ສສກ-ອົດສະຕຣາລີ ສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ ເມື່ອວັນທີ 14 ເດືອນ ທັນວາ 2023 ທີ່ໂຮງແຮມແລນມາກ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຈາກສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ, ທ່ານ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ໂຕຊິໂອ ນາກາເຊ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາຈາກ 18 ແຂວງ, ຈາກວິທະຍາໄລຄູ 8 ແຫ່ງ, ຈາກບັນດາກະຊວງ, ຄູ່ຮ່ວມພັດທະນາ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: “ການປັບປຸງຫຼັກສູດເປັນໜ້າວຽກໃຫຍ່ ແລະ ບໍ່ໄດ້ສາມາດຢຸດພັກໄດ້ເຖິງແມ່ນວ່າຈະຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຈຳກັດການເດີນທາງສອງຄັ້ງກໍຕາມ, ການປະຕິບັດຫຼັກສູດສະບັບປັບປຸງໃໝ່ໃນທົ່ວປະເທດແມ່ນຜົນສຳເລັດອັນສຳຄັນ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາຢູ່ໃນ ສປປ ລາວ ແລະ ເປັນບຸລິມະສິດຂອງແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຄັ້ງທີ 8 ແລະ ຄັ້ງທີ 9, ການປັບປຸງຫຼັກສູດຊັ້ນປະຖົມສຶກສາຂອງ ສປປ ລາວ ໃຫ້ທັນກັບສະພາບການ ເປັນສິ່ງຈຳເປັນຂັ້ນພື້ນຖານໃນການປັບປຸງຄຸນນະພາບການສຶກສາ ຊຶ່ງໄດ້ສົ່ງຜົນກະທົບອັນດີຕໍ່ການປັບປຸງຫຼັກສູດສ້າງຄູປະຖົມ ແລະ ມາດຕະຖານການສອນແຫ່ງຊາດ, ການສະໜັບສະໜູນທີ່ແທດເໝາະກັບບົດບາດໜ້າທີ່ຂອງຄູແມ່ນບາດກ້າວສຳຄັນໃນການສ້າງກຳລັງແຮງງານທີ່ມີຄວາມສາມາດ ໂດຍຜ່ານລະບົບການສຶກສາທີ່ມີປະສິດທິພາບ, ປະຊາກອນທີ່ມີຄວາມຮູ້ຄວາມສາມາດແມ່ນມີຄວາມສໍາຄັນໃນການປະກອບສ່ວນເພື່ອບັນລຸເປົ້າໝາຍໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາຂອງ ສປປ ລາວ ແລະ ບັນລຸເປົ້າໝາຍໃນການພັດທະນາເສດຖະກິດໃຫ້ຮຸ່ງເຮືອງໃນໄລຍະຍາວ”. ພ້ອມກັນນີ້, ທ່ານຍັງເນັ້ນວ່າ: “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນສະແດງໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫຼວງ ແລະ ຜົນສໍາເລັດຂອງການປະຕິບັດຫຼັກສູດໃໝ່ນີ້ ຮຽກຮ້ອງໃຫ້ຕ້ອງມີຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກທຸກພາກສ່ວນ ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບໂຮງຮຽນ ຊຶ່ງຄູຕ້ອງການການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອປັບຕົວໃຫ້ລຶ້ງເຄີຍກັບວິທີການຮຽນການສອນແບບໃໝ່ຢ່າງຄົບຖ້ວນ. ລັດຖະບານອົດສະຕຣາລີ ແລະ ອົງການ USAID ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2.
ໂອກາດດຽວກັນ, ທ່ານ ໂພລ ແຄລີ ໄດ້ກ່າວວ່າ: “ການສຶກສາແມ່ນບຸລິມະສິດສູງສຸດຂອງລັດຖະບານອົດສະຕຣາລີ ໃນ ສປປ ລາວ ແລະ ເປັນການລົງທຶນອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໄປສູ່ການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມ, ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ເດັກນ້ອຍໃນເກນອາຍຸເຂົ້າຮຽນຊັ້ນປະຖົມ ໃນ ສປປ ລາວ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ ໂດຍການຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາອື່ນໆ”. ທ່ານ ໂພລ ແຄລີ ໄດ້ກ່າວຕື່ມວ່າ: “ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນໄດ້ເລີ່ມສົ່ງຜົນປະກອບສ່ວນໃສ່ການປັບປຸງຜົນການຮຽນຂອງນັກຮຽນ, ໄດ້ມີການສຶກສາຄົ້ນຄວ້າໃນໄລຍະບໍ່ດົນມານີ້ ໂດຍສະພາຄົ້ນຄວ້າການສຶກສາຂອງອົດສະຕຣາລີ ໄດ້ພົບວ່າ: 3 ປີຫຼັງການເລີ່ມປະຕິບັດຫຼັກສູດວິຊາພາສາລາວ ຂັ້ນ ປ.1 ສະບັບປັບປຸງໃໝ່, ຄູໄດ້ສະແດງໃຫ້ເຫັນວ່າ ພວກເຂົາມີຄວາມຄວາມຮູ້ ແລະ ຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ ແລະ ນັກຮຽນໄດ້ມີສ່ວນຮ່ວມໃນກິດຈະກຳການຮຽນໃນຫ້ອງຮຽນຫຼາຍຂຶ້ນ, ເຮັດໃຫ້ມີການພັດທະນາດ້ານການຮູ້ໜັງສືຂອງນັກຮຽນທີ່ດີຂຶ້ນ” ແລະ ເນັ້ນໜັກວ່າ ຈຸດສຸມຂອງພວກເຮົາໃນໄລຍະທີສອງຂອງແຜນງານບີຄວາ ແມ່ນເນັ້ນໜັກກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການເຊື່ອມສານບັນດາຫຼັກການດ້ານການສຶກສາຮຽນຮ່ວມເຂົ້າໃນວຽກງານດັ່ງກ່າວ, ການສະໜອງການຝຶກອົບຮົມທີ່ມີຄຸນນະພາບໃຫ້ແກ່ຄູ ແລະ ການສະໜັບສະໜູນວິຊາຊີບຄູແບບຕໍ່ເນື່ອງ ແມ່ນເປັນສິ່ງຈຳເປັນ ເພື່ອຮັບປະກັນໃຫ້ຄູສາມາດປະຕິບັດຫຼັກສູດ ແລະ ນໍາມາສອນໃນຫ້ອງຮຽນຢ່າງປະສົບຜົນສຳເລັດ. ທັງໝົດທັງມວນແລ້ວ, ການຮຽນຄວນໃຫ້ມີຄວາມມ່ວນຊື່ນ.
ນອກນອກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງຄຳເຫັນຈາກຄະນະຜູ້ຊ່ຽວຊານກ່ຽວກັບວິທີການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດ, ຄູ 3 ທ່ານ ໄດ້ແບ່ງປັນຄໍາຄິດເຫັນກ່ຽວກັບການນຳໃຊ້ຫຼັກສູດໃໝ່ ພ້ອມທັງມີການສາທິດການຮຽນການສອນດ້ວຍຫຼັກສູດໃໝ່ ແລະ ໃນວາລະສຸດທ້າຍຂອງກອງປະຊຸມ, ບັນດາແຂກທີ່ເຂົ້າຮ່ວມໄດ້ຢ້ຽມຢາມການວາງສະແດງສື່ການຮຽນການສອນທີ່ໄດ້ພັດທະນາໃນຫຼັກສູດສະບັບປັບປຸງໃໝ່.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ