການສຶກສາພາກເອກະຊົນ ໄດ້ກ່າວເປີດຢ່າງເປັນທາງການແລ້ວ, ທາງຄະນະບໍລິຫານງານສະມາຄົມການສຶກສາພາກເອກະຊົນ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງສະມາຄົມ ໄລຍະ 5 ປີ ຜ່ານມາ (2018-2023) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2024-2028) ຊຶ່ງໄລຍະ 5 ປີຜ່ານມາ ສະມາຄົມແມ່ນມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ວຽກງານດ້ານວິຊາການ ໂຮງຮຽນເອກະຊົນໄດ້ສ້າງນັກຮຽນເກັ່ງເສັງໄດ້ໃນລະດັບຂັ້ນເມືອງ, ນະຄອນຫຼວງ/ແຂວງ ລະດັບຊາດ, ພາກພື້ນ ແລະ ສາກົນ ຫຼາຍຄັ້ງ ເຊັ່ນ: ວິຊາພາສາລາວ, ຄະນິດສາດ, ຟີຊິກ, ເຄມີ, ຄວາມຮູ້ຮອບຕົວ, ຄະນິດສາດໂອແລມປິກ ແລະ program data scient. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມການແຂ່ງຂັນ ເຕັກໂນໂລຊີອາຊຽນ ແລະ ໂຮງຮຽນເອກະຊົນຍັງສາມາດສອບເສັງຈົບຊັ້ນໃນແຕ່ລະປີໄດ້ຫຼາຍກວ່າ 98% ແລະ ຍັງສາມາດເສັງໄດ້ຮັບປະກາສະນີຍະບັດແດງຈຳນວນຫຼາຍນ້ອງໃນ ມ.4 ແລະ ມ.7; ວຽກງານສົ່ງເສີມວິຊາການ ທາງສະມາຄົມໄດ້ມີການຈັດຝຶກອົບຮົມໃຫ້ແກ່ຄູສອນຢ່າງປົກກະຕິ ແລະ ຕໍ່ເນື່ອງ ບໍ່ວ່າຈະເປັນຄູອະນຸບານ, ຄູປະຖົມ ແລະ ຄູມັດທະຍົມ ເພື່ອໃຫ້ທ່ວງທັນກັບຫຼັກສູດໃໝ່ໃນແຕ່ລະຊັ້ນຮຽນທີ່ທາງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ ໃນໄລຍະຜ່ານມາ ທາງສະມາຄົມໄດ້ຝຶກອົບຮົມໃຫ້ແກ່ຄູອະນຸບານທີ່ສອນບໍ່ຖືກຊັ້ນຖືກສາຍ, ຝຶກອົບຮົມໃຫ້ຄູຊັ້ນປະຖົມທີ່ສອນບໍ່ຖືກຊັ້ນຖືກສາຍ ແລະ ທຸກວິຊາຮຽນຂອງຊັ້ນປະຖົມ ໄດ້ທັງໝົດ 1.398 ຄົນ ແລະ ຝຶກອົບຮົມໃຫ້ແກ່ຄູມັດທະຍົມຕົ້ນ ແລະ ມັດທະຍົມປາຍ ໄດ້ທັງໝົດ 372 ຄົນ. ນອກຈາກນັ້ນ, ຍັງໄດ້ມີການແລກປ່ຽນ ຖອດຖອນບົດຮຽນທາງດ້ານວິຊາການ, ທາງດ້ານວຽກງານຄຸ້ມຄອງບໍລິຫານ ລະຫວ່າງໂຮງຮຽນຕໍ່ໂຮງຮຽນ, ເມືອງກັບເມືອງ ເພື່ອພັດທະນາຄຸນນະພາບການສຶກສາ; ວຽກງານການຄຸ້ມຄອງ ແລະ ພັດທະນາໂຮງຮຽນ ຊຶ່ງໂຮງຮຽນເອກະຊົນໄດ້ເປັນໂຮງຮຽນຂຽວສະອາດ ແລະ ສະພາບແວດລ້ອມດີ ກວມ 85%, ໂຮງຮຽນເອກະຊົນໄດ້ເປັນໂຮງຮຽນປອດສິ່ງເສບຕິດ ກວມ 97%, ໂຮງຮຽນເອກະຊົນໄດ້ເປັນໂຮງຮຽນ ຕົວແບບຄຸນນະພາບ ກວມ 15%, ໂຮງຮຽນເອກະຊົນໄດ້ຖືກຮັບຮອງເປັນໂຮງຮຽນນິເວດອາຊຽນ 4 ແຫ່ງ ຄື: ໂຮງຮຽນ ປາດຖະໜາ, ໂຮງຮຽນ ສິນໄຊ, ໂຮງຮຽນ ຮຸ່ງເຮືອງ ແລະ ໂຮງຮຽນ ຊະນະພົນ; ວຽກງານພົວພັນ ແລະ ການຮ່ວມມື ຊຶ່ງສະມາຄົມແຕ່ລະຂັ້ນໄດ້ເພີ່ມທະວີການພົວພັນຮ່ວມມື ເພື່ອເສີມການພົວພັນແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍລະດັບ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອທາງດ້ານວິຊາການ, ທຶນຊ່ວຍເຫຼືອຕ່າງໆ ໃນພາກພື້ນ ແລະ ສາກົນ ໂດຍໃນໄລຍະຜ່ານມາ ສະມາຄົມໄດ້ມີການຮ່ວມມື ແລະ ສ້າງສາຍສຳພັນທີ່ດີ ພ້ອມທັງໄດ້ມີການເຊັນສັນຍາຮ່ວມມືກັບຫຼາຍປະເທດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ໄທ, ມາເລເຊຍ ແລະ ຍີ່ປຸ່ນ. ປັດຈຸບັນ ໂຮງຮຽນພາກເອກະຊົນໃນຂອບເຂດທົ່ວປະເທດ ມີທັງໝົດ 1.173 ແຫ່ງ ໂດຍໄດ້ເຂົ້າເປັນສະມາຊິກຂອງສະມາຄົມແລ້ວ 1.153 ແຫ່ງ.

ນອກຈາກນີ້, ໃນກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ໂດຍຜູ້ລົງສະໝັກແມ່ນໄດ້ມີການເລືອກຕັ້ງຈາກຂັ້ນເມືອງ, ຂັ້ນແຂວງຂອງຕົນ ແລະ ໄດ້ຮັບຮອງເອົາຜູ້ທີ 1 ຫາ 3 ມາເປັນຄະນະບໍລິຫານງານ ລວມທັງໝົດມີ 61 ທ່ານ.

ຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະເລີກ ໄດ້ມີປະຊາມະຕີໃຫ້ທ່ານ ປອ ຄໍາແສນ ສີສະວົງ ສືບຕໍ່ເປັນປະທານ ສະໄໝທີ II, ທ່ານ ບຸນຕີ ສິດທິນົນທອງ, ທ່ານ ນາງ ວິໄລພອນ ວົງຄໍາສອນ, ທ່ານ ປອ ປະສິດທິຜົນ ພອນວັນທາ, ທ່ານ ນາງ ສຸພາພອນ ວິຊາປຣາ ຄາວະມຸຣະ, ທ່ານ ອານຸເດດ ພົມປິດາ, ທ່ານ ວຽງສະຫວັນ ສີຫານາດ, ທ່ານ ນາງ ນິລະພອນ ແກ້ວບຸນລ້ອມ, ທ່ານ ນາງ ຈິນດາ ພົນເຕຊາ, ທ່ານ ນາງ ວັນຄໍາ ສຸລິຍາ, ທ່ານ ປອ ບຸນເກີດ ສີສຸພັນທອງ, ທ່ານ ໂຍທິນ ເວດສະພົງ ແລະ ທ່ານ ພັນທະວິໄລ ນວນຮຸ່ນ ເປັນຮອງປະທານ. ສ່ວນທ່ານ ນາງ ນິລາວັນ ວິຣະຖາວອນ ເປັນປະທານກວດກາ, ທ່ານ ປອ ນາງ ຄໍາແພງ ພັດທະດາວົງ ເປັນຮອງປະທານ, ທ່ານ ນາງ ອຸດົມ ດວງປະເສີດ, ທ່ານ ນາງ ບຸນຊູ ຈະເລີນສຸກ ແລະ ທ່ານ ນາງ ພິດສະໄໝ ແສງສະຫວາດ ເປັນຄະນະ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານ-ຜົນສຳເລັດຂອງການຄຸ້ມຄອງສະມາຄົມໃນໄລຍະ 5 ປີຜ່ານມາ ແລະ ຍ້ອງຍໍສະມາຊິກທີ່ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເຮັດໃຫ້ສະມາຄົມມີຜົນສຳເລັດໃນຫຼາຍດ້ານ, ຍົກພາລະບົດບາດຄວາມສຳຄັນຂອງສະມາຄົມຕໍ່ກັບການພັດທະນາປະເທດຊາດ. ພ້ອມກັນນີ້, ທ່ານລັດຖະມົນຕີ ສສກ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ທະນາຄານ ຈົ່ງພ້ອມກັນຊຸກຍູ້ ສົ່ງເສີມໂຮງຮຽນພາກເອກະຊົນໃຫ້ສາມາດແຂ່ງຂັນກັບໂຮງຮຽນໃນຂອບເຂດອາຊຽນໄດ້, ວຽກງານການນຳພາ, ການພັດທະນາສະມາຄົມ, ພາລະບົດບາດຂອງສະມາຄົມ ແມ່ນໃຫ້ສືບຕໍ່ມີຄວາມສາມັກຄີໃນໂຮງຮຽນພາກເອກະຊົນ ແລະ ໃຫ້ເຂົ້າເປັນສະມາຊິກສະມາຄົມ. ນອກຈາກນີ້, ທ່ານຍັງເນັ້ນໜັກໃຫ້ອົງການຈັດຕັ້ງສາກົນ ສົ່ງເສີມ ຊ່ວຍເຫຼືອດ້ານທຶນຮອນ ແລະ ດ້ານການຊ່ວຍເຫຼືອອື່ນໆ ເພື່ອມາພັດທະນາສະມາຄົມ ກໍຄື ການພັດທະນາໂຮງຮຽນເອກະຊົນອີກດ້ວຍ.

ສໍາລັບສະມາຄົມການສຶກສາພາກເອກະຊົນ ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຂຶ້ນມາແຕ່ປີ 2000 ເປັນຕົ້ນມາ ໂດຍທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເປັນສະມາຄົມວິຊາການທີ່ຂຶ້ນກັບກະຊວງສຶກສາທິການ ແລະກິລາ ໂດຍກົງ, ມີໜ້າທີ່ ພາລະບົດບາດ ໃນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ບັນດາສະຖານການສຶກສາພາກເອກະຊົນ ແລະ ເປັນຕົວແທນໃຫ້ແກ່ສະມາຊິກ ນັບຕັ້ງແຕ່ໂຮງຮຽນລ້ຽງເດັກ-ອະນຸບານ ຈົນເຖິງສະຖາບັນການສຶກສາຊັ້ນສູງໃນຂອບເຂດທົ່ວປະເທດ ແລະ ເປັນເສນາທິການໃຫ້ແກ່ກະຊວງສຶກສາທິການ ແລະກິລາ. ການສຶກສາພາກເອກະຊົນ ແມ່ນການສຶກສາແຫ່ງຊາດຄືກັນກັບການສຶກສາພາກລັດ. ສຳລັບຊັ້ນກ່ອນໄວຮຽນ ແລະ ສາມັນສຶກສາ ປະກອບມີ 3 ລະບົບ (3 ຫຼັກສູດ ຄື: 1. ຫຼັກສູດແຫ່ງຊາດ ດຳເນີນການຮຽນການສອນຕາມ 3 ລັກສະນະ ແລະ 5 ຫຼັກມູນ, 2. ຫຼັກສູດສອງພາສາ, 3. ຫຼັກສູດນານາຊາດ) ແລະ ມີລະບົບການຈັດຕັ້ງນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ, ຄະນະບໍລິຫານງານຂອງສະມາຄົມມີອາຍຸການຊຸດໜຶ່ງ 5 ປີ ແລະ ຄົບຮອບ 5 ປີໃດມີກອງປະຊຸມໃຫຍ່ ເພື່ອປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ໂດຍມີສະມາຊິກສະມາຄົມ ໂຮງຮຽນພາກເອກະຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມປ່ອນບັດຄັດເລືອກ. ນອກຈາກນັ້ນ, ຍັງມີກອງປະຊຸມປະຈໍາປີ ເພື່ອສະຫຼຸບ ຖອດຖອນບົດຮຽນ ແລະ ວາງແຜນພັດທະນາການສຶກສາພາກເອກະຊົນໃນແຕ່ລະປີ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໂດຍມີຫ້ອງການ 2 ບ່ອນ ຄື: ຈຸດທີ 1 ແມ່ນຢູ່ສະໜາມກິລາໃນຮົ່ມບຶງຂະຫຍອງ ແລະ ຈຸດທີ 2 ຢູ່ຕຶກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ