ຄະນະນຳສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ລົງເຄື່ອນໄຫວວຽກງານ ແລະ ເຂົ້າພົບຄະນະນຳກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານ, ແຈ້ງຈຸດປະສົງໃນການເຄື່ອນໄຫວ ແລະ ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ພ້ອມທັງຊຸກຍູ້ວຽກງານກຳມະບານ ຢູ່ ສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ. ພິທີດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 20 ຕຸລາ 2026 ນຳໂດຍ ສະຫາຍ ວິໄລ ວົງຂະເສີມ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ແສງສະເດັນ ບຸນລາວົງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະພັກກະຊວງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທັງເປັນປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະເຂົ້າຮ່ວມ. […]