ວຽງຈັນ ສິງ ຄວ້າແຊ໋ມຣັກບີ້ຍິງ ນານາຊາດ ວຽງຈັນ 2023 ຕຳຫຼວດໄທ ຄອງແຊ໋ມທີມຊາຍທົ່ວໄປ
ສະໂມສອນ ຣັກບີ້ ວຽງຈັນ ສິງ ຫຼື ວຽງຈັນ ໄຣອອນ ຈາກສປປ ລາວ ຄອງແຊ໋ມການແຂ່ງຂັນກິລາຣັກບີ້ ນານາຊາດ ວຽງຈັນ ປະຈຳປີ 2023 ຫຼື “Vientiane 10s International Rugby Championship 2023” ຂະນະທີ່ແຊ໋ມປະເພດຊາຍທົ່ວໄປ ຕົກເປັນຂອງສະໂມສອນ ຕຳຫຼວດໄທ ທີ່ມາຈາກປະເທດໄທ.
ສະຫະພັນກິລາຣັກບີ້ແຫ່ງຊາດລາວ ເປັນເຈົ້າພາບ ຈັດການແຂ່ງຂັນຣັກບີ້ ນານາຊາດ ວຽງຈັນ ປະຈຳປີ 2023 ຫຼື “Vientiane 10s International Rugby Championship 2023” ໃນລະຫວ່າງວັນທີ 18-19 ພະຈິກ 2023 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບຂັນລາງວັນຂອງທ່ານ ທ່ານ ວິຣະຢຸດ ຣາຕິກຸນ ປະທານສະຫະພັນຣັກບີ້ແຫ່ງຊາດລາວ, ມີທ່ານ ນາງ ຈັນທະລາດ ພູມພິພັກ ຮອງຄະນະບໍດີ...








