ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄຳມ່ວນ ສຸມໃສ່ປັບປຸງພື້ນຖານໂຄງລ່າງດ້ານການສຶກສາທີ່ບໍ່ໄດ້ມາດຕະຖານ ແລະ ຈະຕ້ອງລົບລ້າງພາຍໃນປີ 2030
14/09/2026

ໃນວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027, ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີຄະນະພັກ, ຄະນະພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້, ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຮອບດ້ານໃນໄລຍະຜ່ານມາ. ໃນຂະແໜງການສຶກສາ ແລະ ກິລາ ມີພະນັກງານສຶກສາພາກລັດ ທັງໝົດຈໍານວນ 4,226 ຄົນ, ຍິງ 2,503 ຄົນ, ມີພະນັກງານບໍລິຫານ ແລະ ຄຸ້ມຄອງການສຶກສາ 536 ຄົນ, ຍິງ 249 ຄົນ ແລະ ຄູສອນຕົວຈິງທັງໝົດ 3,690 ຄົນ, ຍິງ 2,254 ຄົນ, ຜົນການຈັດຕັ້ງປະຕິບັດ 10 ຄາດໝາຍສະພາປະຊາຊົນແຂວງ ບັນລຸ 8 ຄາດໝາຍ, ບໍ່ບັນລຸ 2 ຄາດໝາຍ (ອັດຕາເຂົ້າຮຽນເດັກ 5 ປີ ແລະ ອັດຕາປະລະການຮຽນຊັ້ນປະຖົມ ). ທົ່ວແຂວງມີໂຮງລ້ຽງເດັກ-ອະນຸບານ 215 ແຫ່ງ ( ເອກະຊົນ 22 ແຫ່ງ ), ມີ 459 ຫ້ອງຮຽນ, ນັກຮຽນທັງໝົດ 12,412 ຄົນ, ຍິງ 6,241 ຄົນ, ນັກຮຽນເອກະຊົນ ກວມ 18.03%, ເປີເຊັນນັກຮຽນ ປ.1 ທີ່ຜ່ານການສຶກສາກ່ອນໄວຮຽນບັນລຸ 69.2%, ໂຮງຮຽນມີນ້ຳສະອາດ-ວິດຖ່າຍບັນລຸ 66.05%, ມີນັກຮຽນ 7,048 ຄົນ, ຍິງ 2,590 ຄົນ, ມີໂຮງຮຽນປະຖົມ 615 ແຫ່ງ( ສົມບູນ 460 ແຫ່ງ, ມູນລະປະຖົມ 155 ແຫ່ງ, ເອກະຊົນ 12 ແຫ່ງ ), ຫ້ອງຮຽນ 1,719 ຫ້ອງ(ຫ້ອງຄວບ 821 ຫ້ອງ. ກວມ 47.76% ), ນັກຮຽນປະຖົມທັງໝົດ 41,297 ຄົນ, ຍິງ 20,329 ຄົນ ( ເອກະຊົນ 2,417 ຄົນ. ກວມ 5.85%), ສອບເສັງຈົບຊັ້ນ ປ.1-ປ.5 ໄດ້ 98.97%; ໂຮງຮຽນມີສຸຂາພິບານ 62.11%, ມີນ້ຳໃຊ້ 55.93%, ມີໄຟຟ້າ 57.89%; ສໍາລັບຊັ້ນ ມັດທະຍົມມີໂຮງຮຽນທັງໝົດ 140 ແຫ່ງ (ມັດທະຍົມຕົ້ນ 75 ແຫ່ງ, ມັດທະຍົມສົມບູນ 62 ແຫ່ງ, ມັດທະຍົມຕອນປາຍ 3 ແຫ່ງ, ເອກະຊົນ 6 ແຫ່ງ), ຫ້ອງຮຽນ 1,011 ຫ້ອງ, ນັກຮຽນທັງໝົດ 27,507ຄົນ, ຍິງ 14,007 ຄົນ; ສອບເສັງຈົບຊັ້ນ ມ.ຕົ້ນ ໄດ້ 99.58% (ມ.4 ໄດ້ 100%), ສອບເສັງຈົບຊັ້ນ ມ.ປາຍ ໄດ້ 99.63%(ມ.7 ໄດ້ 99.89%). ແຂວງຍາດໄດ້ຜົນງານດີເດັ່ນໃນການສອບເສັງນັກຮຽນເກັ່ງລະດັບຊາດ: ອັນດັບ 1 ຂອງປະເທດ ວິຊາ ພາສາລາວ-ວັນນະຄະດີ ມ.4, ອັນດັບ 1 ປະເທດ ວິຊາ ຟີຊິກສາດ ມ.7, ອັນດັບ 3 ປະເທດ ວິຊາ ຟີຊິກສາດ ມ.7, ລາງວັນຊົມເຊີຍລະດັບຊາດ ພາສາລາວ (ມ.4, ມ.7) ແລະ ຄະນິດສາດ ມ.7, ຄວ້າອັນດັບ 1 ຂອງປະເທດ ການແຂ່ງຂັນ Scratch (ເຕັກໂນໂລຊີ-ດີຈິຕອນ), ຂະຫຍາຍສາຍສາມັນວິຊາຊີບຄູ່ຂະໜານ 9 ແຫ່ງ ແລະ ໄດ້ດໍາເນີນໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ” ຈັດການຮຽນ-ການສອນບຳລຸງຈົບປະຖົມ 80 ຄົນ, ບໍາລຸງ ມ.ຕົ້ນ 916 ຄົນ, ບຳລຸງ ມ.ປາຍ 77 ຄົນ (ສອບເສັງຈົບຊັ້ນ 100%); ຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ປະຊາຊົນ ແລະ ຊາວໜຸ່ມ 450 ຄົນ ໃນສາຂາຕັດຫຍິບ, ປຸງແຕ່ງອາຫານ, ກະສິກຳ, ໄຟຟ້າ ແລະ ເຄື່ອງຈັກກະເສດ (ຮ່ວມມືກັບ Lao/336 ແລະ VTESS) ລວມຜູ້ໄດ້ຮັບການບຳລຸງ ແລະ ຝຶກວິຊາຊີບທັງໝົດ 2,204 ຄົນ, ມີສະຖານອາຊີວະສຶກສາ 5 ແຫ່ງ (ລັດ 2 ແຫ່ງ, ເອກະຊົນ 3 ແຫ່ງ), ນັກສຶກສາ 1,209 ຄົນ, ຍິງ 648 ຄົນ, ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບລາວ-ຫວຽດນາມ(ສອງເໝືອງ) 414 ຄົນ, ຂະຫຍາຍຫຼັກສູດ ການຮຽນ-ການສອນແບບຄວບຄູ່ (DCT) ຮ່ວມກັບສະຖານປະກອບການບັນລຸ 14%; ນັກສຶກສາຈົບອາຊີວະ ແລະ ຝຶກອົບຮົມ 3,077 ຄົນ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ຄະນະນຳ, ຄູ-ອາຈານ ແຂວງຄຳມ່ວນ ນຳໄປຈັດຕັ້ງປະຕິບັດ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຜົນງານທີ່ທາງແຂວງສາມາດຍາດມາໄດ້ ພ້ອມທັງໄດ້ຍົກໃຫ້ເຫັນບັນຫາທີ່ທາງກະຊວງສຶກສາທິການ ແລະ ກິລາ ກໍຄືລັດຖະບານກໍາລັງສຸມໃສ່ແກ້ໄຂຮີບດ່ວນ ແລະ ມີຄວາມຈໍາເປັນທີ່ສຸດ ແມ່ນການປະລະການຮຽນ ແລະ ຄຸນນະພາບຂອງຄູ ເພື່ອຍົກສູງບົດບາດ ແລະ ສ້າງຄວາມເຊື່ອໝັ້ນໃນລະບົບການສຶກສາຂອງ ສປປ ລາວ. ນອກຈາກນີ້, ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງຫຼັກສູດຈາກ 5+4+3 ມາເປັນ 6+3+3 ເພື່ອໃຫ້ນັກຮຽນສາມາດອ່ານອອກ ແລະ ຄິດໄລ່ໄດ້ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນຊັ້ນ ປ.1-ປ.3, ສົກຮຽນ 2028-2029 ແມ່ນ ຊັ້ນ ປ.4-ປ.6; ສົ່ງເສີມການນໍາໃຊ້ AI ເຂົ້າໃນຫຼັກສູດການຮຽນການສອນ, ສົ່ງເສີມການສ້າງວິຊາຊີບໃຫ້ແກ່ນັກຮຽນສາມັນ. ພ້ອມເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ພະນັກງານ, ຄູ-ອາຈານ ມີວິໄນ, ມີຫົວຄິດປະດິດສ້າງ, ການສ້າງສິ່ງແວດລ້ອມອໍານວຍໃຫ້ແກ່ການຮຽນການສອນ, ສົມທົບແໜ້ນການພັດທະນາຊຸມຊົນ, ການພັດທະນາໂຮງຮຽນ ການພັດທະນາສັງຄົມ, ເກັບກໍາຕິດຕາມປະເມີນຜົນໂຮງຮຽນ, ຜູ້ອໍານວຍການ, ຄູອາຈານໃຫ້ຖືກກັບສະພາບຕົວຈິງ ເພື່ອປັບປຸງ ແລະ ພັດທະນາ ເພື່ອເຮັດໃຫ້ຄຸນນະພາບການສຶກສາດີຂຶ້ນ, ຂະຫຍາຍຕາໜ່າງໃຫ້ມີຄູສອນລຽບຕາມຊາຍແດນ. ນອກຈາກນີ້, ຍັງຕ້ອງໄດ້ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະໂຮງຮຽນທີ່ຍັງບໍ່ໄດ້ມາດຕະຖານ ແລະ ຈະຕ້ອງໄດ້ລົບລ້າງແຕ່ນີ້ຮອດປີ 2030 ໂດຍສົມທົບແໜ້ນລະຫວ່າງອໍານາດການປົກຄອງ, ງົບປະມານຂອງລັດ, ຜູ້ປະກອບການ ເພື່ອແກ້ໄຂບັນຫາດັ່ງກ່າວ ແລະ ພັດທະນາໃຫ້ດີຂຶ້ນ. ພ້ອມທັງເອົາໃຈໃສ່ໃນການສ້າງຄູ ພ້ອມທັງກຽມພ້ອມຮອງຮັບໂດຍການໃຫ້ໂກຕ້າທົດແທນຄູ ເພື່ອຕອບສະໜອງການສຶກສາໃນໄລຍະໃໝ່. ພ້ອມກັນນີ້, ຍັງຈະຕ້ອງໄດ້ສ້າງຂະບວນການແຂ່ງຂັນນັກຮຽນເກັ່ງ, ແຂ່ງຂັນຄູສອນດີ ສອນເກັ່ງ, ແຂ່ງຂັນຜູ້ບໍລິຫານເດັ່ນ ເພື່ອເຮັດໃຫ້ຂະບວນການຫັນປ່ຽນຂອງຂະແໜງການສຶກສາດີໃຫ້ດີຂຶ້ນ ແລະ ສົມທົບແໜ້ນລະຫວ່າງການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ. ສືບຕໍ່ຍາດແຍ່ງແຫຼງທຶນທັງພາຍໃນ ແລະ ສາກົນ ເພື່ອພັດທະນາສັງຄົມ ແລະ ປະເທດຊາດ.













