ປອກຕຸຍການ ສ້າງສະຖິຕິຊະນະລວດຮອບຄັດເລືອກເຕະບານເອີໂຣ 2024
ທັບນັກເຕະທີມຊາດປອກຕຸຍການ (ໂປຕຸເກດ) ປິດສາກການແຂ່ງຂັນເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ຢູໂຣ 2024 ໄດ້ຢ່າງສວຍງາມ ດ້ວຍການສ້າງສະຖິຕິຊະນະລວດທັງ 10 ນັດ ເກັບ 30 ຄະແນນເຕັມ ຂະນະທີ່ທີມຊາດແຊກບີ (ເຊີເບຍ) ເຮັດໄດ້ພຽງສະເໝີກັບຄູ່ແຂ່ງ ແຕ່ກໍມີຄະແນນພຽງພໍທີ່ຈະຜ່ານເຂົ້າສູ່ຮອບສຸດທ້າຍໄປອີກທີມ.
ການແຂ່ງຂັນເຕະບານ ເອີໂຣ 2024 ຮອບຄັດເລືອກ ເມື່ອວັນທີ 19 ພະຈິກ 2023 ກຸ່ມ ເຈ ທີມຊາດປອກຕຸຍການ ເປີດສະໜາມເອັດຕາດິໂອ ໂຊເຊ ອັນວາລາເດ ຕ້ອນຮັບການມາຢາມຂອງທີມຊາດອຽກລັງ. ເກມນີ້, ເຈົ້າຖິ່ນ ປອກຕຸຍການ ສົ່ງ ຄຣິດເຕຍໂນ ໂຣນັນໂດ, ບຣູໂນ ແຟນານເດດ, ເຈົາ ເຟລິກ ລົງສະໜາມ ຂະນະທີ່ ທີມຢາມ ອຽກລັງ ໃຊ້ງານ ວິວລຸມ ປໍ ວິລຸມສັນ, ຢອນ ດາກູ ປໍສະໄຕສັນ ແລະ ອັນເຟຣດ...








