Skip to main content
20/05/2024 | ສຶກສາ

ສສກ ໄດ້ຮັບອຸປະກອນການຮຽນການສອນ ສະໜັບສະໜູນການຫຼຸດຜ່ອນຄວາມສ່ຽງໄພພິບັດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບອຸປະກອນການຮຽນການສອນ ​ເພື່ອສະໜັບສະໜູນການຫຼຸດຜ່ອນຄວາມສ່ຽງໄພພິບັດ ຈາກລັດຖະບານປະເທດຍີ່ປຸ່ນ ແລະ ອົງການ UNICEF ເມື່ອວັນທີ 9 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມສໍານັກ ກະຊວງ ສສກ ໂດຍໃຫ້​ກຽດຕາງໜ້າມອບຂອງທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ຮ​ສ.ປອ ພຸດ ສິມ​ມາ​ລາ​ວົງ ລັດ​ຖະ​ມົນ​ຕີ​ ກະ​ຊວງສຶກ​ສາ​ທິ​ການ ແລະ ກິ​ລາ,  ມີທ່ານ ນາງ ດຣ ເພຍ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນ​ດາຫົວໜ້າ/ຮອງຫົວໜ້າກົມ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ​ຮ່ວມ. ການຈັດຕັ້ງປະຕິບັດກິດຈະກໍາການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດຂອງຂະແໜງການສຶກສາ ແລະ ກິລາ ໃນໄລຍະ 5 […]
17/05/2024 | ສຶກສາ

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມເຕັກນິກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ນຳສະເໜີວີດີໂອສຳລັບການພັດທະນາຄູຕອນໃໝ່ ການນຳໃຊ້ “ການສອນເປັນຄູ່” ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງການປະຕິບັດເຕັກນິກການສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງຄູສອນສອງຄົນ, ຫຼື ຄູສອນໜຶ່ງຄົນ ແລະ ຜູ້ສະສະໜັບສະໜູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ຈຸດປະສົງຂອງການສອນເປັນຄູ່ ແມ່ນເພື່ອໃຫ້ຄູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່. ຊຶ່ງວິທີດັ່ງກ່າວ ແມ່ນເໝາະສົມສໍາລັບຄູທີ່ມີປະສົບການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອແບບ “ຝຶກສອນຕົວຈິງ” ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງສັນ, ແໜ້ນແຟ້ນຄວາມສາມັກຄີໃນການສອນລະຫວ່າງຄູ ແລະ ສ້າງກຸ່ມຂອງຄູເພື່ອຊ່ວຍເຫຼືອກັນ. ວີດີໂອການສອນເປັນຄູ່ ແມ່ນຜະລິດໂດຍຂະແໜງສື່ອີເລັກໂຕຣນິກ ແລະ ການສຶກສາທາງໄກ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍໄດ້ຮັບການສະໜັບສະໜູນຈາກຄູຈາກວິທະຍາໄລຄູ 6 ທ່ານ ຈາກວິທະຍາໄລຄູແຂວງສະຫວັນນະເຂດ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ […]
23/04/2024 | ສຶກສາ

ນັກຮຽນລາວ ສ້າງຜົນງານເດັ່ນໃນເວທີລະດັບສາກົນ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ທີ່ອົດສະຕຣາລີ

ນ້ອງນັກຮຽນ ຈຳນວນ 21 ຄົນ ຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ຊຶ່ງເປັນຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນເວທີລະດັບສາກົນ ຫຼັງຍາດມາໄດ້ເຖິງ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ທີ່ເມືອງຊິດນີ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 14-21 ເມສາ 2024. ທັງນີ້, ສໍາລັບການແຂ່ງຂັນຮອບຊີງຊະນະເລີດ ວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນນັກຮຽນຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ພ້ອມດ້ວຍຄູນຳພາ ແລະ ຜູ້ປົກຄອງ ຊຶ່ງນໍາໂດຍ ທ່ານ ນາງ ອານິດ […]
22/04/2024 | ສຶກສາ

ໄຟຟ້າ ນ້ຳເທີນ 2 ສືບຕໍ່ສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ໄລຍະ 3 ປີ ມູນຄ່າ 3,2 ຕື້ກີບ

ພິທີເຊັນສັນຍາ ໂຄງການອາຫານທ່ຽງໃນໂຮງຮຽນປະຖົມຢູ່ເມືອງນາກາຍ ແຂວງຄຳມ່ວນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ມູນນິທິການສຶກສາເພື່ອການພັດທະນາ ຫຼື EDF ທີ່ສະໜັບສະໜູນໂດຍ ບໍລິສັດໄຟຟ້າ ນ້ຳເທີນ 2 ໄດ້ມີຂຶ້ນໃນວັນທີ 11 ເມສາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມລະຫວ່າງທ່ານ ມາກ ອອງ ຕວນ ຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າ ນ້ຳເທີນ 2,  ທ່ານ ວົງສອນ ພູມະນີວົງ ຮອງຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳຮຽນ ອິນທະຫວາ ປະທານມູນນິທິການສຶກສາເພື່ອການພັດທະນາ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ແກ້ວອຸດອນ ບຸດສັງຂອນ […]
22/04/2024 | ສຶກສາ

ຄຊປປລ ຮາກຖານ ສວສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມເລືອກໄດ້ຄະນະບໍລິຫານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ພ້ອມທັງໄດ້ຮັບການຍ້ອງຍໍຜົນງານການເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະ 1 ສະໄໝ ຜ່ານມາ ແລະ ສາມາດເລືອກໄດ້ ຄຊປປລ ຮາກຖານ ສວສ ຊຸດໃໝ່ ໂດຍແມ່ນ ສະຫາຍ ນາງ ສົມປະໄພ ໂນນອິນຖະໜອມ ເປັນເລຂາ ຄຊປປລ ຮາກຖານ ສວສ. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄຊປປລ ຮາກຖານຈັດຂຶ້ນ ເມື່ອວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ສວສ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ […]
11/04/2024 | ສຶກສາ

ແຜນງານບີຄວາ ມອບກ້ອງຖ່າຍພາບນິ້ງ 1 ຊຸດ ໃຫ້ສູນໂຄສະນາຂ່າວສານ ສວສ ຮັບໃຊ້ວຽກງານສື່ມວນຊົນ

ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ມອບກ້ອງຖ່າຍພາບນິ້ງ ຈຳນວນ 1 ຊຸດ ໃຫ້ກັບຂະແໜງວາລະສານ ແລະ ໜັງສືພິມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 10 ເມສາ 2024 ທີ່ຫ້ອງປະຊຸມ ຊັ້ນ2 ສວສ ກ່າວມອບໂດຍ ທ່ານ ນາງ ເລເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບແມ່ນ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ […]
08/04/2024 | ສຶກສາ

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024 ເມື່ອວັນທີ 5 ເມສາ ຜ່ານມາ ທີ່ສະຖາດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະ ບໍລິຫານທຸລະກິດ ແລະ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນຣັຕະນະ ບໍລິຫານທຸລະກິດ, ມີຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ກໍາມະການຕັດສິນຈາກວິທະຍາໄລສິລະປະດົນຕີແຫ່ງຊາດ, ຄູອາຈານ, ນັກສຶກສາ, ນັກຮຽນມັດທະຍົມປາຍ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ໂອກາດນີ້, ທ່ານ ປອ ບຸນເທືອງ ມູນລາສີ ກ່າວວ່າ: ກິດຈະກໍາດັ່ງກ່າວຈັດຂຶ້ນເພື່ອສົ່ງເສີມ ແລະ ພັດທະນາສິລະປະວັດທະນະທໍາໃຫ້ສູງຂຶ້ນໃນເວທີີພາກພື້ນ ແລະ ສາກົນ, ເພື່ອຮັກສາມູນເຊື້ອ ສິລະປະວັນນະຄະດີຂອງຊາດລາວ ທັງເປັນການສ້າງຂະບວນການກິດຈະກໍາປະຈໍາປີຂອງສະຖາບັນຣັຕະນະ ບໍລິຫານທຸລະກິດໃຫ້ນັກຮຽນ ນັກສຶກສາ, ຕ້ອນຮັບ ແລະ ຊົມເຊີຍກອງປະຊຸມອາຊຽນ ຊຶ່ງ […]
08/04/2024 | ສຶກສາ

ສລດ ຖອດຖອນບົດຮຽນການປະຕິບັດໂຄງການສົ່ງເສີມວຽກງານການເງິນ-ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II ເມື່ອວັນທີ 3 ເມສາ 2024 ທີ່ສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ, ພ້ອມດ້ວຍບັນດາພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ໂຄງການສົ່ງເສີມທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໃນການສົ່ງເສີມຄວາມຮູ້ທາງດ້ານການເງິນໃຫ້ນັກຮຽນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ໂດຍມີຈຸດປະສົງ ແລະ ເປົ້າໝາຍເພື່ອສົ່ງເສີມການປູກຈິດສຳນຶກໃຫ້ເດັກນ້ອຍ ອາຍຸລະຫວ່າງ 6-17 ປີ ໃຫ້ມີຄວາມເຂົ້າໃຈກ່ຽວກັບການຝາກ-ອອມເງິນ, […]