07/02/2024 | ສຶກສາ
ເປີດເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈໍາປີ 2023
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ເມື່ອວັນທີ 7 ມັງກອນ 2024 ທີ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ການສຶກສາ ແລະ ກິລາ (ຕຶກໄອຊີທີ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະລັດຖະມົນຕີ, ອະດີດລັດຖະມົນຕີ ແລະ ຮອງລັດຖະມົນຕີ, ອະທິການບໍດີ ແລະ ຮັກສາການອະທິການບໍດີມະຫາວິທະຍາໄລ, ຜູ້ຕາງໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ, ບັນດາຫ້ອງການຈາກກະຊວງອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ຜູ້ອໍານວຍການລັດວິສາຫະກິດ, ພະແນກ, ເມືອງ, ປະທານ ແລະ ເລຂາຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ທີ່ປຶກສາທູດດ້ານສຶກສາ […]