ຊາວໜຸ່ມ ວຄ.ດຄຊ ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກ ພ້ອມທາບທາມຄະນະຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ວິທະຍາໄລ ຄູດົງຄຳຊ້າງ (ວຄ.ດຄຊ) ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງທາບທາມຄະນະບໍລິຫານງານ ຊຸດໃໝ່ ແລະ ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ສະມາຊິກຊາວໜຸ່ມພະນັກງານຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາຢ່າງສົມກຽດ.
ພິທີມອບ-ຮັບ ທຸງໄຊນຳໜ້ານາມມະຍົດ 4 ບຸກຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງທາບທາມຄະນະບໍລິຫານງານ ຊຸດໃໝ່ ແລະ ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ສະມາຊິກຊາວໜຸ່ມຂອງວິທະຍາໄລຄູດົງຄຳຊ້າງ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດປະດັບທຸງໄຊຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທັງເປັນເລຂາຊາວໜຸ່ມ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າຮັບທຸງໄຊມີ ສະຫາຍ ນາງ ວິລາ ແສງສະຫວ່າງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວຄ.ດຄຊ ແລະ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງ, ເລຂາຊາວໜຸ່ມ ວິທະຍາໄລອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ຮາກຖານ ວຄ.ດຄຊ, ມີບັນດາຄະນະອຳນວຍການວິທະຍາໄລອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ, ຄະນະອຳນວຍການ ວິທະຍາໄລ ວຄ.ດຄຊ, 3 ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ 300 ກວ່າສະຫາຍ.
ໃນພິທີ, ສະຫາຍ ວິລັດ ວິພົງໄຊ ຮອງເລຂາ, ຜູ້ກວດກາ ຄຊປປລ ຮາກຖານ ວຄ.ດຄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ 3 ປີຂອງຊາວໜຸ່ມ ວຄ.ດຄຊ ພ້ອມທັງມີການຜ່ານຂໍ້ຕົກລົງທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຈາກສະຫາຍ ສົນໃຈ ພວງລະສອນ ຮອງຫົວໜ້າຈັດຕັ້ງ ແລະ ພະນັກງານ, ກວດກາ ແລະ ປະກັນຄຸນະພາ ວຄ.ດຄຊ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ ໃຫ້ແກ່ສະມາຊິກຊາວໜຸ່ມຂອງ ວຄ.ດຄຊ. ຫຼັງຈາກນັ້ນ, ໄດ້ມີການທາບທາມຄະນະບໍລິຫານງານ ຊປປລ ຮາກຖານ ວຄ.ດຄຊ ຊຸດໃໝ່ ໂດຍແມ່ນສະຫາຍ ໄພວັນ ບັນດາສັກ ສືບຕໍ່ເປັນເລຂາ ຄຊປປລ ຮາກຖານ ວຄ.ດຄຊ ຊຸດໃໝ່. ສ່ວນສະຫາຍ ສົມຫວັງ ພອນສະຫວັນ ເປັນຮອງເລຂາ ແລະ ສະຫາຍ ວິລັດ ວິພົງໄຊ ເປັນຮອງເລຂາ ທັງເປັນປະທານກວດກາ ຂະນະທີ່ ສະຫາຍ ພົງສະຫວັດ ສີລິປັນຍາ ແລະ ສະຫາຍ ນາງ ຄຳໃບ ພະວິໄຊ ເປັນຄະນະ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ