Skip to main content
08/01/2024 | ສຶກສາ

ຖອດຖອນບົດຮຽນວຽກງານການສຶກສາກ່ອນໄວຮຽນ 2023 ພ້ອມວາງແຜນຈຸດສຸມ ປີ 2024

ກົມ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງ​ປະ​ຊຸມຖອດ​ຖອນ​ບົດ​ຮຽນກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ປະ​ຈຳ​ປີ 2023 ແລະ ວາງແຜນ​ວຽກ​ຈຸດ​ສຸມ ປະ​ຈຳ​ປີ 2024 ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນກິດຈະກຳທີ່ສະໜັບສະໜູນໃຫ້ແກ່ການຂະຫຍາຍໂອກາດການເຂົ້າເຖິງການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ການເບິ່ງແຍງລ້ຽງດູ ແລະ ການກຽມຄວາມພ້ອມທາງດ້ານການຮຽນຂອງເດັກກ່ອນໄວຮຽນໃຫ້ທົ່ວເຖິງ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນ​ວັນ​ທີ 4 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກ ICT) ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວ​ໜ້າກົມ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ພ້ອມດ້ວຍຜູ້ຕາງໜ້າກົມສ້າງຄູ, ກົມສາມັນສຶກສາ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ, ກົມ​ການ​ເງິນ, […]
05/01/2024 | ສຶກສາ

ສສກ-ອົດສະຕຣາລີ ຍົກລະດັບຄູຝຶກຂັ້ນແຂວງ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜອ ໂຮງຮຽນປະຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຂັ້ນແຂວງ ກ່ຽວກັບວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຜູ້ອໍານວຍການ (ຜອ) ໂຮງຮຽນປະຖົມສຶກສາ ເມື່ອວັນທີ 4 ມັງກອນ 2024 ທີ່ວິທະຍາໄລຄູ ສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ  ອຳພອນ ຂາວເພ້ຍສຸພົມ ຮອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ທ່ານ ເຈບ ພິວກຣາມ ຜູ້ຈັດການດ້ານການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຜູ້ປະສານງານ, ວິທະຍາກອນ, ສໍາມະນາກອນຈາກວິທະຍາໄລຄູສະຫວັນນະເຂດ ແລະ ຈາກ 11 ຕົວເມືອງຂອງແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມດັ່ງກ່າວ, ເປັນສ່ວນໜຶ່ງຂອງຍຸດທະສາດຂອງແຜນງານບີຄວາ ໄລຍະ 2 ທີ່ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ […]
03/01/2024 | ສຶກສາ

ສວສ ປະເມີນລັດຖະກອນ ປະຈໍາປີ 2023 ພ້ອມຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີ ສສກ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປະເມີນລັດຖະກອນ ປະຈໍາປີ 2023 ແລະ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເມື່ອວັນທີ 28 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຮສ.ປອ ອະນຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ວຽງທອງ ພົມມະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະອໍານວຍການສະຖາບັນ, ຄະນະອໍານວຍການສູນ, ພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ໜ່ວຍງານ ແລະ ພະນັກງານວິຊາການພາຍໃນສະຖາບັນເຂົ້າຮ່ວມ. ການປະເມີນລັດຖະກອນ ປະຈໍາປີ 2023 ແມ່ນໄດ້ປະເມີນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຜົນສໍາເລັດໃນການປະຕິບັດວຽກງານ ເພື່ອເປັນການຕີລາຄາ ໃຫ້ເພື່ອນຮ່ວມງານພາຍໃນສູນຕາມໜ້າວຽກ ແລະ  ຄວາມຮັບຜິດຊອບ.              ຂະນະທີ່ ການປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ […]
26/12/2023 | ສຶກສາ

ສະມາຄົມການສຶກສາພາກເອກະຊົນ ຕີລາຄາຄືນຜົນງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ VI ສະໄໝທີ V ເພື່ອເປັນການສະຫຼຸບ ຕີລາຄາຄືນວຽກງານໃນໄລຍະ 5 ປີຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ແນໃສ່ສືບຕໍ່ຊີ້ນໍາ ນໍາພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງສຸດ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນ ເມື່ອວັນທີ 22 ທັນວາ 2023 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ສູນ ITCT) ຫຼັກ 5 ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະມາຄົມການສຶກສາພາກເອກະຊົນ, ທ່ານ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ […]
26/12/2023 | ສຶກສາ

ສສກ ປະກາດແຕ່ງຕັ້ງ ຜອ ສູນສົ່ງເສີມການສຶກສາຮຽນຮ່ວມຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ປະເພດ III ຂອງສູນສົ່ງເສີມການສຶກສາຮຽນຮ່ວມ ເມື່ອວັນທີ 25 ທັນວາ 2023 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຫ້ອງການ, ກົມ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ວຽງທອງ ພົມທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງ ສສກ ສະບັບເລກທີ 5350 /ສສກ ລົງວັນທີ 28 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງສູນສົ່ງເສີມການສຶກສາຮຽນຮ່ວມ ຊຶ່ງທ່ານ ລັດຖະມົນຕີ ກະຊວງ ສສກ ຕົກລົງ ແຕ່ງຕັ້ງທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຜູ້ອຳນວຍການ […]
21/12/2023 | ສຶກສາ

ຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ຕີລາຄາວຽກງານ ປະຈຳປີ 2023

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜູ້ບໍລິຫານອາຊີວະສຶກສາທົ່ວປະເທດ ປະຈຳປີ 2023 ເມື່ອວັນທີ 21 ທັນວາ 2023 ທີ່ສູນຝຶກອົບຮົມແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມອ້ອມຂ້າງກະຊວງ ສສກ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າພະແນກສຶກສາ ແລະ ກິລາ ແຂວງ-ນະຄອນຫຼວງ, ຜູ້ອຳນວຍການ-ຮອງອໍານວຍການສະຖາບັນ, ຜູ້ອໍານວຍການສະຖານອາຊີວະສຶກສາ, ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ພວກເຮົາໄດ້ພ້ອມກັນທົບທວນຄືນ ການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃນໄລຍະຜ່ານມາ, […]
20/12/2023 | ສຶກສາ

ຄະນິດຄິດໄວ ຊີງແຊ໋ມວຽງຈັນ ຄັ້ງທີ VI ມີນັກຮຽນເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ພ້ອມເປີດຫຼັກສູດ Happy Math

ສູນຄະນິດຄິດໄວ ສະມາດແມ໊ດ (Smart math) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊ້ມວຽງຈັນ ຄັ້ງທີ VI ມີນັກຮຽນຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນເກືອບ 200 ຄົນ ໂດຍແບ່ງອອກເປັນ 3 ລະດັບ. ພ້ອມກັນນີ້, ຍັງຖືໂອກາດເປີດຕົວຫຼັກສູດ Happy Math ຢ່າງເປັນທາງການ. ການແຂ່ງຂັນດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຄະນິດຄິດໄວ ສະມາດແມ໊ດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດແມ໊ດ, ພ້ອມດ້ວຍຄະນະຮັບຜິດຊອບ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສຸລະໄຊ ຈົງຈິດໄພສານ ກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກພູເບັ້ຍ ມາຍນິ່ງ, ກັອກນໍ້າ Karat, ທະນາຄານ ST, ເຮືອນຮຽນຮູ້ຮ່ວມສໍາລັບເດັກດອນໜູນ, ສໍານັກພິມ ສານຝັນອາຄາເດມີ ແລະ ບໍລິສັດ […]
20/12/2023 | ສຶກສາ

ຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສວສ ຕີລາຄາຄືນວຽກງານ ພ້ອມເລືຶອກຄະນະຊຸດໃໝ່

ໜ່ວຍຊາວໜຸ່ມ ສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 8 ທັນວາ 2023 ທີ່ຫ້ອງປະຊຸມສູນສົ່ງເສີມພາສາຕ່າງປະເທດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ຮອງເລຂາຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ສະຫາຍ ນາງ ຈະເລີນສັກ ຄຳສັກປະສິດ ປະທານກວດກາໜ່ວຍພັກຂອງສູນຄົ້ນຄວ້າ-ປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ, ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ ສວສ ແລະ ຜູ້ແທນເຂົ້າຮ່ວມ.   ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າດ້ວຍການອະນຸມັດໜ່ວຍຊາວໜຸ່ມສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ເປີດກອງປະຊຸມໃຫຍ່, ຜ່ານບົດລາຍງານການເມືອງຂອງຄະນະຂອງໜ່ວຍຊາວໜຸ່ມສູນສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ, ຜ່ານບົດສໍາຫຼວດນໍາພາລວມ, ຄະນະຊຸດເກົ່າກ່າວອໍາລາຕໍາແໜ່ງ ແລະ ຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່. ກອງປະຊຸມປະຖົມມະລຶກໄດ້ເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມສູນຄົ້ນຄວ້າ-ປະເມີນຜົນ ແລະ ສູນສົ່ງເສີມພາສາຕ່າງປະເທດ ຊຸດໃໝ່ ຈໍານວນ […]