ຕາມຄາດ! ມາຊາທາດະ ອິຊິອິ ຖືກແຕ່ງຕັ້ງເປັນຫົວໜ້າຄູຝຶກທີມຊາດໄທ
ທ່ານ ນາງ ນວນພັນ ລ່ຳຊຳ ຜູ້ຈັດການທີມຊາດໄທ ປະກາດປົດ ທ່ານ ມາໂນ ໂພນກິງ ອອກຈາກຕຳແໜ່ງຫົວໜ້າຄູຝຶກທີມຊາດໄທ ຢ່າງເປັນທາງການ ພາຍຫຼັງສ້າງຜົນງານໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ບໍ່ເປັນໄປຕາມເປົ້າໝາຍ ໂດຍແຕ່ງຕັ້ງ ທ່ານ ມາຊາທາດະ ອິຊິອິ ເປັນຫົວໜ້າຄູຝຶກຄົນໃໝ່ແທນທັນທີ.
ມາໂນ ໂພນກິງ (ຊ້າຍ) ແລະ ນວນພັນ ລ່ຳຊຳ (ຂວາ)
ທ່ານ ນາງ ນວນພັນ ລ່ຳຊຳ ກ່າວວ່າ: ສຳລັບການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອດ ຂົງເຂດອາຊີ ຮອບ 2 ທີ່ຫາກໍຜ່ານໄປ 2 ນັດທຳອິດ ປະຕິເສດບໍ່ໄດ້ວ່າທຸກຄົນຄາດຫວັງ ແລະ ຕັ້ງຄວາມຫວັງເອົາໄວ້ສູງ...








