ສສກ ເປີດກວ້າງຮ່າງຍຸດທະສາດ ແຜນດຳເນີນງານແຫ່ງຊາດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2025-2040
ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບ ການຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ປີ 2025-2040 ເມື່ອວັນທີ 27 ຕຸລາ 2023 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂຊຢຸນ ຄິມ ຫົວໜ້າອົງການ UNESCO ປະຈຳພາກພື້ນ, ມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຂະແໜງການຈາກກະຊວງທີ່ກ່ຽວຂ້ອງ ແລະ ບັນດາກົມ, ຫ້ອງການ ແລະ ມະຫາວິທະຍາໄລ ແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ...








