ຄາດຈະມີກິລາແລ່ນແລ່ນທົ່ວໂລກເຖິງ 4 ພັນຄົນ ຮ່ວມແຂ່ງຂັນ ແລ່ນວຽງຈັນ ມາຣາທອນ ນານາຊາດ 2023
ການແຂ່ງຂັນກິລາແລ່ນ ວຽງຈັນ ມາຣາທອນ ນານາຊາດ ປະຈຳປີ 2023 ຫຼື “VIENTIANE INTERNATIONAL MARATHON 2023” ຊີງເງິນລາງວັນລວມມູນຄ່າ 179 ລ້ານກີບ ຈະຈັດຂຶ້ນໃນວັນທີ 10 ທັນວາ 2023 ນີ້ ເພື່ອກະຕຸ້ນການທ່ອງທ່ຽວ ສປປ ລາວ ໃຫ້ມີຄວາມຄຶກຄື້ນກວ່າເກົ່າ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ໃຫ້ມີບັນຍາກາດຟົດຟື້ນ ຊຶ່ງລາຍການດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກຜະລິດຕະພັນນໍ້າດື່ມກາຫົວເສືອ ບໍລິສັດ ເບຍລາວ ຈຳກັດ, ບໍລິສັດ ໂຕໂຢຕ້າ ລາວ ແລະ ພາກສ່ວນອື່ນໆ ຄາດວ່າປີນີ້ຈະມີນັກກິລາແລ່ນປອດເຫຼັກຈາກທົ່ວໂລກ ເຂົ້າຮ່ວມ 4 ພັນຄົນ.
ພິທີຖະແຫຼງຂ່າວກະກຽມຄວາມພ້ອມງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2023...








