Skip to main content

ສສກ ພັດທະນາຂີດຄວາມສາມາດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນ ວລ ຄູເປົ້າໝາຍ

27/10/2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດໃຫ້ແກ່ທີມງານວິຊາການ 3 ວິທະຍາໄລ (ວລ) ຄູເປົ້າໝາຍ ທາງດ້ານທັກສະໃນການໃຫ້ຄໍາປຶກສາ ຂຶ້ນພ້ອມກັນ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ.

ການຝຶກອົບຮົມແມ່ນສ່ວນໜຶ່ງຂອງກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບທີມງານວິຊາການໃນ 3 ວິທະຍາໄລຄູເປົ້າໝາຍ ທີ່ຈັດໂດຍກົມການສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ.

ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໄດ້ສ້າງຕັ້ງຂຶ້ນ ໂດຍການສະໜັບສະໜູນຜ່ານແຜນງານບີຄວາ ເພື່ອຮັບປະກັນການສະໜັບສະໜູນວຽກງານ CPD ຢູ່ໃນໂຮງຮຽນ ແລະ ແທດເໝາະກັບຄວາມຕ້ອງການຂອງຄູໃນ 7 ແຂວງເປົ້າໝາຍ (ຫຼວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ). ລະບົບ CPD ໃນຂັ້ນໂຮງຮຽນນີ້, ວິທະຍາໄລຄູຈະເຮັດວຽກຢ່າງໃກ້ຊິດກັບພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອສະໜັບສະໜູນຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຄູສອນໃນໂຮງຮຽນ. ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ 1.000 ກວ່າຄົນໃນ 30 ເມືອງເປົ້າໝາຍ ໄດ້ເຂົ້າຮ່ວມການຝຶກອົບຮົມຈໍານວນໜຶ່ງ ເພື່ອກະກຽມໃຫ້ເຂົາເຈົ້າມີຄວາມພ້ອມຕໍ່ພາລະບົດບາດໃນການຊ່ວຍເຫຼືອຄູ.

ຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ເລີ່ມໃຫ້ການສະໜັບສະໜູນຄູໃນຕອນເລີ່ມຕົ້ນຂອງສົກຮຽນໃໝ່ ໂດຍມີເປົ້າໝາຍໃນການປັບປຸງຄຸນນະພາບການສອນໃນໂຮງຮຽນຊັ້ນປະຖົມ. ພາລະບົດບາດຂອງ 3 ວິທະຍາໄລຄູເປົ້າໝາຍ (ສະຫວັນນະເຂດ, ຄັງໄຂ ແລະ ຫຼວງນ້ຳທາ) ແມ່ນການພັດທະນາຄວາມສາມາດດ້ານວິຊາການຂອງທີມຜູ້ເຮັດວຽກສຶກສານິເທດພາຍໃນ. ວິທະຍາໄລຄູຈະກາຍເປັນສູນກາງທີ່ດີທີ່ສຸດສໍາລັບການພັດທະນາວິຊາຊີບຄູ ສໍາລັບນັກສຶກສາຄູ (ຜູ້ທີ່ຈະເປັນຄູໃນອະນາຄົດທີ່ກຳລັງໄດ້ຮັບການຝຶກອົບຮົມ) ແລະ ຄູສອນໃນໂຮງຮຽນ (ຄູໃນປັດຈຸບັນ). ເປົ້າໝາຍສູງສຸດແມ່ນເພື່ອໃຫ້ຄູສາມາດມີສ່ວນຮ່ວມກັບນັກຮຽນຂອງເຂົາເຈົ້າໃນການຮຽນຮູ້ ເພື່ອໃຫ້ບັນລຸຜົນການຮຽນທີ່ດີຂຶ້ນ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ “ວິທະຍາໄລຄູ ຈະນໍາພາການເສີມສ້າງຂີດຄວາມສາມາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອຄູຊັ້ນປະຖົມສຶກສາໃຫ້ມີຄຸນນະພາບສູງ. ລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນການຈັດຝຶກອົບຮົມທີ່ຕ້ອງການໂດຍທີມງານວິຊາການຈາກວິທະຍາໄລຄູ ເພື່ອປະຕິບັດພາລະບົດບາດທີ່ສໍາຄັນນີ້”.

ການຝຶກອົບຮົມໃນປະຈຸບັນ ໄດ້ຖືກອອກແບບເພື່ອໃຫ້ທີມງານດ້ານວິຊາການຂອງວິທະຍາໄລຄູເປົ້າໝາຍ ເອົາໃຈໃສ່ຝຶກຝົນບົດບາດຂອງເຂົາເຈົ້າທີ່ເປັນຜູ້ຊີ້ນຳຜູ້ເຮັດວຽກສຶກສານິເທດພາຍໃນ. ເຊິ່ງໄດ້ກະກຽມຄວາມພ້ອມໃຫ້ເຂົາເຈົ້າໃນການຊ່ວຍເຫຼືອແບບເຊິງໜ້າ ແລະ ການຊ່ວຍເຫຼືອແບບທາງໄກແກ່ຜູ້ເຮັດວຽກສຶກສານິເທດພາຍໃນ. ການຝຶກອົບຮົມແມ່ນຝຶກໃຫ້ໂດຍທີມຜູ້ຊ່ຽວຊານວຽກງານຝຶກອົບຮົມຄູຂອງແຜນງານບີຄວາ.

ທ່ານ ອາຈານ ບົວສອນ ແສງມະນີ ທີມງານວິຊາການຂອງວິທະຍາໄລຄູຫຼວງນ້ຳທາ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ມີຄວາມສຳຄັນ ແລະ ເປັນປະໂຫຍດຫຼາຍສຳລັບທີມງານວິຊາການຂອງວິທະຍາໄລຄູ. ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ພວກເຮົາໄດ້ຮັບຄັ້ງນີ້, ແມ່ນເປັນປະໂຫຍດສໍາລັບພະນັກງານ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກວິຊາການແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ຈະໃຫ້ການຊ່ວຍເຫຼືອຄູເພື່ອປັບປຸງການສອນບົດຮຽນຂອງພວກເຂົາ ໂດຍນຳໃຊ້ຫຼັກສູດສະບັບປັບປຸງໃໝ່”. ນອກຈາກນັ້ນ, ທ່ານ ບົວສອນ ຍັງໄດ້ກ່າວຕື່ມອີກວ່າ: ການຝຶກອົບຮົມຍັງເປັນປະໂຫຍດສໍາລັບທີມງານວິຊາການສໍາລັບການເຮັດວຽກປະຈໍາວັນຂອງພວກເຂົາທີ່ວິທະຍາໄລຄູ ແລະ ການພັດທະນາວິຊາຊີບຂອງຕົນເອງ. ທ່ານ ໄດ້ເນັ້ນ​ໜັກອີກ​ວ່າ: ​ບົດຮຽນທີ່​ໄດ້​ຮັບ​ຈາກ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສາມາດສະທ້ອນຄືນ​ວຽກ​ງານ​ຂອງ​ຕົນ​ເອງ​ໃນ​ການ​ປັບປຸງ​ໃນ​ອະນາ​ຄົດ​ໃນ​ນາມທີ່​ເປັນ​ຄູ​ຂອງ​ນັກສຶກສາຄູ ​ແລະ ​ໃຫ້ການ​ຝຶກ​ອົບຮົມແກ່​ຄູ​ສອນໃນໂຮງຮຽນ.

ການຝຶກອົບຮົມແຕ່ລະຄັ້ງມີຜູ້ເຂົ້າຮ່ວມຢ່າງຫນ້ອຍ 50 ຄົນ, ປະກອບມີ ທີມງານວິຊາການຈາກວິທະຍາໄລຄູ, ຜູ້ສັງເກດການຈາກກົມສ້າງຄູ, ທີມງານຕິດຕາມ ແລະ ປະເມີນຜົນ, ທີມງານປະສານງານຈາກວິທະຍາໄລຄູ ແລະ ພະແນກສຶກສາທິການ ແລະ ກິລາແຂວງ. ໃນໄລຍະ 4 ມື້ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຄົ້ນຫາວິທີການທີ່ພາລະບົດບາດຂອງເຂົາເຈົ້າສາມາດສະໜັບສະໜູນນັກຮຽນໃນຂັ້ນທ້ອງຖິ່ນພາຍໃຕ້ຮູບແບບ CPD ໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ສປປ ລາວ. ພວກເຂົາເຈົ້າໄດ້ທຳຄວາມເຂົ້າໃຈກ່ຽວກັບທັກສະທີ່ຈໍາເປັນສໍາລັບການໃຫ້ຄໍາປຶກສາທີ່ມີປະສິດທິພາບຂອງຜູ້ເຮັດວຽກສຶກສານິເທດພາຍໃນ. ໃນກອງປະຊຸມມີຫຼາກຫຼາຍກິດຈະກຳ ເຊັ່ນ: ການສະແດງບົດບາດສົມມຸດ, ການຈໍາລອງ ແລະ ການນໍາສະເໜີແບບໂຕ້ຕອບ. ພວກເຂົາເຈົ້າໄດ້ປະຕິບັດທັກສະການໃຫ້ຄໍາແນະນໍາທີ່ພວກເຂົາໄດ້ຮັບໃນລະຫວ່າງການຝຶກອົບຮົມ ແລະ ວິທີທີ່ພວກເຂົາຈະນໍາໃຊ້ໃນການເຮັດວຽກກັບທີມງານຜູ້ເຮັດວຽກສຶກສານິເທດພາຍໃນ. ໃນຕອນທ້າຍຂອງແຕ່ລະມື້, ຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງຕົນເອງ ແລະ ຄວາມກ່ຽວຂ້ອງຂອງບົດຮຽນ ເພື່ອໃຫ້ການສະໜັບສະໜູນເພື່ອນຮ່ວມງານຂອງຕົນ.

ທ່ານ ອາຈານ ແສງແກ້ວ ພູນລາພາ ແລະ ທ່ານ ອາຈານ ສາຍຄຳ ປະດີຈິດ ຈາກທີມວິຊາການ ວິທະຍາໄລຄູຫຼວງນ້ຳທາ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ ຊ່ວຍໃຫ້ພວກເຮົາເຂົ້າໃຈໄດ້ດີຂຶ້ນວ່າ CPD ແມ່ນຫຍັງ ໂດຍສະເພາະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃນລະບົບ CPD ໃໝ່. ໃນປັດຈຸບັນພວກເຮົາມີຄວາມເຂົ້າໃຈດີຂຶ້ນກ່ຽວກັບບັນດາເຕັກນິກ ເຊັ່ນ: ການປຶກສາຫາລື ແລະ ຮອບວຽກການຮຽນຮູ້. ການຝຶກອົບຮົມຍັງສຸມໃສ່ວິທີການສະໜັບສະໜູນຜູ້ເຮັດວຽກສຶກສານິເທດພາຍໃນ ບໍ່ວ່າຈະເປັນການຊ່ວຍເຫຼືອແບບເຊິ່ງໜ້າ ຫຼື ແບບທາງໄກ ເພາະໄດ້ມີການຝຶກການປະຕິບັດຫຼາຍຢ່າງຢູ່ໃນການຝຶກອົບຮົມ. ຕອນນີ້ພວກເຮົາຮູ້ສຶກໝັ້ນໃຈຫຼາຍຂຶ້ນທີ່ຈະສະໜັບສະໜູນຜູ້ເຮັດວຽກສຶກສານິເທດພາຍໃນ. ໃນປັດຈຸບັນ ພວກເຮົາມີຄວາມພ້ອມທີ່ດີກວ່າເກົ່າ ເພື່ອປະເມີນສະຖານະການທີ່ແຕກຕ່າງກັນ ແລະ ແກ້ໄຂບັນຫາທີ່ອາດຈະເກີດຂື້ນໃນອະນາຄົດ ພ້ອມທັງກຽມພ້ອມສໍາລັບການແກ້ໄຂບັນຫາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ”.

ທີມງານວິຊາການຂອງວິທະຍາໄລຄູ ຈະເດີນທາງໄວໆນີ້ ເພື່ອລົງຕິດຕາມ ແລະ ຊ່ວຍເຫຼືອຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ພວກເຂົາຮັບຜິດຊອບຢູ່ໃນໂຮງຮຽນໃນເຂດບໍລິການຂອງພວກເຂົາ. ພາຍຫຼັງການລົງຕິດຕາມຄັ້ງທໍາອິດນີ້, ພວກເຂົາຈະກັບໄປອີກຄັ້ງ ເພື່ອສະທ້ອນຄືນການລົງຕິດຕາມ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ. ພວກເຂົາຈະສືບຕໍ່ປະຕິບັດການພັດທະນາວິຊາຊີບຂອງຕົນເອງ ເພື່ອເຮັດໃຫ້ເປັນທີມທີ່ມີຄວາມເຂັ້ມແຂງໃນການສະໜັບສະໜູນຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຊ່ວຍປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງນັກຮຽນ.

ທ່ານ ເກດ ພັນລັກ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ຄູມີບົດບາດສໍາຄັນໃນການຮຽນຮູ້ຂອງນັກຮຽນໃຫ້ປະສົບຜົນສໍາເລັດ. ເປົ້າໝາຍຂອງລະບົບ CPD ໃໝ່ທີ່ເນັ້ນໃສ່ຂັ້ນໂຮງຮຽນ ແມ່ນເພື່ອເຮັດໃຫ້ຄູສອນຢູ່ໃນເຂດບໍລິການຂອງວິທະຍາໄລຄູໄດ້ຮັບການສະໜັບສະໜູນ ແລະ ໝັ້ນໃຈກັບການສອນຫຼັກສູດໃໝ່. ຂ້າພະເຈົ້າຢາກໃຫ້ພວກເຂົາຮູ້ສຶກມີແຮງຈູງໃຈທີ່ຈະສືບຕໍ່ປັບປຸງທັກສະການສິດສອນຂອງເຂົາເຈົ້າ ເພື່ອໃຫ້ນັກຮຽນຂອງພວກເຂົາໄດ້ຮຽນຮູ້ດີຂຶ້ນ”.

 

ໂດຍ ແຜນງານບີຄວາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ