08/11/2023 | ສຶກສາ
ສວສ ອົບຮົມຄູຝຶກ ນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ 5 ວິຊາ ຊັ້ນປະຖົມ ປີທີ 5
ສູນພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກ ກ່ຽວກັບການນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ວິຊາສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະດົນຕີ ແລະ ວິຊາສິລະປະກໍາ ແລະ ຫັດຖະກໍາ ສໍາລັບຊັ້ນປະຖົມສຶກສາ ປີທີ 5 ໃນລະຫວ່າງວັນທີ 7-10 ພະຈິກ 2023 ທີ່ເຮືອນພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການ ສວສ, ທ່ານ ນາງ ຮສ ວົງເດືອນ ໂອໄສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເງິນ ໄວຍາກອນ ຜູ້ອໍານວຍການສູນພັດທະນາຫຼັກສູດ ສວສ, ມີພະນັກງານວິຊາການ ສວສ, ກົມສາມັນສຶກສາ, ຂະແໜງສາມັນສຶກສາ ແລະ […]