Skip to main content

Author: Chanthakhard Inthadalin

ຄຊປປລ ຮາກຖານ ສວສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມເລືອກໄດ້ຄະນະບໍລິຫານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມທັງໄດ້ຮັບການຍ້ອງຍໍຜົນງານການເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະ 1 ສະໄໝ ຜ່ານມາ ແລະ ສາມາດເລືອກໄດ້ ຄຊປປລ ຮາກຖານ ສວສ ຊຸດໃໝ່ ໂດຍແມ່ນ ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ເປັນເລຂາ ຄຊປປລ ຮາກຖານ ສວສ. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄຊປປລ ຮາກຖານຈັດຂຶ້ນ ເມື່ອວັນທີ 10 ເມສາ...

Continue reading

ແຜນງານບີຄວາ ມອບກ້ອງຖ່າຍພາບນິ້ງ 1 ຊຸດ ໃຫ້ສູນໂຄສະນາຂ່າວສານ ສວສ ຮັບໃຊ້ວຽກງານສື່ມວນຊົນ

ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ມອບກ້ອງຖ່າຍພາບນິ້ງ ຈຳນວນ 1 ຊຸດ ໃຫ້ກັບຂະແໜງວາລະສານ ແລະ ໜັງສືພິມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ຊັ້ນ2 ສວສ ກ່າວມອບໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບແມ່ນ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ນາງ ຄໍລີນ ຈາວາຣີ ຜູ້ຈັດການວຽກງານສື່ສານ ແລະ...

Continue reading

ຊາວໜຸ່ມ ຮາກຖານ ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຢ່າງຟົດຟື້ນ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຕິດພັນກັບການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນຍິ່ງຂຶ້ນ. ...

Continue reading

ມສ ນໍ້າປາ ບຽດຊະນະ ມສ ຊົນເຜົ່າ 2-1 ຄວ້າແຊ໋ມ 2 ປີຊ້ອນ ເຕະບານຊາຍ ນັກຮຽນມັດທະຍົມສຶກສາ ທົ່ວແຂວງ ອັດຕະປື ຄັ້ງທີ VIII

ທັບນັກກິລາເຕະບານຊາຍ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ນໍ້າປາ ເມືອງຊານໄຊ ດີກຣີແຊ໋ມເກົ່າ ສາມາດບຽດເອົາຊະນະ ທັບນັກກິລາໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງສາມັກຄີໄຊ ໄປໄດ້ 2-1 ປະຕູ ໃນນັດຊີງຊະນະເລີດ ຄວ້າຂັນແຊ໋ມໄປຄອງ ພ້ອມເງິນສົດ 5 ລ້ານກີບ ໄດ້ຢ່າງສົມສັກສີ ໃນງານແຂ່ງຂັນກິລາເຕະບານຊາຍ ລະດັບນັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງ ອັດຕະປື ຄັ້ງທີ VIII ປະຈໍາສົກຮຽນ 2023-2024. ງານແຂ່ງຂັນກິລາເຕະບານຊາຍ...

Continue reading

ຫຼວງພະບາງ ຫາລືກະກຽມຄວາມພ້ອມໃນການຈັດສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2024

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ແຕ່ລະສູນຂອງສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ເມື່ອວັນທີ 1 ເມສາ 2024 ນີ້ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ດາລາ ພະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຄະນະກໍາມະການ...

Continue reading

ສົກ 2023-2024 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ມີຜົນສຳເລັດຫຼາຍດ້ານ

ໃນສົກຮຽນ 202-2023 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິການ ແຂວງສະຫວັນນະເຂດ ສາມາດຈັດຕັ້ງປະຕິບັດວຽກງານການສຶກສາ-ກິລາ ມີຜົນສຳເລັດຫຼາຍດ້ານ ຄື: ຕົວຊີ້ບອກຂອງການສຶກສາເດັກກ່ອນໄວຮຽນ; ຕົວຊີ້ບອກຂອງການສຶກສາຊັ້ນປະຖົມສຶກສາ; ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນປາຍ ເຫຼົ່ານີ້ເປັນຕົ້ນ. ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ທີມງານສື່ມວນຊົນຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກຊະວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການດັ່ງກ່າວ ວ່າ:...

Continue reading

ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ປຶກສາຫາລື ແລະ ວາງແຜນວຽກ ກຽມງານກິລາມະຫາວິທະຍາໄລລາວ ຄັ້ງທີ II

ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ຊຶ່ງເປັນໜຶ່ງໃນ 6 ອະນຸກຳມະການໃຫຍ່ ຂອງກອງເລຂາງານມະຫະກຳກິລາ ມະຫະວິທະຍາໄລລາວ ຄັ້ງທີ II (ກມລ 2) ໄດ້ເປີດກອງປະຊຸມຄັ້ງທຳອິດ ເພື່ອປຶກສາຫາລື ແລະ ວາງແຜນວຽກ ເພື່ອຮອງຮັບງານກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ຈະໄຂຂຶ້ນໃນລະຫວ່າງ ວັນທີ 5-14 ພຶດສະພານີ້. ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 2 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ ມະຫາວິທະຍາໄລແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ກມລ 2, ມີທ່ານ ສຸກສາຄອນ ສີປະເສີດ...

Continue reading

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ແລະ ນ້ຳດື່ມ ໃຫ້ ປກສ ນະຄອນຫຼວງ ສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ ແລະ ຕ້ອນຮັບປີໃໝ່ລາວ

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ຈຳນວນ 10 ລ້ານກີບ ແລະ ນ້ຳດື່ມ ເບ ສະຫວັນ ຈຳນວນ 150 ແພັກ ໃຫ້ກັບກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ແລະ ງານບຸນສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ລາວ ຄສ 2024 ໃຫ້ເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ພິທີມອບ-ຮັບເງິນ ແລະ ນ້ຳດື່ມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2024 ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ...

Continue reading