ກົມສາມັນສຶກສາ ຊະນະ ກົມຮ່ວມມືສາກົນ ກະຊວງແຜນການ 4-3 ເຕະບານມິດຕະພາບ ສະຫຼອງວັນຊາດ ຄົບຮອບ 48 ປີ
ທີມກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ສາມາດເອົາຊະນະ ທີມກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ໄປໄດ້ແບບຫວິດຫວິດ 4-3 ປະຕູ ໃນການແຂ່ງຂັນເຕະບານມິດຕະພາບນັດພິເສດ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດ ໂດຍສະເພາະແມ່ນວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ການແຂ່ງຂັນເຕະບານມິດຕະພາບລະຫວ່າງສອງພາກສ່ວນໃນຄັ້ງນີ້ ໄດ້ມີຂຶ້ນເມື່ອຕອນແລງວັນທີ 30 ພະຈິກ...








