17/10/2023 | ສຶກສາ
ສວສ ຍົກລະດັບຄູຝຶກຂັ້ນແຂວງໃນການນຳໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.3 ແລະ ມ.6 ສຳລັບສູນທີ 2 ພາກກາງ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຂັ້ນແຂວງກ່ຽວກັບການນຳໃຊ້ປື້ມຄູ່ມືຄູ ຂັ້ນ ມ.3 ແລະ ມ.6 ສຳລັບສູນທີ 2 ພາກກາງ ເມື່ອວັນທີ 16 ຕຸລາ 2023 ທີ່ສະໂມສອນວິທະຍາໄລຄູບ້ານເກິນ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ຄຳພັນ ພິມສີປະສົມ ຫົວໜ້າທີມໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP), ທ່ານ ນາງ ຈັນທະມາລາ ສຸທໍາມະວົງ ຜູ້ອໍານວຍການວິທະຍາໄລຄູບ້ານເກິນ ພ້ອມດ້ວຍຜູ້ອຳນວຍການ-ຮອງອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ພະນັກງານອາວຸໂສບຳນານ, ຄູຝຶກ ແລະ ຄູສອນຈາກສະຖາບັນ, ກົມ, ຄູສຶກສານິເທດຊັ້ນມັດທະຍົມຈາກນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງໄຊສົມບູນ, ຄະນະສຶກສາສາດ ມຊ, ວິທະຍາໄລ, […]