Skip to main content

ສວສ ສໍາມະນາວິທະຍາສາດການສຶກສາ ປີ 2023

18/12/2023

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາ ປະຈໍາປີ 2023 ເມື່ອວັນທີ 18 ທັນວາ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ມາຍເຄີນ ດາເບີນ ນັກເສດຖະສາດ ຕາງໜ້າຈາກທະນາຄານໂລກ, ທ່ານ ວິລະສັກ ວິຣະພັນ ຫົວໜ້າແຜນງານສຶກສາ ອົງການແພລນ ສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອໍານວຍການ-ຮອງອໍານວຍການການສະຖາບັນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ  ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄຳຈັນ ລັດທະຍອດ ໄດ້ກ່າວວ່າ: ປີນີ້ເປັນອີກປີໜຶ່ງທີ່ໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາພວກເຮົາ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາຂຶ້ນອີກຄັ້ງ ຊຶ່ງແມ່ນໜຶ່ງໃນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງການຍ່ອຍ 6 ໃນການ ເຜີຍແຜ່ຜົນການຄົ້ນຄວ້າ ແລະ ປະເມີນຜົນການສຶກສາຂອງຂະແໜງການສຶກສາ ແລະ ກິລາ ແລະ ຄູ່ຮ່ວມພັດທະນາ ໃນແຕ່ລະໄລຍະ ເພື່ອເປັນການເສີມຂະຫຍາຍ ແລະ ສົ່ງເສີມວຽກງານການຄົ້ນຄວ້າ-ປະເມີນຜົນການສຶກສາໃຫ້ກວາ້ງຂວາງ ແລະ ເປັນທີ່ຮູ້ຈັກໃນວົງກວ້າງຫຼາຍຂຶ້ນ ເນື່ອງຈາກວຽກງານດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະເປັນການສະໜອງຂໍ້ມູນທີ່ເປັນວິທະຍາສາດ, ເປັນຄວາມຈິງ, ສາມາດຢັ້ງຢືນ ແລະ ພິສູດໄດ້ດ້ວຍຄວາມໜ້າເຊື່ອຖືເພື່ອເປັນການສະໜອງຂໍ້ມູນໃຫ້ແກ່ບຸກຄົນ ຫຼື ພາກສ່ວນຕ່າງໆທີ່ຈະນໍາເອົາຜົນຂອງການຄົ້ນຄວ້າໄປໃຊ້ເຂົ້າໃນການປັບປຸງວຽກງານການພັດທະນາການສຶກສາໃນແຕ່ລະໄລຍະ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ຕາງໜ້າແຕ່ລະພາກສ່ວນທີ່ໄດ້ເຂົ້າຮ່ວມກອງປະຊຸມໃນມື້ນີ້ ຈົ່ງເອົາໃຈໃສ່ຕິດຕາມການນໍາສະເໜີຜົນງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາຈາກພາກສ່ວນຕ່າງໆ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແບບກົງໄປກົງມາ ເພື່ອເປັນການປັບປຸງວຽກງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາໃນອະນາຄົດໃຫ້ມີການພັດທະນາທີ່ດີຂຶ້ນເລື້ອຍໆ.

ສໍາລັບກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຜົນງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ຈໍານວນ 8 ຫົວຂໍ້ທີ່ມີຄວາມສໍາຄັນ ຊຶ່ງຕິດພັນກັບຂະແໜງການຍ່ອຍ ເປັນຕົ້ນແມ່ນ ການອ່ານຂອງນັກຮຽນໃນຊັ້ນປະຖົມສຶກສາ, ຜົນສຳເລັດດ້ານການຮຽນ ແລະ ສະມັດຖະພາບຂອງຄູໃນຊັ້ນປະຖົມສຶກສາ ແລະ  ການສຶກສານອກໂຮງຮຽນ ຊຶ່ງພາຍຫຼັງສໍາເລັດການນໍາສະເໜີໃນແຕ່ລະຫົວຂໍ້ແລ້ວ ໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອເປັນການຕໍ່ຍອດຂອງການຄົ້ນຄວ້າໃນອະນາຄົດ ຫຼື ແນະນໍາໃນການຄົ້ນຄວ້າຄັ້ງຕໍ່ໄປໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນການຄົ້ນຄວ້າເຊິ່ງກັນ ແລະ ກັນ ເພື່ອເປັນການປັບປຸງການຄົ້ນຄ້ວາ ແລະ ປະເມີນຜົນການສຶກສາໃຫ້ມີທ່າກ້າວທີ່ດີຂຶ້ນ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ