06/10/2023 | ສຶກສາ
ສສກ ເຜີຍແຜ່ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ຄະນະພັກ ແລະ ຄະນະນໍາກະຊວງ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປເຜີຍແຜ່ແກ່ກົມກອງຂອງຕົນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 3 ຕຸລາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກມະຫາວິທະຍາໄລແຫ່ງຊາດ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ, ຫົວໜ້າ-ຮອງກົມ ຫຼື ທຽບເທົ່າ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ຜູ້ອຳນວຍການ-ຮອງຜູ້ອຳນວຍການວິທະຍາໄລ, ຕາງໜ້າອົງການຈັດຕັ້ງມະຫາຊົນ (ຂັ້ນກະຊວງ) ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງ […]