Skip to main content

ສວສ ອົບຮົມຄູຝຶກ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ 5 ວິຊາ ຊັ້ນປະຖົມ ປີທີ 5

08/11/2023

ສູນພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ, ກະຊວງສຶກສາທິການ ແລະ ກິລາ   ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ວິຊາສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະດົນຕີ ແລະ ວິຊາສິລະປະກໍາ ແລະ ຫັດຖະກໍາ ສໍາລັບຊັ້ນປະຖົມສຶກສາ ປີທີ 5 ໃນລະຫວ່າງວັນທີ  7-10 ພະຈິກ 2023 ທີ່ເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການ ສວສ, ທ່ານ ນາງ ຮສ ວົງເດືອນ ໂອໄສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເງິນ ໄວຍາກອນ ຜູ້ອໍານວຍການສູນພັດທະນາຫຼັກສູດ ສວສ, ມີພະນັກງານວິຊາການ ສວສ, ກົມສາມັນສຶກສາ, ຂະແໜງສາມັນສຶກສາ ແລະ ຂະແໜງພັດທະນາຄູ ພະແນກສຶກສາທິການ ແລະ ກິລາແຕ່ລະແຂວງໃນຂອບເຂດທົ່ວປະເທດ ພ້ອມດ້ວຍຄູສອນຈາກວິທະຍາໄລຄູ 8 ແຫ່ງ ລວມ 73 ທ່ານເຂົ້າຮ່ວມ.

ທ່ານ ຜູ້ອໍານວຍການ ສວສ ໄດ້ຮຽກຮ້ອງໃຫ້ຄູຝຶກທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ເອົາໃຈໃສ່ຕໍ່ການຝຶກອົບຮົມ ເພື່ອຮັບເອົາຄວາມຮູ້ໃຫ້ໄດ້ຫຼາຍທີ່ສຸດຈາກທີມງານຜູ້ຂຽນ-ຮຽບຮຽງຫຼັກສູດ, ຖ້າມີບັນຫາໃດບໍ່ເຂົ້າໃຈຢ່າງເລິກເຊິ່ງ ກໍໃຫ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຄວາມຊັດເຈນ,  ກະຈ່າງແຈ້ງ ແລະ ເປັນເອກະພາບກັນທາງດ້ານຮູບການ ແລະ ເນື້ອໃນ ແລ້ວນໍາເອົາໄປຖ່າຍທອດໃຫ້ຄູສອນໃນແຂວງຂອງຕົນເອງ ແນໃສ່ໃຫ້ການຮຽນການສອນເປັນໄປໄດ້ຢ່າງຄ່ອງແຄ້ວ ແລະ ມີປະສິດທິພາບສູງ ໄປຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສຶກສາວິທີການສອນທີ່ມີຢູ່ໃນປຶ້ມແບບຮຽນ ແລະ ຄູ່ມືຄູໃຫ້ສອດຄອງກັບສະພາບຄວາມເປັນຈິງ, ວິເຄາະເນື້ອໃນ, ການວັດ ແລະ ປະເມີນຜົນໃນຫ້ອງຮຽນ ພ້ອມທັງແຕ່ງບົດສອນ ແລະ ສອນສາທິດກິດຈະກໍາຕົວຈິງ.

ໂຄງການປັບປຸງຫຼັກສູດ ແລະ ການຮຽນການສອນສໍາລັບຊັ້ນປະຖົມສຶກສາ ໄດ້ເລີ່ມມາແຕ່ປີ 2016 ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ແຜນງານບີຄວາ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ເພື່ອໃຫ້ ສວສ ພັດທະນາຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ພ້ອມທັງຝຶກອົບຮົມໃຫ້ຄູຝຶກຫຼັກແຫຼ່ງ, ຄູຝຶກປະຈໍາແຂວງ ແລະ ຄູປະຈໍາການ ເພື່ອນໍາໃຊ້ເຂົ້າໃນການຮຽນການສອນ. ຂະນະທີ່ ລັດຖະບານຍີ່ປຸ່ນ (ໄຈກາ) ກໍໃຫ້ການສະໜັບສະໜູນໃນການພັດທະນາຫຼັກສູດວິຊາຄະນິດສາດ  ແລະ ຝືກອົບຮົມຄູນໍາໃຊ້ປື້ມສໍາລັບຊັ້ນປະຖົມສຶກສາ ກໍໄດ້ສໍາເລັດໄປແລ້ວ.

ທັງນີ້, ເພື່ອເຮັດໃຫ້ການຮຽນການສອນໃນໂຮງຮຽນໄດ້ຮັບການຈັດຕັ້ງປະຕິບັດ ແລະ ດໍາເນີນໄປຄົບທຸກວິຊາ ທີ່ກໍານົດໄວ້ໃນຫຼັກສູດແຫ່ງຊາດ, ທາງ ສວສ ກໍຄືກະຊວງສຶກສາທິການ ແລະ ກິລາ ຈຶ່ງເຫັນໄດ້ຄວາມສໍາຄັນຈໍາເປັນທີ່ສຸດ ຕ້ອງໄດ້ສືບຕໍ່ຝຶກອົບຮົມໃນການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູໃນ 5 ວິຊາທີ່ຍັງເຫຼືອ ເຊັ່ນ: ວິຊາສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະດົນຕີ ແລະ ວິຊາສິລະປະກໍາ ແລະ ຫັດຖະກໍາ ສໍາລັບຊັ້ນປະຖົມສຶກສາ ປີທີ 5  ເພື່ອ​ເຮັດ​ໃຫ້​ຄູ​ຝຶກ​ມີ​ຄວາມ​ຮູ້​ ຄວາມ​ເຂົ້າໃຈ ແລະ ທັກ​ສະ​ໃນ​ການ​ນຳ​ໃຊ້​ປຶ້ມ​ແບບ​ຮຽນ ​ແລະ ຄູ່ມືຄູໃນ 5 ວິ​ຊາດັ່ງ​ກ່າວ  ພ້ອມທັງສາ​ມາດນໍາໄປ​​ເຜີຍ​ແຜ່​ໃຫ້​ແກ່​ຜູ້​ອຳ​ນວຍ​ການ ແລະ ຄູ​ສອນໃນແຂວງຂອງຕົນເອງ​ ສາມາດຈັດ​ຕັ້ງ​ການ​ຮຽນ​ການ​ສອນ​ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ດີ​ຂຶ້ນ.

ໂດຍ ສັກດາວົງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ