ຄະນະຜູ້ແທນລາວ ຮ່ວມປະຊຸມສາກົນ ຄັ້ງທີ 8 ການສຶກສາພົນລະເມືອງໂລກ

ຄະນະຜູ້ແທນລາວ ຊຶ່ງນໍາພາໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 8 ກ່ຽວກັບການສຶກສາພົນລະເມືອງໂລກ ຫຼື Global Citizenship Education (GCED) ໃນຫົວຂໍ້ ເປີດການສຶກສາພົນລະເມືອງໂລກ: ການຫັນປ່ຽນການຮຽນຮູ້ເພື່ອສ້າງຄວາມເຂັ້ມແຂງທີ່ສໍາຄັນ (Unpacking GCED: Transformative Learning for Critical Empowerment) ຈັດຂຶ້ນໃນລະຫວ່າງວັນທີ 18-19 ຕຸລາ 2023 ທີ່ Seoul ສ.ເກົາຫຼີ ແລະ ກອງປະຊຸມວິຊາການຄູ່ຮ່ວມງານການພັດທະນາ ແລະ ແຊກຊ້ອນການສຶກສາພົນລະເມືອງໂລກເຂົ້າໃນຫຼັກສູດ ໃນວັນທີ 20-21 ຕຸລາ 2003 ໂດຍມີຜູ້ຕິດຕາມ ແລະ ເຂົ້າຮ່ວມຈາກກົມຮ່ວມມືກັບຕ່າງປະເທດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຜູ້ກຳນົດນະໂຍບາຍການສຶກສາ, ຜູ້ຊ່ຽວຊານ ແລະ ຜູ້ປະຕິບັດ GCED, ນັກການສຶກສາ, ຄູສອນ ແລະ ຊາວໜຸ່ມ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ໜ່ວຍງານ ແລະ ສະຖາບັນທີ່ມີຄວາມຊ່ຽວຊານດ້ານ GCED ແລະ ບັນດາຜູ້ຕາງໜ້າພາກເອກະຊົນທັງໝົດຫຼາຍກວ່າ 200 ທ່ານ.
ການຈັດກອງປະຊຸມດັ່ງກ່າວນີ້, ແມ່ນເພື່ອສົນທະນາບັນດາສິ່ງທ້າທາຍ, ໂອກາດໃນການຜັນຂະຫຍາຍນິຍາມການສຶກສາພົນລະເມືອງໂລກໃຫ້ເປັນຮູບປະທໍາໃນການປະຕິບັດຕົວຈິງ, ພ້ອມທັງແນະນໍາວິທີການສອນແບບໃໝ່ ແລະ ການປະຕິບັດທີ່ດີ ກ່ຽວກັບ GCED ແລະ ການຖອດຖອນບົດຮຽນ, ແລະ ເພື່ອຮັດແໜ້ນການຮ່ວມມືກັບຄູ່ຮ່ວມໂຄງການປະເທດຕ່າງໆ ໂດຍນໍາສະເໜີຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ.
ໃນກອງປະຊຸມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ນໍາ ສະເໜີວິໄສທັດຂອງການພັດທະນາການສຶກສາຂອງ ສປປ ລາວ ຮອດປີ 2030, ແຜນ 5 ປີຂອງຂະແໜງການສຶກສາ ແລະ ກິລາ, ການພົວພັນລະຫວ່າງ GCED ຊຶ່ງໃນບົດສະເໜີ, ທ່ານໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ຮັບຮອງເອົາແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໄລຍະ 2021-2025 ແນໃສ່ສ້າງ ໂອກາດໃຫ້ເດັກນ້ອຍ ແລະ ຊາວໜຸ່ມທຸກຄົນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ການຮຽນຮູ້ຕະຫຼອດຊີ ວິດຢ່າງສະເໝີພາບ, ຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຮູ້, ທັກສະ ແລະ ຄວາມສາມາດ ເພື່ອປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາເສດຖະກິດ-ສັງຄົມ ແລະ ສະໜັບສະໜູນ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2025.
ການປະຕິຮູບການສຶກສາແຫ່ງຊາດ ນັບແຕ່ປີ 2005 ໄດ້ປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນສໍາເລັດອັນສໍາຄັນ ໂດຍສະເພາະເປົ້າໝາຍການສຶກສາສໍາລັບມາດຕະຖານຕົວຊີ້ບອກຊັບພະຍາກອນມະນຸດ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ, ແຕ່ຄວາມແຕກໂຕນກັນຍັງຄົງເປັນສິ່ງທ້າທາຍສໍາລັບການພັດທະນາປະເທດຊາດ. ສະນັ້ນ, ລັດຖະບານ ຈຶ່ງເນັ້ນການຫຼຸດຜ່ອນຊ່ອງຫວ່າງດັ່ງກ່າວ ໂດຍໃຫ້ຄວາມບູລິມະສິດແກ່ກຸ່ມຄົນດ້ອຍໂອກາດ ເຊັ່ນ: ຄົນທຸກຍາກ, ເພດຍິງ, ຊົນເຜົ່າທີ່ດຳລົງຊີວິດຢູ່ຊົນນະບົດ ແລະ ຫ່າງໄກສອກຫຼີກ ພ້ອມທັງວາງນະໂຍບາຍການພັດທະນາ.
ວິໄສທັດການສຶກສາຂອງລາວ ແມ່ນການພັດທະນາລະບົບການສຶກສາແບບລວມ ທີ່ອີງຕາມວັດທະນະທໍາ ແລະ ຄ່ານິຍົມຂອງລາວ. ພ້ອມດຽວກັນນັ້ນ, ກໍຕອບສະໜອງຕໍ່ສິ່ງທ້າທາຍ ແລະ ໂອກາດຂອງສະຕະວັດທີ 21.
ວິໄສທັດຂອງການສຶກສາໃນປີ 2030, ແຜນ 5 ປີຂອງຂະແໜງການສຶກສາ ແລະ ກິລາ ແລະ GCED ມີຄວາມສອດຄ່ອງກັນ. ທັງສອງຕັ້ງເປົ້າໝາຍພັດທະນາບຸກຄົນໃຫ້ມີຄວາມຮູ້, ມີຄວາມຊຳນານ ແລະ ມີຄວາມຮັບຜິດຊອບ, ສາມາດປະກອບສ່ວນໃຫ້ໂລກມີຄວາມຍຸຕິທຳ, ຍືນຍົງ ແລະ ສັນຕິພາບ. ນອກຈາກນັ້ນ, ຍັງມີຈຸດປະສົງເພື່ອ ສ້າງຜູ້ຮຽນໃຫ້ມີຄວາມຄິດວິເຄາະ ແລະ ທັກສະໃນການແກ້ໄຂບັນຫາ, ຕະຫຼອດເຖິງການມີສ່ວນຮ່ວມໃນຊຸມຊົນຂອງ ພວກເຂົາ. ທັກສະເຫຼົ່ານີ້ ເປັນສິ່ງຈໍາເປັນສໍາລັບຄວາມສໍາເລັດໃນສະຕະວັດທີ 21 ແລະ ສາມາດຊ່ວຍໃຫ້ນັກຮຽນລາວ ສາມາດກ້າວເຖິງຄວາມສາມາດທີ່ສູງສຸດຂອງເຂົາເຈົ້າ.
ຍ້ອນຄວາມສໍາຄັນດັ່ງກ່າວ, ໃນຫຼັກສູດການຮຽນການສອນກອບ GCED ໄດ້ຖືກສ້າງຂຶ້ນໃນສະພາບການຂອງລາວ ຊຶ່ງປະກອບດ້ວຍວິໄສທັດຂອງ GCED ຂອງ ສປປ ລາວ, ມີຈຸດປະສົງ ແລະ ເປົ້າໝາຍທີ່ຊັດເຈນທີ່ຈະຕ້ອງບັນລຸ. ກອບນີ້ ຍັງສະແດງໃຫ້ເຫັນລັກສະນະຂອງຊາດ ແລະ ສາກົນ, ມີເຄື່ອງມືວັດ ແລະ ປະເມີນຜົນສຳເລັດຂອງ GCED ແລະ ເປັນເຄື່ອງມືທີ່ສຳຄັນທີ່ສຸດສຳລັບການວາງແຜນ ແລະ ການຈັດຕັ້ງປະຕິບັດ GCED ໃນຫຼັກສູດ.
ວິຊາສຶກສາພົນລະເມືອງຂອງ ສປປ ລາວ ເປັນວິຊາໜຶ່ງໃນຫຼັກສູດການຮຽນການສອນ ໃນຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ຊຶ່ງປະສົມປະສານກອບ GCED ເຂົ້າໃນວິຊາດັ່ງກ່າວ. ຈຸດປະສົງຂອງວິຊານີ້ ແມ່ນເພື່ອໃຫ້ນັກຮຽນມີຄວາມຮູ້ກ່ຽວກັບໂຄງສ້າງໂລກ, ລັກສະນະ, ວັດທະນະທໍາ, ຮີດຄອງປະເພນີ, ການຢູ່ຮ່ວມກັນໃນຊຸມຊົນ, ສັງຄົມ ໂດຍສະເພາະແມ່ນການປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ປະຊາຄົມລະຫວ່າງຊາດ. ການຮຽນຮູ້ ແລະ ຈຸດປະສົງຂອງວິຊານີ້ ສອດຄ່ອງກັບ GCED ໃນດ້ານຄວາມຮູ້, ສັງຄົມ-ອາລົມ, ພຶດຕິກໍາ ແລະ ການນໍາໃຊ້ການຮຽນການສອນແບບຫັນປ່ຽນ.
ຂ່າວທີ່ກ່ຽວຂ້ອງ