17/01/2024 | ສຶກສາ
ທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກ, ແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເພື່ອທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ ແນໃສ່ຄັດເລືອກປະເພດປື້ມຕົວຈິງເພື່ອສ້າງແຄັດຕາລ໋ອກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 8-12 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮສ.ປອ ນາງ ສີລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄາມໍ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ, ອົງການຊ່ວຍເຫຼືອເດັກ, ທ່ານ ແພັດທຣິກ ເຄີຣີ ຮອງອຳນວຍການແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ທ່ານ ຄູເລັນ ຮິວ ຮັກສາການຫົວໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີຕາງໜ້າໂຄງການຮຽນອ່ານ, […]