ເອັນແອນເອັນ ເອັບຊີ ຄອງແຊ໋ມເຕະບານ 8 ຄົນ ລາວ-ໄທ ຊີງຂັນ ສີສົມບັດ ຣາຊາ ລູກຊີ້ນ ຄັບ 2023
ສະໂມສອນ ເອັນແອນເອັນ ເອັບຊີ ຫຼື N&N FC ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໄລ່ເອົາຊະນະທີມຣາຊາລູກຊີ້ນ+ພີທີ ໂອໂຕ ໄປແບບຂາດຮອຍ 7 ປະຕູຕໍ່ 2 ໃນນັດຊີງຊະນະເລີດ ຄອງແຊ໋ມໃນການແຂ່ງຂັນເຕະບານ 8 ຄົນ ນັດພິເສດ ມິດຕະພາບ ເພື່ອເຊື່ອມສາຍສຳພັນສອງຊາດ ລາວ-ໄທ ຮຸ່ນອາຍຸ 40 ປີຂຶ້ນໄປ ຄັ້ງທີ l ຊີງຂັນຮ້ານສີສົມບັດ ຣາຊາ ລູກຊີ້ນ ປະຈຳປີ 2023 ຫຼື ລາຍການ ຣາຊາລູກຊີ້ນ ຄັບ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103...








