ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ແນະນໍາທາງເລືອກໃໝ່ໃຫ້ນັກສຶກສາລາວ

ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ຢ້ຽມຢາມ ແລະ ແນະນໍາຫຼັກສູດການຮຽນການສອນ ທີ່ໂຮງຮຽນສອງພາສາ ຫງວຽນຢູ, ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ເພື່ອສ້າງສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມທັງເປັນທາງເລືອກໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ມີການຕັດສິນໃຈທີ່ສໍາຄັນໃນບາດກ້າວຊີວິດຂອງຕົນເອງ ແລະ ເລືອກສາຍຮຽນທີ່ເໝາະກັບຕົນ.
ການແນະນຳດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 2-3 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ຮສ.ປອ ຫງວຽນ ແທ້ງ ຫຽວ ຮອງຜູ້ອໍານວຍການ ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ຄະນະຮັບຜິດຊອບທັງ 2 ຝ່າຍ, ພະນັກງານ, ຄູອາຈານ, ນັກຮຽນ ແລະ ນັກສຶກສາຈາກໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ໃນການຢ້ຽມຢາມ ແລະ ແນະນໍາຫຼັກສູດການຮຽນການສອນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນໍາກ່ຽວກັບວຽກງານກໍ່ສ້າງນັກສຶກສາສາກົນທີ່ຮຽນຢູ່ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ; ແນະນໍາກ່ຽວກັບບັນດາຫຼັກສູດກໍ່ສ້າງລະດັບປະລິນຍາຕີ; ແນະນໍາກ່ຽວກັບບັນດາຫຼັກສູດກໍ່ສ້າງຄວາມກ້າວໜ້າຄຸນນະພາບສູງ ແລະ PONE; ແນະນໍາກ່ຽວກັບບັນດາຫຼັກສູດກໍ່ສ້າງເຊື່ອມຕໍ່ສາກົນ; ປະກອບຄໍາຄິດເຫັນ ແລະ ແນະນໍາລວມໂດຍຫຍໍ້ກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ແບ່ງປັນປະສົບການຂອງອະດີດນັກສຶກສາລາວທີ່ສຶກສາຮໍ່າຮຽນ ແລະ ດໍາລົງຊີວິດທີ່ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ; ແນະນໍາບັນດາຫຼັກສູດກໍ່ສ້າງຫຼັງມະຫາວິທະຍາໄລ ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ. ທັງນີ້, ກໍເພື່ອສ້າງສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມທັງເປັນທາງເລືອກໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ມີການຕັດສິນໃຈທີ່ສໍາຄັນໃນບາດກ້າວຊີວິດຂອງຕົນເອງ ແລະ ເລືອກເຟັ້ນສິ່ງທີ່ດີທີ່ສຸດໃນອະນາຄົດ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ