Skip to main content

Author: Chanthakhard Inthadalin

ເຊວຊີ ໄລ່ຕີສະເໝີ ແມນຊິຕີ ທ້າຍເກມແບບສຸດມ່ວນ 4-4 ແບ່ງກັນໄປທີມລະ 1 ຄະແນນ ເຕະບານພຣີເມຍລີກ ອັງກິ ນັດທີ 12

ການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2023-2024 ນັດທີ 12 ເມື່ອວັນທີ 12 ພະຈິກ 2023 ສະໂມສອນ ເຊວຊີ ເປີດສະໜາມສະແຕມຟອດບຣິດ ຕ້ອນຮັບການມາຢາມຂອງ ສະໂມສອນ ແມນເຊັດເຕີ ຊິຕີ ແຊ໋ມເກົ່າ ທັງເປັນທີມນຳຕາຕະລາງໃນປັດຈຸບັນ ໂດຍເກມນີ້ ທ່ານ ເມົາຣິຊິໂອ ໂປເຊັດຕິໂນ ຄູຝຶກເຊວຊີ ຈັດ 3 ປະສານແດນໜ້າ ນິໂຄລັດ ແຈັກສັນາ, ຣາຮິມ ສະເຕີລິງ ແລະ ໂຄ ພາວເມີ ສ່ວນ ທ່ານ ເປບ ກວາດິໂອລາ ຄູຝຶກແມນຊິເຕີ ໃຊ້ງານ ເອີລິງ ຮາແລນ, ຮູລຽນ ອັນວາເຣດ ແລະ ເຂເຣມີ ໂດກູ ຫວັງເກັບ 3 ຄະແນນກັບບ້ານໃຫ້ໄດ້. ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມຫຼິ້ນກັນໄດ້ແບບສຸດມ່ວນໂດຍຍິງກັນໄປເຖິງ 8 ປະຕູ ຊຶ່ງເປັນຝ່າຍທີມຢາມ ແມນຊິເຕີ ທີ່ໄດ້ປະຕູຂຶ້ນນຳກ່ອນ 1-0 ຕັ້ງແຕ່ນາທີ 25...

Continue reading

ເປີດສາກຂຶ້ນແລ້ວ ການແຂ່ງຂັນບານສົ່ງໃນຮົ່ມຍິງ-ຊາຍ ເບຍລາວ ແຊ໋ມປ້ຽນຊິບ 2023

ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນກິລາບານ ບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ Beerlao Volleyball Championship 2023 ແຕ່ວັນທີ 4 ພະຈິກ ເປັນຕົ້ນມາ ຮອດວັນທີ 10 ພະຈິກ 2023 ໄດ້ມີພິທີເປີດແຂ່ງຂັນ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນກິລາໃນຮົ່ມ ກະຊວງປ້ອງກັນປະເທດ ຫຼື ກອງທັບ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ ມູນຄ່າ 350 ລ້ານກີບ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ພ້ອມດ້ວຍບັນດາຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ສບສ,...

Continue reading

ມສ ອຸດົມວິໄລ ເປີດຂະບວນການແຂ່ງຂັນກິລາ-ສິລະປະ ປະຈຳສົກຮຽນ 2023-2024

ໂຮງຮຽນມັດທະຍົມສົມບູນ ຫຼື ມສ ອຸດົມວິໄລ ແຂວງສະຫວັນນະເຂດ ເປີດຂະບວນການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈຳສົກຮຽນ 2023-2024 ໃນວັນທີ 8 ພະຈິກ 2023 ທີ່ສະໜາມກິລາໂຮງຮຽນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນຊູ ໄຊຍະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ສົມເພີດ ເພັດອຸບົນ ວ່າການຜູ້ອຳນວຍການໂຮງຮຽນ ມສ ອຸດົມວິໄລ ພ້ອມດ້ວຍຄະນະອຳນວຍການໂຮງຮຽນອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະພັດທະນາການສຶກສາຂັ້ນບ້ານ, ແຂກຖືກເຊີນ ຕະຫຼອດຮອດນ້ອງໆນັກຮຽນຢ່າງພ້ອມພຽງ. ໃນພິທີ, ທ່ານ ບຸນແຮງ ເລັ່ງສະຫວັດ ຮອງຜູ້ອຳນວຍການໂຮງຮຽນ ມສ ອຸດົມວິໄລ ໄດ້ລາຍງານໃຫ້ຮູ້ວ່າ: ກິດຈະກຳແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີໃນຄັ້ງນີ້...

Continue reading

ຫຼວງນໍ້າທາ ຝຶກແອບກິລາເຕະບານໃຫ້ນ້ອງນັກຮຽນມັດທະຍົມຕອນຕົ້ນພາຍໃນແຂວງ

ແຂວງຫຼວງນ້ຳທາ ຈັດກິດຈະກຳຝຶກແອບກິລາເຕະບານໃຫ້ກັບນ້ອງໆນັກຮຽນຊັ້ນມັດທະຍົມສຶກສາຕອນຕົ້ນໃນທົ່ວແຂວງ ເນື່ອງໃນໂອກາດງານມະຫາກະຖິນພະຣາຊະທານເຈົ້າຊິວິດແຫ່ງຣາຊະອານາຈັກໄທ ໃນວັນທີ 10 ພະຈິກ 2023 ທີ່ເດີ່ນບານຫຍ້າທຽມ ໂຊກໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໂດຍມີ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຕົວແທນຂອງສະມາຄົມລາວ-ໄທ, ໄທ-ລາວ, ຄູຝຶກຈາກປະເທດໄທ, ຄູຝຶກຈາກແຂວງຫຼວງນ້ຳທາ ແລະ ນ້ອງໆນັກກິລາມາຈາກ ໂຮງຮຽນ ມສ ເທດສະບານແຂວງ ແລະ ມສ ສາມັກຄີ ເຂົ້າຮ່ວມຢ່າງພ້ອມພຽງ. ກິດຈະກຳດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນຈາກສະມາຄົມລາວ-ໄທ, ໄທ-ລາວ...

Continue reading

ຄໍາມ່ວນ-ນະຄອນພະນົມ ຈັດກິດຈະກຳຍ່າງ-ແລ່ນຂ້າມນ້ຳຂອງ ສົ່ງເສີມການທ່ອງທ່ຽວ

ແຂວງຄໍາມ່ວນ ສປປ ລາວ ຮ່ວມກັບ ແຂວງນະຄອນພະນົມ ແຫ່ງຣາຊະອານາຈັກໄທ ຈັດກິດຈະກຳຍ່າງ-ແລ່ນຂ້າມຂອງ ເພື່ອສົ່ງເສີມການທ່ອງທ່ຽວ ໃນວັນທີ 12 ພະຈິກ 2023 ທີ່ຂົວມິດຕະພາບແຫ່ງທີ 3 ແຂວງຄຳມ່ວນ-ແຂວງນະຄອນພະຍົມ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ວັນໄຊ ຈັນພອນ ເຈົ້າແຂວງນະຄອນພະນົມ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຄະນະການນຳແຂວງ, ອົງການຈັດຕັ້ງພາກລັດ, ມູນນິທິສີໂຄດຕະບອງ ຕະຫຼອດຮອດນັກກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝັ່ງຂອງເຂົ້າຮ່ວມທັງໝົດ 3.500 ຄົນ. ການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວສອງຝັ່ງແມ່ນໍ້າຂອງ ແຂວງຄຳມ່ວນ-ແຂວງນະຄອນພະນົມ ໃຫ້ເຊື່ອມໂຍງກັນເປັນການສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການໂຄສະນາປະຊາສຳພັນ,...

Continue reading

ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ແນະນໍາທາງເລືອກໃໝ່ໃຫ້ນັກສຶກສາລາວ

ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ຢ້ຽມຢາມ ແລະ ແນະນໍາຫຼັກສູດການຮຽນການສອນ ທີ່ໂຮງຮຽນສອງພາສາ ຫງວຽນຢູ, ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ເພື່ອສ້າງສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມທັງເປັນທາງເລືອກໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ມີການຕັດສິນໃຈທີ່ສໍາຄັນໃນບາດກ້າວຊີວິດຂອງຕົນເອງ ແລະ ເລືອກສາຍຮຽນທີ່ເໝາະກັບຕົນ. ການແນະນຳດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 2-3 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ຮສ.ປອ ຫງວຽນ ແທ້ງ ຫຽວ ຮອງຜູ້ອໍານວຍການ...

Continue reading

ສວສ ອົບຮົມຄູຝຶກ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ 5 ວິຊາ ຊັ້ນປະຖົມ ປີທີ 5

ສູນພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ, ກະຊວງສຶກສາທິການ ແລະ ກິລາ   ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ວິຊາສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະດົນຕີ ແລະ ວິຊາສິລະປະກໍາ ແລະ ຫັດຖະກໍາ ສໍາລັບຊັ້ນປະຖົມສຶກສາ ປີທີ 5 ໃນລະຫວ່າງວັນທີ  7-10 ພະຈິກ 2023 ທີ່ເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການ ສວສ, ທ່ານ ນາງ ຮສ ວົງເດືອນ ໂອໄສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເງິນ ໄວຍາກອນ ຜູ້ອໍານວຍການສູນພັດທະນາຫຼັກສູດ ສວສ, ມີພະນັກງານວິຊາການ ສວສ, ກົມສາມັນສຶກສາ,...

Continue reading

ເອັນແອນເອັນ ເອັບຊີ ມອບເຄື່ອງ ແລະ ອຸປະກອນກິລາ ໃຫ້ຫ້ອງການເມືອງກອງພັນ 988 ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ສະໂມສອນ ເອັນແອນເອັນ ເອັບຊີ ຫຼື N&N Fc ໃຫ້ການສະໜັບສະໜູນມອບເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ ລວມມູນຄ່າ 8.500.000 ກີບ ໃຫ້ແກ່ຫ້ອງການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເຂົ້າໃນຂະບວນການເຄື່ອນໄຫວວຽກງານກິລາ ອ້ອມຂ້າງກອງທັບ ເນື່ອງໃນໂອກາດກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນ ລາວ ຄົບຮອບ 75 ປີ ໃນປີ 2024. ພິທີມອບ-ຮັບເຄື່ອງດັ່ງກ່າວ ຈັດຂຶ້ນ ໃນວັນທີ 7 ພະຈິກ 2023 ທີ່ຫ້ອງການ ການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ບ້ານໂພນເຄັງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນກຽດກ່າວມອບໂດຍທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນກິລາບານເຕະຄົນພິການທາງສາຍຕາແຫ່ງຊາດລາວ ທັງເປັນປະທານສະໂມສອນ ເອັນແອນເອັນ...

Continue reading