“ຊິນເນີ” ກາຍເປັນນັກເທັນນິດອີຕາລີຄົນທຳອິດ ຄວ້າແຊ໋ມ ໄຊນາ ໂອເພັນ 2023
ການແຂ່ງຂັນເທັນນິດ ATP 500 ລາຍການ ໄຊນາ ໂອເພັນ 2023 ກັບມາແຂ່ງຂັນອີກຄັ້ງໃນຮອບ 4 ປີ ຫຼັງສິ້ນສຸດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສູນກິລາເທັນນິດແຫ່ງຊາດ (National Tennis Center) ໃນນະຄອນຫຼວງປັກກິ່ງ ສາທາລະນະລັດ ປະຊາຊົນຈີນ ໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລານີ້.
ໂດຍປະເພດຊາຍດ່ຽວຮອບຊີງຊະນະເລີດ ເປັນຄູ່ຊີງໜ້າໃໝ່ ຢານນິກ ຊິນເນີ ມື 6 ຂອງລາຍການຈາກອີຕາລີ ພົບກັບ ດານິວ ເມດເວເດບ ມື 2 ຂອງລາຍການຈາກຣັດເຊຍ. ຜ່ານການແຂ່ງຂັນຜົນປະກົດວ່າ ຢານນິກ ຊິນເນີ ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ...




